ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ


ໂດຍ: ລູກເມືອງພວນ
ຫລາຍເດືອນຜ່ານມານີ້ ປາກົດເຫັນໄຟສັນຍານຈະລາຈອນຢູ່ຕາມ 3 ແຍກ, 4 ແຍກ ທົ່ວນະຄອນຫລວງ ວຽງຈັນ ປິດໝົດ ຫຼື ເປ່ເພໝົດກໍບໍ່ຮູ້, ຍັງເຫລືອພຽງແຕ່ໄຟສັນຍານສີເຫລືອງທີ່ຍັງກະພິບກະພິບຢູ່, ແຕ່ບາງບ່ອນກໍບໍ່ມີເລີຍ ເຊິ່ງໜັງສືພິມລາວພັດທະນາໄດ້ນຳສະເໜີໃຫ້ສັງຄົມມີສະຕິລະມັດລະວັງໃນການໃຊ້ລົດໃຊ້ຖະໜົນ ແລະ ສ່ອງແສງເຖິງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເລື້ອຍມາ.
ເຮັດໃຫ້ຫລາຍຄົນເວົ້າບໍ່ເປັນທາງການວ່າ “ບໍ່ແມ່ນມັນເປ່ເພ ແຕ່ຫາກແມ່ນເພິ່ນຕັ້ງປິດມັນເພື່ອທົດສອບການຈະລາຈອນຂອງຍວດຍານພາຫະນະຢູ່ຕາມ 3 ແຍກ, 4 ແຍກລອງເບິ່ງ ເພື່ອສົມທຽບກັບ ການເປີດໄຟສັນຍານ ກັບການປິດໄຟສັນຍານ ຫຼື ເອົາເຈົ້າໜ້າທີ່ຕຳຫລວດເປີດທາງໃຫ້ ອັນໃດລົດຊິຕິດຂັດ ຫຼື ລົດຕິດກວ່າກັນວ່າຊັ້ນ”.
ນອກນີ້ ຍັງຫາງສຽງສັງຄົມອອກມາວ່າ ການທີ່ປິດໄຟສັນຍານຢູ່ຕາມ 3 ແຍກ, 4 ແຍກນັ້ນ ເຮັດໃຫ້ການລະລາຍລົດໄດ້ດີກວ່າການເປີດໄຟສັນຈອນ ຫຼື ເອົາເຈົ້າໜ້າທີ່ຕຳຫລວດເປີດທາງໃຫ້ວ່າຊັ້ນ ເພາະບໍ່ໄດ້ຢຸດເປັນເວລາດົນ ຕ່າງຄົນກໍຕ່າງໄປດ້ວຍຄວາມລະມັດບະວັງເອົາຕົວໃຜຕົວມັນ ຈຶ່ງປາກົດເຫັນວ່າໄລຍະ 1 ເດືອນຜ່ານມານີ້ຢູ່ຕາມ 3 ແຍກ, 4 ແຍກລົດບໍ່ຕິດຫລາຍຄືກັບເມື່ອກ່ອນ ຫຼື ຄືກັບການເປີດໄຟສັນຍານ.
ການສະແດງຄວາມຄິດເຫັນແບບນີ້ ບໍ່ແມ່ນເລື່ອງຜິດເພາະມັນກໍເປັນສິດຢ່າງໜຶ່ງຂອງປະຊາຊົນ ເນື່ອງຈາກເຫັນວ່າພາກສ່ວນກ່ຽວຂ້ອງປ່ອຍປະລະເລີຍໃນການ ປັບປຸງບັນຫາການຈະລາຈອນຢູ່ບ້ານເຮົາໃຫ້ດີຂຶ້ນ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການໃຫ້ຄຳຄິດຄຳເຫັນຊ່ວຍກັນ ແລະ ທີ່ສຳຄັນຕ້ອງມີການປັບປຸງຄືນໃໝ່.
ບັນຫາໄຟອຳນາດເປ່ເພຖືກນຳສະເໜີເປັນບັນຫາໃຫຍ່ໃນກອງປະຊຸມປະຊາຊົນເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 21-26 ກໍລະກົດ ຜ່ານມາ ແລະ ຮອງເຈົ້າຄອງນະຄອນຫລວງໄດ້ຍອມຮັບວ່າເປັນບັນຫາທີ່-ໍໄດ້ຮັບການແກ້ໄຂ ແລະ ຈະນຳໄປພິຈາລະນາແກ້ໄຂປັບປຖງຢ່າງຮີບດ່ວນ.
ນອກນີ້, ໜັງສືພິມລາວພັດທະນາໄດ້ຕິດຕໍ່ພາກສ່ວນກ່ຽວຂ້ອງກໍຄື ຄບຕ ຫລື ໜ່ວຍງານຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫລວງວຽງຈັນ ໄດ້ຢືນຢັນວ່າ ໄຟອຳນາດເປ່ເພແທ້ ບໍ່ແມ່ນການປິດເພື່ອທົດລອງແຕ່ຢ່າງໃດ.
ແນວໃດກໍດີ ເມື່ອນະຄອນຫລວງໄດ້ຮັບຮູ້ບັນຫາທີ່ເກີດຂຶ້ນແລ້ວ ຫວັງວ່າຈະໄດ້ຮັບການແກ້ໄຂຢ່າງຮີບດ່ວນຄວາມເປັນລະບຽບຈົບງາມ, ມີຄວາມປອດໄພຕໍ່ການໃຊ້ຊີວິດບົນທ້ອງຖະໜົນຂອງປະຊາຊົນ ແລະ ຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິລະມັດລະວັງ ຖືກົດຈະລາຕອນເປັນໃຫຍ່ ເພື່ອຄວາມປອດໄພທາງຊີວິດ ແລະ ຊັບສິນຂອງເຮົາເອງ.