ປີໃໝ່ລາວກິນພໍເໝາະ ມ່ວນສຸດໃຈໄດ້ວັດທະນະທຳ
ໂດຍ: ກ້ອງສ່ອງ ອິດສະຫລະ
ຍັງອີກບໍ່ດົນ, ບຸນປີໃໝ່ລາວ ພສ 2560 ກໍຈະໝູນວຽນມາອີກວາລະໜຶ່ງ. ຕາມແຈ້ງການຂອງລັດຖະບານອອກມາເຫັນວ່າ ປີນີ້ເຮົາຈະໄດ້ພັກຫລາຍວັນເຕີບ ເພາະມັນໄປຕົງເປະໃສ່ວັນເສົາ ແລະ ວັນອາທິດ ເຊິ່ງຖືວ່າພວກເຮົາຈະໄດ້ພັກແຕ່ວັນທີ 13 ຫາວັນທີ 17 ແລະ ນັບແຕ່ວັນທີ 18 ເມສາເປັນຕົ້ນໄປຈຶ່ງໄດ້ພາກັນມາເຂົ້າວຽກເຂົ້າງານເປັນປົກກະຕິ. ເປັນອັນວ່າມື້ພັກລວມມີ 5 ວັນເຕັມ. ການໄດ້ພັກຫລາຍວັນຄືແນວນີ້ກໍເປັນການໄດ້ໃຈ ແລະ ຖືກໃຈຜູ້ມີພູມລໍາເນົາຢູ່ທ້ອງຖິ່ນ ເພາະຈະໄດ້ເມືອຢາມພໍ່ແມ່ຍາດພີ່ນ້ອງ ແລະ ຖືເອົາໂອກາດປີໃໝ່ລາວເປັນການສົມມາຄາລະວະພໍ່ແມ່ຜູ້ໃຫ້ກໍາເນີດ, ມີການສົມມັດສົມມາຄາລະວະຜູ້ເຖົ້າຜູ້ແກ່, ຜູ້ມີບຸນຄຸນຕໍ່ລູກຕໍ່ຫລານ. ບາງທ່ານບາງຄົນຜູ້ມີຖົງຕຶ່ງແດ່ກໍຖືເອົາໂອກາດນີ້ໄປທ່ອງທ່ຽວຕ່າງປະເທດກໍເປັນການດີ ເພື່ອຈະໄດ້ເຫັນບ້ານເມືອງເຂົາມີການພັດທະນາສ້າງສາແນວໃດ.
ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ບຸນປີໃໝ່ລາວແມ່ນຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດທີ່ພວກເຮົາເຄີຍເຮັດເຄີຍປະຕິບັດມານັບແຕ່ຄາວອີ່ປຸອີ່ປູ້. ນອກນັ້ນບຸນປີໃໝ່ລາວຍັງເປັນປະເພນີນອນຢູ່ໃນຮີດ 12 ຄອງ 14 ຂອງຊາດລາວເຮົາມາແຕ່ດຶກດໍາບັນ. ໃນສະໄໝປູ່ຍ່າຕານາຍເຮົາເພິ່ນເຮັດບຸນປີໃໝ່, ກ່ອນອື່ນໝົດແມ່ນພາກັນເຮັດຢູ່ໃນວັດ. ໝາຍວ່າໃນໄລຍະມື້ບຸນປີໃໝ່ເວລາບ່າຍໂມງກາງເວັນແມ່ນຈະໄດ້ພາກັນແຕ່ງນໍ້າອົບນໍ້າຫອມລົງໄປວັດເພື່ອທໍາພິທີໄຫວ້ພະຮັບສິນ. ເມື່ອສໍາເລັດຮຽບຮ້ອຍແລ້ວຈຶ່ງພາກັນຫົດສົງຄູບາອາຈານ, ຜູ້ເຖົ້າຜູ້ແກ່ແລ້ວຈຶ່ງມາຫົດສົງກັນຕາມບ້ານຕາມເຮືອນ. ສ່ວນຄອບຄົວໃດມີເງື່ອນໄຂກໍຈັດໃຫ້ມີການທໍາລາບາສີ, ຜູກຂໍ່ຕໍ່ແຂນ, ທັງມີການສົມມາຄະລະວະພໍ່ແມ່ຜູ້ທີ່ໃຫ້ກໍາເນີດ. ນີ້ກໍແມ່ນເພື່ອເປັນການປູກຈິດສໍານຶກໃຫ້ລູກຫລານຜູ້ເກີດໃໝ່ໃຫຍ່ລຸນຮູ້ສິນຮູ້ທໍາ, ຮູ້ຕໍ່າຮູ້ສູງ, ຮູ້ສໍາມາຄາລະວະ, ກາຍເປັນຄົນສຸພາບຮຽບຮ້ອຍອ່ອນໂຍນໄປຕາມວິຖີຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງຊາດເອົາໄວ້.
ພໍຕົກມາເຖິງຍຸກສະໄໝນີ້, ບ້ານເມືອງເຮົາໄດ້ມີຄວາມຈະເລີນຮຸ່ງເຮືອງໄປຕາມວິວັດທະນາການຂອງສັງຄົມ ໂດຍສະເພາະແມ່ນນັບແຕ່ຄ່າມີພັກ ແລະ ລັດຖະບານຊີ້ນໍາ-ນໍາພາບ້ານເມືອງມານີ້ຍິ່ງເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງບຸນປີໃໝ່ລາວຢ່າງກວ້າງຂວາງເລິກເຊິ່ງ ແລະ ໜັກແໜ້ນ. ສິ່ງທີ່ສະແດງອອກກໍຄືຖືເອົາບຸນປີໃໝ່ລາວໃຫ້ເປັນວາລະຂອງຊາດ, ເປັນໂອກາດອະນຸລັກຮັກສາ ທັງສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດເຮົາໄວ້ໃຫ້ໝັ້ນຄົງ, ເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາໃຫ້ກ້າວໜ້າຂະຫຍາຍຕົວໄປຕາມກົດເກນ ແລະ ວິວັດທະນາການຂອງສັງຄົມແຫ່ງຍຸກສະໄໝ. ສະນັ້ນ ຈຶ່ງເວົ້າໄດ້ວ່າການ ສະເຫລີມສະຫລອງບຸນປີໃໝ່ໃນສະໄໜນີ້ຈຶ່ງມີຫລາກຫລາຍສີສັນສຸດແລ້ວແຕ່ເງື່ອນໄຂ ແລະ ປັດໄຈຂອງແຕ່ລະທ້ອງຖິ່ນ. ຊາເຮົາເຫັນໃນຫລາຍປີຜ່ານມາ, ນອກຈາກພິທີທາງສາສະໜາ ແລະ ດ້ານຮີດຄອງປະເພນີແລ້ວ, ໂຕທີ່ຍັງບໍ່ທັນສອດຄ່ອງປານໃດນັ້ນແມ່ນຍັງມີການຫລິ້ນກິນ, ການມ່ວນຊື່ນທີ່ຫລາກຫລາຍເອົາແຕ່ຜູ້ຊິເຮັດເຊັ່ນ: ເອົາຂີ້ໝິ້ນໝໍ້ທາໜ້າກັນ, ຮ່າຍນໍ້າກ້ອນ, ນໍ້າສີດຶກແກວ່ງໃສ່ກັນ. ຜູ້ຊາຍບາງຄົນກໍແຕ່ງກາຍເປັນຜູ້ຍິງ, ນຸ່ງສິ້ນຂາດ, ເສື້ອຂາດ, ທາໜ້າທາຕາເຮັດແບບໂລດໂຜນ ທັງມ່ວນທັງມັນ. ຖືວ່າຕົນເອງໄດ້ເຮັດແບບນີ້ແມ່ນມ່ວນສຸດຂີດ. ບາງຄຸ້ມບ້ານກໍມີມະໂຫລີດົນຕີເສບພາກັນຫລິ້ນກິນຈົນໝົດມື້. ຊໍ້າບໍ່ໜໍາເຫັນຜູ້ຍິງຈໍານວນໜຶ່ງນຸ່ງຖືສັ້ນເຂີນເຂົ້າໄປຫົດສົງພະຢູ່ໃນວັດທີ່ບໍ່ ສອດຄ່ອງກັບຮີດກັບຄອງຕາມທີ່ພໍ່ແມ່ເຖົ້າແກ່ ຫລື ຮີດຄອງປະເພນີທີ່ເພິ່ນພາເຮັດພາໄປ. ອັນນີ້ລະເຮົາຈຶ່ງວ່າມັນມີຫລາກຫລາຍສີສັນ.
ເຖິງຢ່າງໃດກໍດີ, ຕາມເຮົາຄິດໃຜຊິເຮັດແນວໃດກໍເຮັດ, ໃຜຊິຫລິ້ນແບບໃດກໍຕາມແຕ່, ສິ່ງສໍາຄັນຢູ່ບ່ອນວ່າໃຫ້ມັນຈົບງາມຖືກຕ້ອງສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງຊາດ, ຢ່າເຮັດໃຫ້ມັນເສຍສັກສີຂອງຕົນເອງ ແລະ ຂອງປະເທດຊາດ. ກົງກັນຂ້າມຖ້າຫາກກະທໍາໃນສິ່ງທີ່ເກີນຂອບເຂດໄປແລ້ວເຂົາຈະຖືວ່າເປັນຄົນຫົວລ້ານລື່ນຄູ. ໃນສະພາບບ້ານເມືອງເຮົາຍັງມີຄວາມຫຍຸ້ງຍາກ, ເສດຖະກິດກໍາລັງບືນຕົວຈາກນ້ອຍຫາໃຫຍ່, ຈາກຄວາມທຸກສູ່ຄວາມຮັ່ງມີພວກເຮົາກໍຕ້ອງໄດ້ພ້ອມກັນປະຢັດ, ຄິດເພື່ອໝູ່ເພື່ອເຮົາ, ມີປະເທດຊາດຈຶ່ງມີເຮົາ ແລະ ເຮົາກໍຢູ່ນໍາປະເທດຊາດບ້ານເມືອງ. ໃຫ້ຄິດເຫັນມາດຕະການປະຢັດທີ່ລັດຖະບານເພິ່ນວາງອອກ. ຕາມເຮົາຄິດບຸນປີໃໝ່ປີນີ້ຕ້ອງພາກັນກິນພໍເໝາະ, ມ່ວນໃຫ້ສຸດໃຈ ແລະ ໃຫ້ໄດ້ວັດທະນະທໍາຈຶ່ງຖືວ່າເປັນການຖືກຕ້ອງ.