ມີມາດຕະການເດັດ ຈຶ່ງເຮັດໃຫ້ແມ່ຍິງມີຄ່າ!.
ເມື່ອເວົ້າເຖິງຄວາມສະເໝີພາບຂອງບົດບາດຍິງ-ຊາຍ ໃຜໆກໍຄຸ້ນເຄີຍດີກັບຄຳເວົ້າທີ່ມ່ວນຫູນີ້, ເຊິ່ງບໍ່ວ່າປະເທດເຮົາ ກໍຄືຫລາຍປະເທດໄດ້ສ້າງນະໂຍບາຍທີ່ຫລາກຫລາຍ ເພື່ອສົ່ງເສີມບົດບາດຂອງແມ່ຍິງ ແລະ ຊາຍໃຫ້ ເທົ່າທຽມກັນ, ແຕ່ຈະມີຢູ່ໄສແດ່ທີ່ໃຫ້ເຮົາໄດ້ເຫັນຄວາມຈິງທີ່ປະຈັກຕາຄັກໆໃນເລື່ອງນີ້?.
ພາຍໃຕ້ສົນທິສັນຍາຊີດໍ (Convention on Elimination of All forms of Dricrimination Against Women) ທີ່ແປສັ້ນໆວ່າສົນທິສັນຍາວ່າດ້ວຍການຕ້ານການຈຳແນກແມ່ຍິງທຸກຮູບແບບ ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາໃນປີ 1979 ເປັນຕົ້ນມາ, ໄດ້ມີ 189 ປະເທດທີ່ໄດ້ເຂົ້າຮ່ວມເປັນພາຄີ, ໃນນັ້ນກໍຮວມມີ ສປປ ລາວເຮົາ ກໍໄດ້ໃຫ້ສັດຕະຍາບັນຕັ້ງແຕ່ປີ 1981 ເປັນຕົ້ນມາ, ສະນັ້ນຈຶ່ງເອີ້ນວ່າແນວຄວາມຄິດໃນການສົ່ງເສີມຄວາມສະເໝີພາບຍິງ ແລະ ຊາຍນີ້ ໄດ້ກາຍມາເປັນທີ່ໄດ້ຄວາມນັບຖື ແລະ ນຳໄປຜັນຂະຫຍາຍໃນແຕ່ລະຂົງເຂດໃນໂລກທີ່ມີວັດ ທະນະທຳ ແລະ ສະພາບແວດລ້ອມທີ່ແຕກຕ່າງກັນ, ເພາະສະນັ້ນ ບາງປະເທດກໍເຮັດໄດ້ດີແດ່, ແຕ່ບາງປະເທດກໍເບິ່ງຄືວ່າແນວຄວາມຄິດນີ້ຈັ່ງແມ່ນຕໍ່ຕ້ານກັບຄວາມເປັນຈິງທີ່ຝັງຮາກມາດົນນານພິລຶກ.
ປະເທດອຽກລັງ (Iceland) ໄດ້ຊື່ວ່າເປັນປະເທດທີ່ມີຄວາມສະເໝີພາບຂອງບົດບາດຍິງ-ຊາຍທີ່ສຸດໃນໂລກ, ແຕ່ຫລາຍປະເທດກໍຍັງບໍ່ແນ່ໃຈວ່າມັນແມ່ນການຕັດສິນທີ່ຖືກຕ້ອງ ຫລືບໍ່? ເພາະບໍ່ຮູ້ຊັດເຈນວ່າເອົາອັນໃດມາວັດແທກ? ແຕ່ຜ່ານມາບໍ່ດົນນີ້, ເວທີປຶກສາເສດຖະກິດໂລກ (world Economic Forum) ໄດ້ລາຍງານວ່າ: ປະເທດອຽກລັງໄດ້ອອກກົດໝາຍທີ່ ການຈ່າຍຄ່າແຮງງານໃຫ້ຜູ້ຊາຍຫລາຍກວ່າແມ່ຍິງນັ້ນ ເປັນສິ່ງທີ່ຜິດກົດໝາຍ. ໂດຍໄດ້ລະບຸວ່ານາຍຈ້າງຕ້ອງຈ່າຍຄ່າແຮງງານ ຫລື ເງິນເດືອນໃຫ້ ພະນັກງານຂອງຕົນຢ່າງເທົ່າທຽມກັນ ໂດຍບໍ່ໃຫ້ຈຳແນກທາງເພດຢ່າງເດັດຂາດ, ເຊິ່ງກົດໝາຍດັ່ງກ່າວໄດ້ຮັບຮອງເອົາໃນວັນທີ 8 ມີນາ 2017 ວັນແມ່ຍິງສາກົນທີ່ຜ່ານມາ, ເຊິ່ງທ່ານ ທອສເຕນ ວິກລູນສັນ (Thorsteinn Viglundsson) ລັດຖະມົນຕີສະຫວັດດີການສັງຄົມ ແລະ ຄວາມເທົ່າທຽມຂອງອຽກລັງ ກ່າວວ່າ: “ມັນເປັນເວລາທີ່ເໝາະສົມທີ່ຈະປ່ຽນແປງຈາກທຳນຽມກ່ຽວກັບສິດທິຄວາມເທົ່າທຽມກັນ” ເຊິ່ງການປ່ຽນແປງອັນນີ້ ກໍເນື່ອງມາຈາກການທີ່ແມ່ຍິງໃນປະເທດດັ່ງກ່າວພ້ອມພາກັນລຸກຂຶ້ນທວງເອົາສິດອັນຊອບທຳຂອງຕົນທີ່ເປັນຂະບວນຟົດຟື້ນໃນເດືອນຕຸລາ 2016 ທີ່ຜ່ານມາ.
ຈາກການນຳໃຊ້ມາດຕະການດັ່ງກ່າວນັ້ນ, ຈຶ່ງເຫັນວ່າແມ່ຍິງສາມາດເອົາຊະນະທຳນຽມທີ່ຖືກຄອບງຳມາດົນນີ້ຈົນໄດ້, ເຊິ່ງເປັນນິມິດໝາຍໃຫ້ແມ່ຍິງ ກໍຄືລັດຖະບານປະເທດອື່ນໆໃຫ້ເອົາຈິງເອົາຈັງກັບຄວາມເທົ່າທຽມ ໂດຍສະເພາະລະຫວ່າງຍິງ ແລະ ຊາຍ, ມັນກໍອາດເບິ່ງມີເຫດຜົນທີ່ວ່າ ເມື່ອຄວາມສະເໝີພາບຍິງ-ຊາຍບໍ່ມີໃນສັງຄົມໃດ ສັງຄົມນັ້ນກໍຂາດຄວາມເທົ່າທຽມຂອງຄົນໃນວົງກວ້າງ ຊຶ່ງບໍ່ສະເພາະລະຫວ່າງຍິງ ແລະ ຊາຍ, ເຊິ່ງກວມເອົາລະຫວ່າງກຸ່ມຄົນອີກດ້ວຍ.
ມີມາດຕະການເດັດຈຶ່ງເຮັດໃຫ້ແມ່ຍິງມີບົດບາດເທົ່າທຽມກັບເພດຊາຍ ແລະ ມີຄຸນຄ່າເທົ່າທຽມກັນ, ເພາະສະນັ້ນ, ລັດຖະບານລາວຈຶ່ງໃຫ້ຄວາມສຳຄັນໃນການສົ່ງເສີມວຽກງານດ້ານນີ້, ໂດຍມີບັນດານະໂຍບາຍທີ່ສົ່ງເສີມແມ່ຍິງ ແລະ ສະຖາບັນທີ່ເຂັ້ມແຂງ, ເຖິງວ່າຈະຍັງມີອຸປະສັກຫລາຍຢ່າງ ແຕ່ພື້ນຖານທີ່ມີ ກໍໄດ້ຊ່ວຍໃຫ້ແມ່ຍິງພວກເຮົາມີຄວາມກ້າວໜ້າຂຶ້ນເລື້ອຍໆ.