ມາເນ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີຂອງທະວີບແອຟຣິກາ 2 ສະໄຫມຊ້ອນ




ຊາດີໂອ ມາເນ ຄວ້າລາງວັນນັກເຕະດີເດ່ັນແຫ່ງປີ 2022 ຂອງທະວີບ ແອຟຣິກາ ເຊິ່ງເປັນສະໄຫມທີ 2 ຕິດຕໍ່ກັນຂອງລາວ ຫລັງສ້າງຜົນງານດີເດ່ັນທັງກັບທີມຊາດ ແລະ ສະໂມສອນ.
ເຊິ່ງ ມາເນ ເປັນກຳລັງສຳຄັນນຳ ເຊເນກັລ ຄວ້າແຊ໊ມ ແອຟຣິກາ ຄັພ ອອຟ ເນຊັນ 2021 ທີ່ຖືກເລື່ອນມາແຂ່ງເມື່ອຕົ້ນປີນີ້ ເຊິ່ງລາວຄວ້າລາງວັນນັກເຕະດີເດ່ັນປະຈຳລາຍການນຳອີກ ຫລັງຈາກນັ້ນ ມາເນ ນຳທີມຄວ້າໂຄຕ້າໄປຫລິ້ນບານໂລກ 2022 ຮອບສຸດທ້າຍໄດ້ສຳເລັດນຳອີກ.
ຂະນະທີ່ຜົນງານສະໂມສອນ ມາເນ ມີສ່ວນຢ່າງຍິ່ງໃນການນຳລີເວີພູລ ມີລຸ້ນກວາດ 4 ແຊ໊ມໃຫຍ່ໃນລະດູການດຽວ ກ່ອນຈະຈົບດ້ວຍການຄວ້າແຊ໊ມເອຟເອ ຄັພ ແລະ ຄາຣາບາວ ຄັພ ໂດຍປັດຈຸບັນລາວຍ້າຍມາ ບາເຢິນ ມິວນິກ ຍອດທີມແຫ່ງເຢຍລະມັນຮຽບຮ້ອຍແລ້ວ.
ກ່ອນຫນ້ານີ້ ມານາ ຄວ້າລາງວັນນັກເຕະດີເດ່ັນລະດັບທະວີບຄົນຫລ້າສຸດເມື່ອປີ 2019 ຈາກນັ້ນການມອບລາງວັນເວັ້ນໄປ 2 ປີ ເພາະວິກິດໂຄວິດ-19 ສ່ວນຄັ້ງນີ້ ມາເນ ຊະນະ ໂມຮາເຫມັດ ຊາລາ ກອງຫນ້າທີມຊາດອີຢິບ ແລະ ເອດູອາ ເມນດີ ຜູ້ຮັກສາ ປະຕູຫມູ່ຮ່ວມທີມຊາດ ເຊເນກັລ.
ມາເນ ກ່າວວ່າ : ‘‘ ຂ້ອຍຮູ້ສຶກພູມໃຈ ແລະ ເປັນກຽດທີ່ໄດ້ຮັບກຽດນີ້ ຂ້ອຍຂໍອຸທິດລາງວັນແດ່ເຍົາວະຊົນໃນ ເຊເນກັລ ຂ້ອຍມີຄວາມຮູ້ສຶກປື້ມໃຈ ແລະ ບໍ່ມີຄຳໃດມາບັນລະຍາຍໄດ້ ’’.