ເຊລຊີ ພ້ອມຊື້ ໂຟຟານາ ອີກເທື່ອຫນຶ່ງ ຫລັງຖືກປະຕິເສດມາແລ້ວ
August 6, 2022 - 9:28 PM

ຟາບຣີຊີໂອ ໂຣມາໂນ ນັກຂ່າວຊື່ດັງອອກມາເປີດເຜີຍວ່າ ເລສເຕີ ຊິຕີ ສະໂມສອນຈາກພຣີເມຍລີກ ອັງກິດ ໄດ້ປະຕິເສດ ຂໍ້ສະເໜີຫລ້າສຸດຂອງ ເຊລຊີ ທີ່ຍື່ນມາຂໍຊື້ຕົວ ເວສລີ ໂຟຟານາ ກອງຫລັງດາວຮຸ່ງອາຍຸ 21 ປີແລ້ວ.
ລາຍງານລະບຸວ່າ : ເຊລຊີ ຫາກໍຍື່ນຂໍ້ສະເຫນີຫລ້າສຸດຈຳນວນ 70 ລ້ານປອນ ເພື່ອຂໍຊື້ຕົວ ໂຟຟານາ ໃຫ້ຍ້າຍອອກຈາກຖິ່ນຄິງ ພາວເວີ ແນວໃດກໍຕາມ ມີການເປີດເຜີຍວ່າ ທາງເລສເຕີ ຊິຕີ ໄດ້ປະຕິເສດຂໍ້ສະເຫນີດັ່ງກ່າວໄປແລ້ວ.
ຂະນະທີ່ ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມ ເລສເຕີ ຊິຕີ ກໍຢືນຢັນດເຊ່ັນດຽວກັນວ່າ ນັກເຕະລາຍນີ້ບໍ່ໄດ້ມີໄວ້ຂາຍ ແຕ່ຂະນະ ດຽວກັນ ມີການເປີດເຜີຍວ່າ ເຊລຊີ ຍັງຄົງບໍ່ລົ້ມເລີກແຜນດັ່ງກ່າວ ແລະ ພ້ອມຈະຍື່ຂໍ້ສະເຫນີໃຫມ່ອີກຄັ້ງຫນຶ່ງຢ່າງແນ່ນອນ ເຖິງວ່າພວກເຂົາຫາກໍຍື່ນຂໍ້ສະເຫນີ 62 ລ້ານປອນ ໃນການຊື້ ມາກ ຄູຣູເຣຢາ ກອງຫລັງຈາກໄບຣຕັນ ມາເສີມທີມແບບສົດໆ ຮ້ອນໆ ເມື່ອວັນທີ 5 ສິງຫາ ດ້ວຍສັນຍາຍາວເຖິງ 6 ປີ.