ທ່ານ ຮຸນເຊນ ຮຽກຮ້ອງອາຊຽນສາມັກຄີ ເພື່ອຄວາມຮຸ່ງເຮືອງຮ່ວມກັນ


ຜູ້ນຳກຳປູເຈຍ ກ່າວວ່າ: ສະມາຊິກອາຊຽນທັງໝົດຕ້ອງເປັນນ້ຳໜຶ່ງໃຈດຽວກັນ ທ່າມກາງຄວາມທ້າທາຍນານັບປະການ ເພື່ອການພັດທະນາແບບຍືນຍົງຮ່ວມກັນ.
ວັນທີ 8 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເນື່ອງໃນ “ວັນອາຊຽນ” ເຊິ່ງກົງກັບວັນທີ 8 ສິງຫາຂອງທຸກປີວ່າ: ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຈຳເປັນຕ້ອງມີຄວາມສາມັກຄີ ເພື່ອຮັບມື ແລະ ຕອບສະໜອງຕໍ່ຄວາມທ້າທາຍສຳຄັນຫລາຍປະການ ເພື່ອຜົນປະໂຫຍດຂອງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງລະດັບພາກພື້ນ.
ຜູ້ນຳກຳປູເຈຍ ເຊິ່ງປະຕິບັດໜ້າທີ່ປະທານອາຊຽນປະຈຳປີນີ້ ກ່າວຕໍ່ວ່າ: ລັດຖະບານພະນົມເປັນເນັ້ນສະໜັບສະໜູນ ແລະ ສົ່ງເສີມຄວາມເປັນສູນກາງ, ຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນຂອງອາຊຽນ ເພື່ອຮັບມືຄວາມທ້າທາຍຮ່ວມກັນໃນລະດັບພາກພື້ນ ແລະ ສົ່ງເສີມການມີສ່ວນຮ່ວມຂອງອາຊຽນເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງ ທັງໃນລະດັບພາກພື້ນ ແລະ ລະດັບໂລກ.
ເຖິງຢ່າງໃດກໍຕາມ, ອາຊຽນບໍ່ສາມາດຮັບປະກັນການບໍ່ມີສົງຄາມ ແລະ ຄວາມຂັດແຍ່ງໄດ້, ແຕ່ຢ່າງໜ້ອຍອາຊຽນໄດ້ເຮັດໜ້າທີ່ເປັນເວທີເປີດ ສຳລັບການເຈລະຈາ ແລະ ການປຶກສາຫາລືທີ່ສ້າງສັນ ເຊິ່ງມີສ່ວນສະໜັບສະໜູນຢ່າງມະຫາສານໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ກ່ຽວກັບການແພ່ລະບາດຄັ້ງໃຫຍ່ຂອງພະຍາດໂຄວິດ-19, ທ່ານ ຮຸນເຊນ ກ່າວວ່າ: ອາຊຽນສາມາດເອົາຊະນະວິກິດລະດັບໂລກຄັ້ງນີ້. ຂະນະດຽວກັນ ອາຊຽນໄດ້ຄິດຄົ້ນແຜນລິເລີ່ມຈຳນວນຫລາຍ ເພື່ອຄວບຄຸມຜົນກະທົບຂອງວິກິດດ້ານສາທາລະນະສຸກຄັ້ງນີ້ ໂດຍປັບໃຊ້ຂອບການຟື້ນຕົວທີ່ຄວບຄຸມຂອງອາຊຽນໃນວົງກວ້າງ ເພື່ອປົກປ້ອງຊີວິດຂອງປະຊາຊົນ ແລະ ຮັກສາສະຖຽນລະພາບທາງສັງຄົມ ຕະຫລອດຈົນການເຕີບໃຫຍ່ທາງເສດຖະກິດ.
ທ່ານ ຮຸນເຊນ ກ່າວອີກວ່າ: ປັດຈຸບັນ ອາຊຽນກຳລັງຢູ່ໃນໄລຍະການຟື້ນຕົວ ແລະ ເຊື່ອວ່າອາຊຽນສາມາດກ້າວໄປທາງໜ້າດ້ວຍຄວາມແຂງແຮງ, ການເປັນໜຶ່ງດຽວກັນ ແລະ ມິດຕະພາບ ເພື່ອເອົາຊະນະຄວາມທ້າທາຍທັງໝົດທີ່ກຳລັງຜະເຊີນຢູ່ ເພື່ອຜົນປະໂຫຍດສ່ວນລວມຂອງປະຊາຊົນ ແລະ ພາກພື້ນ ເຊິ່ງສອດຄ່ອງກັບຈິດວິນຍານຫລັກຂອງອາຊຽນນັ້ນຄື “ໜຶ່ງວິໄສທັດ ໜຶ່ງເອກະລັກ ໜຶ່ງປະຊາຄົມ”.