ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ?

ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ? - wwibest3 - ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ?
ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ? - kitchen vibe - ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ?

ສົງຄາມໂລກຄັ້ງທີໜຶ່ງ ຫລື ມະຫາສົງຄາມ ທີ່ເອີ້ນກັນວ່າ ສົງຄາມຄາມຈັກກະພັດນິຍົມ ເກີດຂຶ້ນຕັ້ງແຕ່ວັນທີ 28 ກໍລະກົດ 1914 ຫາ 11 ພະຈິກ 1918 ໃນຊ່ວງຕົ້ນສັດຕະວັດທີ XIX ມີການປະຕິວັດອຸດສາຫະກຳຄັ້ງທີ II, ມີການນຳເອົາພະລັງງານນ້ຳມັນ ແລະ ກາສ ມາໃຊ້ໃນການຂົນສົ່ງ, ການຜະລິດສິນຄ້າຄວບຄູ່ກັບພະລັງງານອາຍນ້ຳ ເຮັດໃຫ້ເກີດຊາດມະຫາອຳນາດໃໝ່ຫລາຍຊາດໂດຍສະເພາະແມ່ນປະເທດໃນຢູໂຣບເຊິ່ງຜົນຈາກອຸດສາຫາກຳເຮັດໃຫ້ຫລາຍປະເທດຕ້ອງການວັດຖຸດິບ ແລະ ແຫລ່ງລະບາຍສິນຄ້າຈຶ່ງແຂ່ງຂັນກັນອອກຫລ່າອານານິຄົມ ແລະ ນຳໄປສູ່ຄວາມຄັດແຍ່ງໃນດິນແດນຕ່າງໆ ສາເຫດຂອງສົງຄາມໂລກຄັງທີ່ I ທີ່ປະເທດມະຫາອຳນາດໃນຢູໂຣບຕ່າງໆນັ້ນໄດ້ເຂົ້າສູ່ສົງຄາມມາຈາກປັດໄຈຫລັກໆດັ່ງນີ້

  1. ການຫລ່າອານານິຄົມ

ປະເທດເຈົ້າອານານິຄົມຈຳເປັນຕ້ອງໄດ້ມີກອງກຳລັງທະຫານຂະໜາດໃຫຍ່ເພື່ອທີ່ຈະໄດ້ນຳເອົາໄປເຝົ້າ, ຄວບຄຸມອານານິຄົມຂອງຕົນເອງ ແລະ ສ່ວນຫລາຍກໍຢູ່ໃນທະວີບອາຟິກກາ ລວມທັງ ຝຣັງ, ອັງກິດ, ອາເມລິກາ ແລະ ເຢຍລະມັນ ຕ່າງກໍໄດ້ເຂົ້າຢຶດພື້ນທີ່ໃນດິນແດນດັ່ງກ່າວ.

ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ? - Visit Laos Visit SALANA BOUTIQUE HOTEL - ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ?
  1. ການສະສົມອາວຸດ ແລະ ຂະຫຍາຍຂະໜາດກອງທັບ

ນອກຈາກຈະມີກອງທັບແລ້ວຍັງຕ້ອງມີອາວຸດເຂົ້າມານຳເວົ້າໄດ້ວ່າໃຜມີອັນໃດຕົນເອງກໍຕ້ອງມີເໜືອກວ່າຈົນສ້າງຄວາມບໍ່ໝັ້ນຄົງໃຫ້ກັບຝ່າຍກົງກັນຂ້າມ.

  1. ການຈັບມືເປັນພັນທະມິດ

ຈາກການທີ່ໄດ້ມີການກົດດັນຢ່າງໜັກ ເມື່ອປະເທດຕ່າງໆຮູ້ສຶກບໍ່ໝັ້ນຄົງຈາກການແຂ່ງຂັນສະສົມອາວຸດ ແລະ ກອງທັບ ກໍຈະພະຍາຍາມຫາພັນທະມິດໂດຍການເຮັດສົນທິສັນຍາທີ່ມີເນື້ອໃນວ່າຈະບໍ່ຮຸກຮານກັນ ຕ່າງຝ່າຍຈະຕ້ອງຊ່ວຍເຫລືອກັນເມື່ອອີກຝ່າຍຖືກຮຸກຮານແຕ່ແທ້ທີ່ຈິງແລ້ວຖ້າເປັນສົນທິສັນຍາແບບສອງປະເທດກໍອາດຈະພໍຮັບໄດ້ແຕ່ມັນກໍບໍ່ເປັນດັ່ງນັ້ນ ເຊິ່ງມັນບໍ່ແມ່ນສົນທິສັນຍາແບບສອງຝ່າຍແຕ່ພວກເຂົາຈະເຊັນສັນຍາຄ້າຍກັນກັບໃຍແມງມຸມເພາະໃນກຸ່ມນີ້ຖ້າໃຜຖືກຮຸກຮານທຸກຄົນໃນກຸ່ມຕ້ອງໄດ້ສົ່ງທະຫານເຂົ້າໄປຊ່ວຍ ແລະ ພວກເຂົາກໍບໍ່ໄດ້ເຊັນສົນທິສັນຍາກັນໃນສະເພາະພາກພື້ນຢູໂຣບແຕ່ສັນຍານີ້ລວມໄປເຖິງເລົ່າບັນດາອານານິຄົມເຊັນ ຖ້າເກີດການສູ້ຮົບໃນອາຟິກກາປະເທດເຈົ້າອານານິຄົມກໍຕ້ອງໄດ້ມີການສູ້ຮົບກັນຕາມທີ່ໄດ້ຕົກລົງກັນໄວ້.

  1. ການປັ່ນກະແສຊາດນິຍົມຂອງລັດຖະບານຕ່າງໆ

ການປຸກກະແສນິຍົມເປັນສິ່ງທີ່ລັດຖະບານຕ້ອງເຮັດຖ້າວ່າຈະກະກຽມປະເທດເຂົ້າສູ່ສົງຄາມ ນອກຈາກນັ້ນ, ການທີ່ຈະນຳເອົາເງິນພາສີໄປລົງທຸນກັບອາວຸດຫລາຍ ແລະ ເກນເອົາລູກຫລານຂອງຕົນໄປເປັນທະຫານຈຳເປັນຈະຕ້ອງໄດ້ຮັບຄວາມຍິນຍອມຈາກປະຊາຊົນບໍ່ດັ່ງນັ້ນລັດຖະບານກໍຕ້ອງຖືກຕໍ່ຕ້ານ ແລະ ໂຄ້ນລົ້ມກັນໄດ້ງ່າຍ ເມື່ອປະຊາຊົນໃນປະເທດມີຄວາມເຮິກເຫີມ, ຮັກຊາດ ກໍຈະມີການປະເມີນຕົນເອງເກັ່ງເກີນຄວາມເປັນຈິງ ຖ້າວ່າໃຜຢາມກຽດກໍອາດມີການອະລາວາດສະໜັບສະໜູນໃຫ້ເອົາທະຫານມາຍົກພວກຕີກັນ

ນອກນັ້ນນັກປະຫວັດສາດຍັງໄດ້ມີການຖົກຖຽງກັນໄວ້ວ່າ ສົງຄາມໂລກຄັ້ງທີ I ເປັນສົງຄາມທີ່ເກີດຈາກຄວາມບັງເອີນ ຫລື ວ່າຄວາມຕັ້ງໃຈຂອງບາງປະເທດດັ່ງກາວ

ຂໍ້ມູນຈາກ https://www.youtube.com/watch?v=3p2Q875Tktg

https://www.acr.ac.th/acr/ACR_CAI/Chutikarn2/M31-56/M31group4/page%202.html

ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ? - 5 - ສົງຄາມໂລກຄັ້ງທີ 1 ເກີດຂຶ້ນໄດ້ແນວໃດ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!