ລະດູຝົນຕ້ອງລະວັງສາຍໄຟ ແລະ ຕົ້ນໄມ້

- 20930459 857708081054669 1319668132 o - ລະດູຝົນຕ້ອງລະວັງສາຍໄຟ ແລະ ຕົ້ນໄມ້
- kitchen vibe - ລະດູຝົນຕ້ອງລະວັງສາຍໄຟ ແລະ ຕົ້ນໄມ້

ໂດຍ: ທ່ຽງ​ທຳ

​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ຫລາຍ​ຄົນ​ກໍ​ອາດ​ຈະ​ເຫັນ​ສະພາບ ​ແລະ ຄວາມ​ອັນຕະລາຍ​ລະຫວ່າງ​ຕາ​ຂ່າຍ​ໄຟຟ້າ ​ແລະ ຕົ້ນ​ໄມ້​ແຄມ​ທາງ​ຫລາຍ​ເສັ້ນ​ໃນ​ນະຄອນຫລວງ​ວຽງ​ຈັນ ມີ​ລັກສະນະ​ຕິດ​ໃສ່​ສາຍ​ໄຟຟ້າ​ໃກ້​ເກີນ​ໄປ, ບາງ​ບ່ອນ​ງ່າ​ໄມ້​ໄປ​ກວມ​ເອົາ​ຮອດ​ສາຍ​ໄຟ​ກໍ​ມີ. ​ເມື່ອ​ຝົນຕົກ ​ແລະ ຟ້າ​ລົມ​ມາ​ອາດ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ພາ​ໃຫ້​ໄຟ​ຊ໋ອດ ​ແລະ ຖ້າ​ລົມ​ແຮງ​ກໍ​ອາດ​ສົ່ງ​ຜົນ​ໃຫ້​ຕົ້ນ​ໄມ້ ​ແລະ ງ່າ​ໄມ້​ເຫລົ່ານັ້ນຫັກ​ລົງ​ມາ​ທັບ​ເອົາ​ຕາ​ຂ່າຍ​ໄຟຟ້າ​ດັ່ງກ່າວ​ກໍ​ເປັນ​ໄດ້, ​ເມື່ອ​ມີ​ກໍລະນີ​ແນວ​ນັ້ນກໍ​ອາດ​ສົ່ງ​ຜົນ​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ຊີວິດ​ຂອງ​ປະຊາຊົນ​ຜູ້​ຢູ່​ໃກ້​ຄຽງ ​ແລະ ອາດ​ນຳ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ລັດ​ເປັນ​ຈຳນວນບໍ່​ໜ້ອຍ ​ເຊິ່ງ​ໃນ​ຜ່ານ​ມາ ​ເຖິງ​ວ່າ​ກໍລະນີ​ຄວາມ​ສ່ຽງ​ດັ່ງກ່າວ​ຍັງ​ບໍ່​ເກີດ​ຂຶ້ນຫລາຍ​ກໍ​ຍ້ອນ​ການ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ຂອງ​ເຈົ້າໜ້າ​ທີ່​ໄຟຟ້າ, ​ໃນ​ການ​ຕັດ​ຮອນ​ຕົ້ນ​ໄມ້ ​ແລະ ສິ່ງ​ກີດຂວາງ​ຕ່າງໆ​ອອກ​ຈາກ​ຕາ​ຂ່າຍ, ​ແຕ່​ປັດຈຸບັນ​ກໍ​ແມ່ນ​ໄລຍະ​ລະດູຝົນ ​ເຊິ່ງຄວາມ​ສ່ຽງ​ດັ່ງກ່າວ​ໄດ້​ປາກົດ​ມີ​ຂຶ້ນຕໍ່​ລະບົບ​ສາຍ​ໄຟຟ້າ​ຫລາຍ​ຈຸດ​ໃນ​ຕົວ​ເມືອງ ​ແລະ ຖ້າ​ບໍ່​ແມ່ນ​ລະບົບ​ສາຍ​ເປື່ອຍ​ກໍ​ຍັງ​ໄຄ​ແດ່. ​ເອົາລະ ! ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຮຽກຮ້ອງ​ໃຫ້​ພະນັກງານ​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ກວດກາ, ຖ້າ​ບ່ອນ​ໃດ​ຈຸດ​ໃດ​ອາດ​ມີ​ຄວາມ​ສ່ຽງ​ກໍ​ຄວນ​ຕັດ​ຮອນ​ງ່າ​ໄມ້​ອອກ​ແມ່ນ​ຈະ​ເປັນ​ການ​ດີ​ທີ່​ສຸດ, ພ້ອມ​ນັ້ນ ກໍ​ແມ່ນ​ສະພາບ​ນົກ​ກະຈອກ​ເຂົ້າ​ເຮັດ​ຮັງ​ຢູ່​ຈຸດ​ເສົາ​ໄຟ​ໃດ​ທີ່​ມີ​ລັກສະນະ​ເປັນ​ປຸ້ມ​ເປັນ​ເປົ້າຢູ່​ນັ້ນກໍ​ອາດ​ມີ​ຄວາມ​ສ່ຽງ​ກໍ່​ໃຫ້​ເກີດ​ໄຟ​ຊ໋ອດ, ​ໄຟ​ໄໝ້​ເກີດ​ຂຶ້ນກໍ​ເປັນ​ໄດ້ ອັນ​ນີ້​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ ທັງ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະອາດ​ງາມ​ຕາ​ຂອງ​ຕົວ​ເມືອງ ບົນ​ຈິດ​ໃຈ​ຄຳ​ຂວັນ 6 ສ ຂອງ​ນະຄອນຫລວງ​ປາກົດ​ຜົນ​ເປັນ​ຈິງ ​ໂດຍ​ສະ​ເພາະ ສ.ສະອາດ ​ແລະ ສ.ສະຫວ່າງ ​ໃຫ້​ຮັບປະກັນ.

- Visit Laos Visit SALANA BOUTIQUE HOTEL - ລະດູຝົນຕ້ອງລະວັງສາຍໄຟ ແລະ ຕົ້ນໄມ້
- 3 - ລະດູຝົນຕ້ອງລະວັງສາຍໄຟ ແລະ ຕົ້ນໄມ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!