ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ

ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ - Serena Williams - ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ
ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ - kitchen vibe - ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ

ວົງການເທນນິສຍິງຂອງໂລກກຳລັງຈະເສຍນັກແຂ່ງລະດັບຕຳນານອີກຄົນໜຶ່ງ ຫລັງຈາກທີ່ ເຊເຣນາ ວິນລຽມ ຍອດນັກຕີຊາວອາເມຣິກາ ປະກາດວ່າ ນາງຈະຫັນຫລັງໃຫ້ກັບການແຂ່ງຂັນ ຫລັງຈາກການແຂ່ງຂັນ ແກຣນສະແລັມ ສຸດທ້າຍຂອງປີ, US Open

ເຊເຣນາ ມີປັນຫາການບາດເຈັບ ແຮມສະຕຣິງ ຊີກ ໃນລາຍການ ວິມເບີດັ້ນ ໃນເດືອນມິຖຸນາ 2021, ນັ້ນຕ້ອງເຮັດໃຫ້ເຂົາພັກຍາວນັບຕັ້ງແຕ່ນັ້ນມາ. ກ່ອນທີ່ຈະກັບມາແຂ່ງຂັນໃນປະເພດດ່ຽວທໍາອິດຂອງປີນີ້ ໃນລາຍການ ວິມເບີດັ້ນ ເດືອນກໍລະກົດທີ່ຜ່ານມາ ແລະເສຍຄູ່ແຂ່ງ ຕົກຮອບທຳອິດໄປ

ວິນລຽມ ຜູ້ເປັນນ້ອງ ຢູ່ລະຫວ່າງແຂ່ງລາຍການ ນາຊັນ ແບັງໂອເພນ ແລະ ສາມາດຜ່ານເຂົ້າຮອບສອງໄດ້ແລ້ວ ຫລັງ​ຈາກ​ເອົາ​ຊະນະ ນູ​ເຣຍ ປາ​ຣິ​ຊິ​ສ-ດິ​ອາ ໃນ 2 ເຊັດຕໍ່​ກັນ 6-3 ແລະ 6-4, ໄດ້​ໄຊຊະນະ​ຄັ້ງ​ທຳ​ອິດ​ໃນ​ຮອບ​ກວ່າ 1 ປີ​ ນັບ​ແຕ່​ການ​ແຂ່ງຂັນ Grand Slam French Open ປີ 2021.

ລ່າສຸດ, ເຊເຣນາ ວິນລຽມ ເຮັດໃຫ້ແຟນເທນນິສທົ່ວໂລກຕົກໃຈ. ຫລັງຈາກທີ່ນາງຢືນຢັນວ່ານາງຈະຢຸດການຫລິ້ນແລ້ວ. ໂດຍຈະແຂ່ງຂັນໃນລາຍການ US Open ທີ່ຈະຈັດຂຶ້ນລະຫວ່າງວັນທີ 28 ສິງຫາ – 11 ກັນຍາ ເປັນລາຍການສຸດທ້າຍ.

ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ - 5 - ເຊເລນາ ວິນລຽມ ຍອດນັກເທນນິສຍິງ ໄວ 40 ປີ ປະກາດວາງມື ຫລັງຈາກຈົບ ຢູເອສ ໂອເພນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!