ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ

ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ - 606c5f72 5146 41dd 9b79 d53688161e1f - ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ
ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ - kitchen vibe - ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ

ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວັນທີ 1 ສິງຫາ 2022 ນີ້ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກສືບທອດກັນມາຫຼາຍເຊັ່ນຄົນ ແລະພາຍຫຼັງ ຫຼວງພະບາງ ໄດ້ຮັບການຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສີ່ງດືງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແລະຮ່ວມກິດຈະກຳການໃສ່ບາດ ທີ່ນະຄອນ ຫຼວງພະບາງ ໄດ້ເປັນຢ່າງດີ ສະເພາະໄລຍະລັດຖະບານ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ 19 ຜ່ອຍຄາຍລົງ ສັງເກດເຫັນວ່ານັກທ່ອງທ່ຽວຈາກປະເທດເພື່ອບ້ານ ໂດຍສະເພາະປະເທດໄທ ໄດ້ເຂົ້າມາທ່ອງທ່ຽວຫຼາຍຂຶ້ນ ແລະໄດ້ມີຫາງສຽງຈົ່ມວ່າ ກ່ຽວກັບປະກົດການຫຍໍ້ທໍ້ ເວລາທີ່ໄດ້ຮ່ວມກິດຈະກຳເຮັດບຸນໃສ່ບາດ, ຕໍ່ກັບບັນຫາທີ່ເກີດຂຶ້ນ

ບັນຫາຫາງສຽງຈົ່ມວ່າ ກ່ຽວກັບການເຮັດບຸນໃສ່ບາດຂອງນັກທ່ອງທ່ຽວ ແມ່ນເປັນປະກົດການທີ່ເກີດຂຶ້ນ ໃນໄລຍະທີ່ຄະນະຮັບຜິດຊອບມີການລະເຫຼີງ ຕໍ່ການລົງຕິດຕາມກວດກາ ຈຶ່ງເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຜູ້ຂາຍເຂົ້າໃສ່ບາດ ສວຍໂອກາດລະເມີດລະບຽບການທີ່ວາງໄວ້, ເຊີ່ງບັນຫານີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາໂດຍດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຫັດກຸມຂຶ້ນກວ່າເກົ່າ.

ພ້ອມນີ້ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຂົ້າໃສ່ບາດ ຈົ່ງເອົາໃຈໃສ່ປະຕິບັດລະບຽບການໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວ ຕ້ອງເປັນເຈົ້າການແນະນຳ ແລະອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປະກາດການຫຍໍ້ທໍ້ ກ່ຽວກັບການຂາຍເຂົ້າໃສ່ບາດຂຶ້ນອີກຄັ້ງໃໝ່.

ສຳລັບກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ ທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຂຶ້ນຕື່ມກ່ຽວກັບການບໍລິການ ແລະການໃຫ້ບໍລິການ ການຂາຍເຄື່ອງໃສ່ບາດ, ການສັນຈອນຕາມເສັ້ນທາງ ໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະການເຮັດບຸນໃສ່ບາດ ຢູ່ນະຄອນຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນ.

ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ - 5 - ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!