ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ

ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ - 68900120 2188713741255954 2829142481688330240 n - ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ
ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ - kitchen vibe - ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ

ວັນທີ 13 ສິງຫາ ເປັນອີກໜຶ່ງວັນທີ່ມີຄວາມໝາຍສຳຄັນທີ່ສຸດເພາະເປັນວັນສື່ມວນຊົນແຫ່ງຊາດ ແລະເລີ່ມແຕ່ປີ 2008 ເປັນຕົ້ນມາກໍມີກົດໝາຍວ່າດ້ວຍສື່ມວນຊົນ. ການສ້າງຕັ້ງງວັນສຳຄັນນີ້ກໍເພື່ອລະນຶກຄືນບົດບາດຄວາມສຳຄັນຂອງສື່ຝນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງປີນີ້ໝູນວຽນມາບັນຈົບຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022).

ເມື່ອຫວນຄືນປະຫວັດສາດ, ການກຳເນີດສື່ມວນຊົນລາວ ເລີ່ມແຕ່ປີ 1940 ໂດຍມີໃບປິວຕໍ່ຕ້ານການຮຸກຮານລາວຂອງຈັກກະພັດຝະລັ່ງ ແລະ ຟາດຊິດຍີ່ປຸ່ນ ເຊິ່ງຖືວ່າແມ່ນ ໃບຂ່າວ ຫລື ໜັງສືພິມປະຕິວັດສະ ບັບທຳອິດຢູ່ປະເທດລາວທີ່ໄດ້ຫວ່ານໄປທົ່ວຕົວເມືອງວຽງຈັນ, ສະຫວັນນະເຂດ ແລະ ຕົວເມືອງອື່ນໆເພື່ອ ໂຄສະນາປຸກລະດົມປະຊາຊົນລຸກຮື້ຂຶ້ນຍາດເອົາເອກະລາດແຫ່ງຊາດ.

ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ - Visit Laos Visit SALANA BOUTIQUE HOTEL - ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ

ປີ 1946 ປາກົດມີໃບປິວຂອງແຕ່ລະທ້ອງຖິ່ນ ເຖິງວ່າຈະເປັນລັກສະນະງ່າຍດາຍ, ແຕ່ປະຊາຊົນກໍສົນໃຈຕິດຕາມແນວທາງຂອງພັກ ອ່ານແລ້ວ ກໍກໍ້ມ້ຽນໄວ້ໃນບັ້ງໄມ້ໃຜ່ແລ້ວສົ່ງໃຫ້ກອງກຳລັງປະຕິວັດຢູ່ບ່ອນອື່ນອ່ານຕໍ່ໆກັນໄປ ແລະ ຍັງໃຊ້ເປັນຄູ່ມືແບບຮຽນ, ເປັນທິດທາງການຕໍ່ສູ້ຕ້ານສັດຕູ. ວັນທີ 13 ສິງຫາ ປີ 1950 ພັກໄດ້ຈັດກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໂດຍໄດ້ຕົກລົງແຕ່ງຕັ້ງແນວລາວອິດສະລະ ແລະ ລັດຖະບານລາວຕໍ່ຕ້່ານທັງໄດ້ສ້າງຕັ້ງ ໜັງສືພິມ “ແນວລາວອິດສະລະ” ຢ່າງເປັນທາງການ.

ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ - 117744899 4366113940095565 617358076869794386 n - ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ

ພິມດ້ວຍລະບົບລີໂຕ (ຂຽນໂຕໜັງສືລາວໃສ່ເຈ້ຍສາໃຫ້ເປັນຮອຍ ທານໍ້າເມິກສີດຳໃສ່ແລ້ວແປະລົງເຈ້ຍ ຈະໄດ້ຕົວໜັງສືລາວສີດຳ) ຍອດພິມຫລາຍສຸດ 2.000 ສະບັບຕໍ່ເທື່ອ ແລະ ເດືອນໜຶ່ງຈຳໜ່າຍ 2 ເທື່ອ ມີກອງບັນຊາການຕັ້ງຢູ່ເຂດປົດປ່ອຍໂດຍທ່ານ ສີຊະນະ ສີສານ ເປັນຫົວໜ້າບັນນາທິການ ທັງເປັນຮອງຫົວໜ້າຄະນະໂຄສະນາອົບຮົມ ແລະວັດທະນະທຳ (ຄອວ). ຮອດວັນທີ 6 ມັງກອນ ປີ 1956, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດຂອງແນວລາວອິດສະລະໄດ້ຕົກລົງປ່ຽນຊື່ “ແນວລາວອິດສະລະ” ເປັນໜັງສືພິມ “ລາວຮັກຊາດ”. ວັນທີ 11 ສິງຫາ ປີ 1975 ໜັງສືພິມໄດ້ຍ້າຍມາຕັ້ງສຳນັກງານທີ່ນະຄອນຫລວງວຽງຈັນ ແລະ ໄດ້ປ່ຽນຊື່ເປັນໜັງສືພິມ “ສຽງປະຊາຊົນ” ຂຶ້ນກັບສຳນັກງານຜູ້ຕາງໜ້າແນວລາວຮັກຊາດ.

ຕໍ່ມາ ກໍມີຫລາຍສື່ເກີດຂຶ້ນຄື ວັນທີ 13 ສິງຫາ 1960“ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ” ໄດ້ສ້າງຕັ້ງຂຶ້ນຢູ່ເຂດປົດປ່ອຍແຂວງຫົວພັນ ເພື່ອໂຄສະນາປຸກລະດົມຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະລູກມືຂາຍຊາດ, ວັນທີ 6 ມັງກອນ 1968 ສູນກາງແນວລາວຮັກຊາດໄດ້ຕົກລົງສ້າງ“ສຳນັກຂ່າວສານປະ ເທດລາວ” ຢູ່ເຂດປົດປ່ອຍແຂວງຫົວພັນເພື່ອເຮັດໜ້າທີ່ແຈ້ງຂ່າວ, ສະ ໜອງຂໍ້ມູນຂ່າວສານຕໍ່ພາຍໃນແລະ ຕ່າງປະເທດຢ່າງທັນການ. ວັນທີ 1 ທັນວາ 1983 ໂທລະພາບແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນໂດຍການແພ່ພາບລາຍການສາມວັນຕໍ່ອາທິດຢູ່ຂອບເຂດນະຄອນຫລວງວຽງຈັນ.ປີ 1994 ໜັງສືພິມລາຍວັນພາສາອັງກິດວຽງຈັນທາຍ (Vientiane Time) ໄດ້ສ້າງຕັ້ງຂຶ້ນເພື່ອໂຄສະນາຕໍ່ຕ່າງປະເທດ.

ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ໜັງສືພິມ“ລາວຮັກຊາດ” ໄດ້ປ່ຽນຊື່ເປັນໜັງສືພິມ “ສຽງປະຊາຊົນ”. ສຳລັບອົງ ການສື່ມວນຊົນ ປະຕິວັດລາວທີ່ມີແລ້ວນັ້ນ ກໍໄດ້ຍ້າຍຈາກຖານທີ່ໝັ້ນການປະຕິວັດເກົ່າເຂົ້າມາຢູ່ນະຄອນ ຫລວງວຽງຈັນໂດຍປ່ຽນຊື່ “ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ” ເປັນ “ວິທະຍຸກະຈາຍສຽງແຫ່ງຊາດ”. ສ່ວນສຳນັກຂ່າວສານປະເທດລາວ ແລະສຳນັກພິມຈຳໜ່າຍແຫ່ງລັດຍັງຮັກສາບົດບາດ ແລະ ຊື່ຕາມເດີມ.

ຫລັງສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ, ວັນທີ 22 ມີ ນາ 1983 ກໍໄດ້ຕົກລົງປ່ຽນຊື່ໜັງສືພິມ“ສຽງປະຊາຊົນ” ເປັນໜັງສືພິມ “ປະຊາຊົນ” ຮັບບົດບາດເປັນສຽງ ຂອງສູນກາງພັກ ປະຊາຊົນປະຕິວັດລາວ ຢ່າງເປັນທາງການ.

ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ - 4 - ຈາກໃບປິວສະບັບທຳອິດ ກ້າວສູ່ປີທີ 72 ຂອງສື່ມວນຊົນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!