ສໍານັກງານນາຍົກຈັດພິທີຍ້ອງຍໍຜູ້ທີ່ດີເດັ່ນໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29


ເຊົ້າວັນທີ 16 ສິງຫານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໄດ້ຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍພະນັກງານ-ລັດຖະກອນຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທຸລະກິດຈໍານວນໜຶ່ງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ທຶນຮອນ ແລະ ສະຕິປັນຍາເຂົ້າໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບທີ່ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ໄດ້ປະດັບຫລຽນໄຊແຮງງານຊັ້ນ II ໃຫ້ 72 ທ່ານ, ຫລຽນໄຊແຮງງານຊັ້ນ III ໃຫ້ 53 ທ່ານ, ຫລຽນກາແຮງງານຈໍານວນ 65 ທ່ານ ແລະ ມອບໃບຍ້ອງລັດຖະບານໃຫ້ 132 ທ່ານ, ໃບຊົມເຊີຍລັດຖະບານ 48 ທ່ານ ແລະ ມອບໃບກຽດຕິຄຸນໃຫ້ 3 ບໍລິສັດ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຕາງໜ້າໃຫ້ລັດຖະບານໄດ້ໃຫ້ກຽດໂອ້ລົມພະນັກງານ-ລັດຖະກອນຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສາມາດຍາດມາໄດ້ຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ປະສົບຜົນສຳເລັດ ແລະ ພ້ອມນັ້ນ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ກະກຽມການດໍາເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍສະເພາະແມ່ນເອົາໃຈໃສ່ແກ້ໄຂວຽກງານທີ່ຍັງຄົງຄ້າງ, ຮຽບຮຽງຄືນບັນດາເນື້ອໃນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີມີປະສິດທິພາບ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດໃນການເປັນເສນາທິການໃຫ້ແກ່ການກະກຽມກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມອື່ນໆ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆທີ່ລັດຖະບານວາງອອກ, ໂດຍສະເພາະຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 09/ນຍ ວ່າດ້ວຍການປະຢັດມັດທະຍັດ, ສືບຕໍ່ຍູ້ແຮງການພົວພັນຮ່ວມມື ແລະ ຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ແລະ ສືບຕໍ່ຊີ້ນໍາ-ນໍາພາ 3 ອົງການຈັດຕັ້ງມະຫາຊົນໃນຫ້ອງວ່າການສໍານັກງານຍົກລັດຖະມົນຕີເປັນກໍາລັງແຮງສໍາຄັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ບັນລຸຜົນຕາມລະດັບຄາດໝາຍວາງໄວ້.