ແມນຢູ ກຽມຫາທາງອອກປ່ອຍ ໂຣນັລໂດ ໃຫ້ ແອັດ ມາດຣິດ ຢືມໃຊ້ງານ




ເປີດເຜີຍ 1 ທາງອອກທີ່ທຸກຝ່າຍຈະພໍໃຈ ຫາກ ຄຣິສຕຽນໂນ ໂຣນັລໂດ ຍ້າຍຈາກ ແມນເຊສເຕີ ຢູໄນເຕັດ ໄປຢູ່ກັບທີມທີ່ໄດ້ຫລິ້ນ ຢູຟາ ແຊ໊ມປຽນລີກ ນັ້ນກໍຄື ແອດເລຕິໂກ ມາດຣິດ.
ເດິ ມິຣເຣີ ສື່ໃນອັງກິດລາຍງານວ່າ ແມນເຊສເຕີ ຢູໄນເຕັດ ທີມອັນດັບ 6 ພຣີເມຍລີກ ອັງກິດ ອາດພິຈາລະນາເລື່ອງການປ່ອຍ ຄຣິສຕຽນໂນ ໂຣນັລໂດ ໃຫ້ຍ້າຍໄປຢູ່ກັບສະໂມສອນທີ່ໄດ້ໄປລຸຍ ຢູຟາ ແຊ໊ມປຽນ ລີກ ຕາມທີ່ນັກເຕະຕ້ອງການ ພາຍໃຕ້ ສັນຍາຢືມຕົວ 1 ລະດູການ ຫລັງຈາກ ແມນຢູ ຄວ້າໂຄຕ້າ ໄດ້ພຽງ ຢູໂຣປາ ລີກ ໃນລະດູການນີ້.
ເຖິງວ່າຍອດດາວຍິງທີມຊາດໂປຣຕຸເກສຈະເຫລືອສັນຍາກັບ ແມນຢູ ພຽງປີດຽວ ແຕ່ກໍຍັງມີເງື່ອນໄຂໃນການຂະຫຍາຍເພີ່ມອີກ 1 ປີເຫລືອຢູ່ ເຮັດໃຫ້ ແມນຢູ ອາດຫາທາງອອກໃຫ້ກອງຫນ້າອາຍຸ 37 ປີ ດ້ວຍການປ່ອຍໃຫ້ສະໂມສອນທີ່ໄດ້ລົງຫລິ້ນ ຢູຟາ ແຊ໊ມປຽນລີກ ຢືມຕົວໄປໃຊ້ງານໃນລະດູການນີ້ ກ່ອນໃຊ້ຕົວເລືອກຕໍ່ສັນຍາ ໂຣນັລໂດ ຫລັງກັບມາຈາກການຢືມຕົວ.
ຂະນະທີ່ ແມນຢູ ຕ້ອງຫວັງໃຫ້ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ພາທີມຕິດອັນດັບ 1 ໃນ 4 ຂອງພຣີເມຍລີກ ເພື່ອຄວ້າ ໂຄຕ້າກັບໄປຫລິ້ນຢູຟາ ແຊ໊ມປຽນລີກ ເຊິ່ງອາດເຮັດໃຫ້ ຕອບຕົກລົງໃຊ້ຕົວເລືອກຂະຫຍາຍສັນຍາ ແລະ ຍັງຢູ່ຊ່ວຍທີມລ່າປະ ຕູໃນລະດູການຖັດໄປ.
ເວລານີ້ ໂຣນັລໂດ ຍັງບໍ່ໄດ້ກັບມາລາຍງານກັບ ແມນຢູ ດ້ວຍເຫດຜົນສ່ວນຕົວກ່ຽວກັບຄອບຄົວ ເຖິງວ່າຫມູ່ຮ່ວມທີມຄົນອື່ນໆ ຈະກັບມາຊ້ອມໄດ້ເກືອບ 1 ເດືອນ ແລະ ລົງຫລິ້ນເກມອຸ່ນເຄື່ອງກ່ອນເປີດລະດູການໄປແລ້ວ 4 ນັດ ຂະນະທີ່ ຈອດ ເມນເດສ ຕົວແທນສ່ວນຕົວກໍພວມຊອກຫາຕົ້ນສັງກັດໃຫມ່ໃຫ້ ຫລັງຖືກ 4 ຖືກປະຕິເສດມາແລ້ວ ທັງ ບາເຢິນ ມິວນິກ, ປາຣີສ ແຊັງ ແຊັກແມັງ, ເຊລຊີ ແລະ ຣຽວ ມາດຣິດ ຂະນະທີ່ນັກເຕະກໍປິດໂອກາດຍ້າຍກັບໄປ ສະປອດຕິງ ລິສບອນ ສະໂມສອນທຳອິດໃນອາ ຊີບນັກເຕະ ລວມເຖິງທີມໃນຊາອຸດິ ອາຣະເບຍ.
ສະຖານະການຫລ້າສຸດ ແອດເລຕີໂກ ມາດຣິດ ສະໂມສອນຊັ້ນນຳຈາກ ລາ ລີກາ ສະເປນ ກາຍເປັນທີມທີ່ມີໂອກາດຮ່ວມງານກັບ ໂຣນັລໂດ ຫລາຍທີ່ສຸດ ຫລັງມີທ່າທີສົນໃຈ ແລະ ກະຕືລືລົ້ນໃນການຄວ້າຕົວ ເຊິ່ງແຫລ່ງຂ່າວລະບຸວ່າການເຈລະຈາລະຫວ່າງ ແມນ ຢູ ກັບ ຈອດ ເມນເດສ ເມື່ອບໍ່ມານີ້ ໄດ້ມີການສະເຫນີໃຫ້ຍ້າຍທີມແບບຢືມຕົວກ່ອນໃຊ້ຕົວເລືອກຕໍ່ສັນຍາ 1 ປີດັ່ງທີ່ກ່າວມາຂ້າງ ເທິງນຳອີກ.