ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ - eb8d3c59eddeb91cd74a9050e6ab4eeaf5b354962baf7745799d7b81bbdb3776 - ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ
ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ - kitchen vibe - ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ວັນທີ 4 ສິງຫາ 2022 ດຣ ໂອກາດ ການກະວິນພົງ ຫົວໜ້າກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນປະຊາຊົນກໍລະນີການກິນຊອຍຈຸ ດ້ວຍຊີ້ນງົວ-ຄວາຍແບບດິບໆວ່າ: ຈາກກະແສໃນສື່ສັງຄົມອອນລາຍ ໄດ້ມີການຣີວິວ ວິທີການກິນ ແລະ ປຸງອາຫານທີ່ເຊີນຊວນໃຫ້ຊີມລົດຊາດອາຫານທີ່ເປັນທີ່ນິຍົມ ໃນການກິນອາຫານປະເພດ ຊີ້ນງົວ-ຄວາຍສົດໆ, ລາບດິບ, ກ້ອຍ, ຊອຍຈຸ ແລະ ອື່ນໆ ທີ່ມີການກ່າວອ້າງວ່າເປັນມໍລະດົກທີ່ໄດ້ຮັບການສືບທອດກັນມາຈາກຮຸ່ນໆສູ່ຮຸ່ນ ຈົນກາຍເປັນວັດທະນະທຳການກິນອາຫານທີ່ຍິ່ງໃຫຍ່ລະດັບໂລກ.

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ - 220302 Content                                                                                                                                       02 1024x572 - ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ຢ່າງໃດກໍຕາມ, ກົມຄວບຄຸມພະຍາດ ໃຫ້ຂໍ້ມູນເພື່ອເຕືອນໄພພະຍາດ ສໍາລັບຄົນທີ່ຄິດຢາກລອງ ຫລື ຄົນທີ່ມັກກິນລາບງົວ-ຄວາຍດິບ ຕ່າງໆນັ້ນສ່ຽງຕໍ່ການເກີດມີແມ່ທ້ອງແປມີຮູບຮ່າງຄ້າຍຄືເສັ້ນເຂົ້າເຝີໃຫຍ່, ຍາວ 5-10 ແມັດ, ມີ 1.000-2.000 ປ້ອງ , ອາຍຸໃນລໍາໄສ້ 10-25 ປີ ແມ່ທ້ອງແປ ຈະກັດກິນອາຫານໃນລໍາໄສ້, ຄົນທີ່ຕິດເຊື້ອພະຍາດມັກຈະມີອາການຫິວ, ອາການເຈັບປວດ, ບໍ່ສະບາຍທ້ອງ, ອາຫານບໍ່ຍ່ອຍ, ປວດຮາກ, ຮາກ, ບາງຄັ້ງຖອກທ້ອງ ແລະ ນ້ໍາໜັກຫລຸດ ບາງຄັ້ງກໍຈະເຂົ້າໄປໃນໄສ້ຕິ່ງ ເຮັດໃຫ້ເກີດການອັກເສບໄດ້.

ດຣ ວິຊານ ປາວັນ ຫົວໜ້າພະແນກພະຍາດຕິດຕໍ່ທົ່ວໄປ ກ່າວເພີ່ມອີກວ່າ: ສໍາລັບເຊື້ອແບັກທີເຣຍອື່ນໆທີ່ ເກີດຢູ່ໃນລະບົບທາງເດີນອາຫານ ຈະມີອາການ ຮາກເປັນເລືອດ, ຖອກທ້ອງຮຸນແຮງ ອາດຈະພັດທະນາໄປສູ່ການຕິດເຊື້ອໃນກະແສເລືອດ ສາມາດເຮັດໃຫ້ເສຍຊີວິດໄດ້, ກໍລະນີກິນຊີ້ນງົວ-ຄວາຍຕາຍບໍ່ຮູ້ ຍິ່ງມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ອາດເສຍຊີວິດແບບກະທັນຫັນ .

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ - Visit Laos Visit SALANA BOUTIQUE HOTEL - ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ

ແນະນໍາໃຫ້ນໍາໃຊ້ມາດຕະຖານຄວາມປອດໄພຂອງອາຫານ ຄວນຊື້ຊີ້ນງົວ-ຄວາຍ ທີ່ຜ່ານການກວດກາຈາກໂຮງຂ້າສັດເທົ່ານັ້ນ ກິນຊີ້ນທີ່ຕົ້ມ, ປີ້ງ, ໃຫ້ຊີ້ນສັດສຸກຢ່າງທົ່ວເຖິງ ໂດຍອີງຕາມຫຼັກການ ສຸກ, ຮ້ອນ, ສະອາດ ສຸກດ້ວຍຄວາມຮ້ອນ ຫລື ຜ່ານການທໍາລາຍຕົວອ່ອນຂອງແມ່ທ້ອງເຊັ່ນ: ຜ່ານລັງສີ ຫລື ເກັບຮັກສາຊີ້ນໄວ້ໃນຕູ້ເຢັນ 20 ອົງສາ ເປັນເວລາຫຼາຍກວ່າ 12 ຊົ່ວໂມງສໍາລັບການປຸງແຕ່ງອາຫານ ເບິ່ງແຍງສຸຂະອະນາໄມຂອງຕົນໃຫ້ດີ, ລ້າງມືໃຫ້ສະອາດທຸກຄັ້ງກ່ອນແຕ່ງກິນ ແລະ ກິນເຂົ້າ ແລະ ຫລັງຈາກເຂົ້າຫ້ອງນ້ຳທຸກຄັ້ງ

ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ - 5 - ກົມຄວບຄຸມພະຍາດປະເທດໄທ ອອກມາເຕືອນ ການກິນອາຫານຊີ້ນງົວ-ຄວາຍດິບ ສ່ຽງເປັນຫລາຍພະຍາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!