ອີຢູ ຈັດສັນງົບປະມານຊ່ວຍເຫລືອຢູເຄຣນ 1,6 ຕື້ເອີໂຣ


ສຳນັກຂ່າວ ອິນເຕີແຟກ-ອູແກຣນ (Interfax-Ukraine), ທ່ານ ເດນີສ ຊະມິຄໍລ (Denis Shmikal), ນາຍົກລັດຖະມົນຕີຢູເຄຣນ ຖະແຫລງວ່າ:
ທະນາຄານການລົງທຶນ ເອີຣົບ (EIB) ໄດ້ຕົກລົງທີ່ ຈະຈ່າຍເງິນ 1,6 ຕື້ເອີໂຣ ໃຫ້ແກ່ຢູເຄຣນ ຊຶ່ງໃນຈຳນວນນີ້ຈະຖືກຈັດສັນ ໂດຍທັນທີ 1 ຕື້ເອີໂຣ ເພື່ອນຳໄປໃຊ້ສຳລັບການກຽມພ້ອມຈ່າຍຄວາມຮ້ອນ (heating season) ລວມທັງ ການສ້ອມແປງແຫລ່ງຈ່າຍ ໄຟຟ້າ, ນ້ຳປະປາ ແລະ ຄວາມຮ້ອນ ທີ່ໄດ້ຮັບຄວາມເສຍຫາຍ ແລະ ເງິນອີກຈຳນວນໜຶ່ງ ທີ່ໄດ້ຮັບຈາກທະນາຄານດັ່ງກ່າວ ພື່ອນຳໃຊ້ສະໜັບສະໜູນທາງການເງິນແກ່ໂຄງການດ້ານປະສິດທິພາບພະລັງງານ, ຖະໜົນ, ການຂົນສົ່ງ, ການສຶກສາພື້ນຖານໂຄງລ່າງ ແລະ ພາກສ່ວນອື່ນໆ.
ກ່ອນໜ້ານີ້ ທ່ານ ເຊີໄຮ ມາຣເຊັນໂກ(Serhei Marchenko),ລັດຖະມົນຕີ ກະຊວງ ການເງິນ ອູແກຣນກ່າວວ່າ: ຢູເຄຣນ ມີແຜນຈະລະດົມທຶນຊ່ວຍເຫລືອສາກົນຈຳນວນ 20 ຕື້ໂດລາ ສະຫະລັດຈາກປະເທດພັນທະມິດຕາເວັນຕົກໃນທ້າຍປີນີ້.