26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ

26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ - 1 0tbicVN5tpLbCl6tX9GraA - 26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ
26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ - kitchen vibe - 26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ

ວັນທີ 26 ກໍລະກົດ 1875 ເປັນວັນເກີດຂອງທ່ານ ຄາຣ ຍຸງ (Carl Gustav Jung) ຈິດຕະແພດຊາວສະວິດເຊີແລນ ນັກຄົ້ນຄິດຜູ້ກໍຕັ້ງສຳນັກງານ “ຈິດຕະວິທະຍາວິເຄາະ” (analytical psychology) ເກີດທີ່ເມືອງ ທົວເກົາ (Thurgau) ພາກຕາເວັນອອກສຽງເໜືອຂອງເຊີວິດເຊີແລນ.

ໃນຕອນເດັກພໍ່່ກັບແມ່ຂອງລາວໄດ້ແຍກທາງກັນ ພາຍຫລັງທີ່ແມ່ຂອງລາວບໍ່ສະບາຍພໍ່ຂອງລາວຈຶ່ງສົ່ງລາວໄປຢູ່ກັບອາ ທ່ານ ຄາຣ ຍຸງ ລາວຈຶ່ງເປັນເດັກທີ່ມັກເກັບຕົວ ແລະ ມັກຄົ້ນຄິດຕຶກຕອງຢູ່ຄົນດຽວ ລາວຫາທາງອອກໂດຍການແກະສະລັກດິນສໍ ຫລື ຂຽນຊື່ຕົນເອງໃສ່ເຈ້ຍເປັັັັັັນພາສາລັບ ເຊິ່ງເຮັດໃຫ້ຈິດໃຈຂອງລາວສະຫງົບ ທຳອິດລາວຕ້ອງການຮຽນບູຮານຄະດີ ແຕ່ຄອບຄົວຂອງລາວບໍ່ສະໜັບສະໜູນ ລາວຈຶ່ງຫັນໄປຮຽນໝໍທີ່ມະຫາວິທະຍາໄລບາເຊວ (University of Basel) ໃນປີຕໍ່ມາ ລາວເລີ່ມສົນໃຈໃນການຮຽນຈິດຕະແພດ ລາວເລີ່ມເຮັດວຽກໃນໂຮງໝໍໂລກຈິດທີ່ເມືອງຊູລິດ.

26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ - Visit Laos Visit SALANA BOUTIQUE HOTEL - 26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ

ໃນປີ 1906 ລາວຂຽນໜັງສືເຫລັ້ມທຳອິດຄື: “Studies in Word Association” ໄດ້ສົ່ງໃຫ້ ຟຣອຍ (Sigmund Freud) ນັກຈິດຕະວິທະຍາຮຸ້ນອ້າຍທີ່ກໍາລັງມີຊື່ສຽງ ຕໍ່ມາທັງສອງຄົນໄດ້ກາຍເປັນໝູ່ສະໜິດກັນທີ່ເຮັດວຽກຮ່ວມກັນມາເປັນເວລາ 6 ປີ ກ່ອນທີ່ຈະມີຄວາມຄັດແຍກກັນທາງດ້ານແນວຄິດພາຍຫລັງ.

ໃນປີ 1913 ທ່ານ ຄາຣ ຍຸງ ໄດ້ຕີພິມໜັງສື “The Psychology of the Unconscious” ເຊິ່ງສະທ້ອນຄວາມຄິດຂອງລາວວ່າ ບໍ່ເຫັນດີກັບທິດສະດີຂອງ ຟຣອຍ ທີ່ເຊື່ອວ່າ ການຂັບເຂື່ອນທາງເພດເປັນແຮງພັກດັນພື້ນຖານໃນການດຳລົງຊີວິດຂອງມະນຸດ ຍິ່ງໄປກວ່ານັ້ນ, ບຸກຄະລິກກະພາບບໍ່ໄດ້ຖືກກຳນົດໄວ້ຕັ້ງແຕ່ໄວເດັກຕາມທີ່ ຟຣອຍ ຄິດແຕ່ສາມາດປ່ຽນແປງໄດ້ຕະຫລອດ ແລະ ຍັງປະກອບດ້ວຍປົມຕ່າງໆ ຫລື ກຸ່ມຂອງຄວາມຈື່ຈຳ, ຄວາມນຶກຄິດ ເມື່ອເຮົາເຕີບໃຫຍ່ເຮົາຈະພະຍາຍາມປະສົມສິ່ງເຫລົ່ານີ້ເຂົ້າເປັນບຸກຄະລິກສະເພາະຂອງຕົນເອງ.

ຫລັງຈາກນັ້ນ ທ່ານ ຄາຣ ຍຸງ ຫັນມາພັດທະນາທິດສະດີຂອງຕົນເອງໂດຍພະຍາຍາມທຳຄວາມເຂົ້າໃຈຈິດໃຕ້ສຳນຶກໂດຍການວິເຄາະລັກສະນະທີ່ຢູ່ເລິກລົງໄປໃນປະສົບການທາງສາສະໜາ ຕຳນານປະລຳປະລາ ແລະ ຄວາມຝັນ ທ່ານ ຄາຣ ຍຸງ ເຊື່ອວ່າ ລັກສະນະເຫລົ່ານີ້ສ່ວນໃຫຍ່ເກີດຈາກ “ຈິດໃຕ້ສຳນຶກຮ່ວມຂອງມະນຸດ” (Collective Unconscious) ເຊິ່ງລາວເຊື່ອວ່າ ຄວາມຄິດ ແລະ ຄຸນຄ່າຕ່າງໆ ມະນຸດໄດ້ຮັບຕົກທອດມາບໍ່ຮູ້ຕົວ ວິທີບໍາບັດຂອງ ທ່ານ ຄາຣ ຍຸງ ຈະຄ່ອຍເຮັດໃຫ້ຄົນຄ່ອຍໆຮູ້ສຶກເປັນໜຶ່ງດຽວກັບມະນຸດ.

ໃນບັ້ນປາຍຊີວິດຫລັງສົງຄາມໂລກຄັ້ງທີ 1 ລາວອອກເດີນທາງເພື່ອຮຽນຮູ້ໃນດິນແດນຕ່າງໆເຊັ່ນ: ອາເມລິກາເໜືອ, ເຄນຢາ ແລະ ອິນເດຍ ເຮັດໃຫ້ລາວໄດ້ຮຽນຮູ້ສາສະໜາ, ສະຕິປັນຍາ ແລະ ຄວາມຄິດທີ່ເລິກເຊິ່ງເຊັ່ນ: ສາສາໜາຄິດຕຽນ, ຮິນດູ, ພຸດທະສາສະໜາ ແລະ ການເດີນທາງເຮັດໃຫ້ລາວໄດ້ຮູ້ຈັກ “ຕົວຕົນ” ທ່ານ ຄາຣ ຍຸງ ເຊື່ອວ່າມະນຸດທຸກຄົນຕ້ອງມີຈຸດມຸ່ງໝາຍທີ່ໄກກວ່າເລື່ອງວັດຖຸຄືຕ້ອງໄປໃຫ້ເຖິງຈິດວິນຍານ ແລະ ທ່ານ ຄາຣ ຍຸງ ໄດ້ເສຍຊີວິດວັນທີ 6 ມິຖຸນາ 1961.

26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ - 4 - 26 ກໍລະກົດ 1875 ວັນເກີດ ທ່ານ ຄາຣ ຍຸງ ນັກຄົ້ນຄິດຜູ້ກໍ່ຕັ້ງສຳນັກງານ ຈິດຕະວິທະຍາວິເຄາະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!