ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ

ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ - kitchen vibe - ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ

ວັນນີໃນອະດີດ!!! ວັນທີ 29 ກໍລະກົດ 1957 ເປັນວັນສ້າງຕັ້ງອົງການປະລະມານູສາກົນຂຶ້ນເປັນອົງການລະຫວ່າງປະເທດທີ່ເນັ້ນສົ່ງເສີມການໃຊ້ພະລັງງານນິວເຄລຍຢ່າງສັນຕິ ແລະ ຫ້າມໃຊ້ທາງການທະຫານໃນນັ້ນລວມໄປເຖິງອາວຸດນິວເຄລຍ IAEA ເຖິງວ່າອົງການດັ່ງກ່າວຈະສ້າງຕັ້ງຂຶ້ນຢ່າງເປັນເອກະລາດຈາກອົງການສະຫະປະ ຊາຊາດໂດຍຜ່ານສົນທິສັນຍາລະຫວ່າງປະເທດຂອງອົງການເອງຄືກົດໝາຍ IAEA, ແຕ່ IAEA ໄດ້ລາຍງານຕໍ່ສະມັດຊາໃຫຍ່ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ.

IAEA ມີສຳນັກງານໃຫຍ່ຢູ່ກຸງວຽນນາ ແລະ ມີຫ້ອງການປົກປ້ອງພາກພື້ນ ສອງແຫ່ງຢູ່ໂທຣຮອນໂຕ ປະເທດການາດາ ແລະ ໂຕກຽວ ປະເທດຍີ່ປຸ່ນ. IAEA ຍັງເປັນສຳນັກງານຕິດຕໍ່ພົວພັນ ສອງແຫ່ງທີ່ຕັ້ງຢູ່ນະຄອນນິວຢອກ ສະຫະລັດອາເມຣິກາ ແລະ ເຈນີວາ ປະເທດສະວິດ. ນອກນີ້ຍັງມີຫ້ອງປະຕິບັດການສາມແຫ່ງຢູ່ກຸງວຽນນາ ແລະ ໄຊເບີຊອບ ປະເທດອອສເຕເຣຍ ແລະ ໂມນາໂກ.

ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ - Visit Laos Visit SALANA BOUTIQUE HOTEL - ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ

IAEA ເປັນອົງການເພື່ອການຮ່ວມມືທາງວິທະຍາສາດ ແລະ ເຕັກນິກ ເພື່ອໃຊ້ເຕັກໂນໂລຊີນິວເຄລຍ ແລະ ພະລັງງານນິວເຄຍຢ່າງສັນຕິລະຫວ່າງລັດຖະບານໃນທົ່ວໂລກ ໂດຍເນັ້ນສະໜັບສະໜູນການພັດ ທະນາການໃຊ້ເຕັກໂນໂລຊີນິວເຄຍຢ່າງສັນຕິ ການປົກປ້ອງລະຫວ່າງປະເທດຕໍ່ການໃຊ້ເຕັກໂນໂລຊີນິວເຄລຍ ແລະ ວັດຖຸນິວເຄລຍໃນທາງຜິດ ແລະ ສົ່ງເສີມຄວມປອດໄພນິວເຄລຍ(ຮ່ວມກັນປ້ອງກັນລັງສີ) ແລະ ມາດຖານຄວາມປອດໄພນິວເຄລຍໃນການນຳໄປປະຕິບັດ.

ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ - 4 - ວັນກໍ່ຕັ້ງອົງການພະລັງງານປະລະມານູສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!