ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ

ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - aHR0cHM6Ly9zLmlzYW5vb2suY29tL2hlLzAvdWQvMy8xNTgwMS9haXItY29uZGl0aW9uZXIuanBn - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ
ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - kitchen vibe - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ

 

ຢູ່ຫ້ອງແອໝົດມື້ ໃຜວ່າສະບາຍ ຖ້າມີອາການດັງແຫ້ງ ຫາຍໃຈແລ້ວແສບດັງ ອາດສ່ຽງເປັນ ພະຍາດເຍື່ອດັງອັກເສບ ໄດ້ໂດຍບໍ່ຮູ້ຕົວ

ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - Visit Laos Visit SALANA BOUTIQUE HOTEL - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ
  • ເຍື່ອດັງອັກເສບແມ່ນຫຍັງ?

ອາການເຍື່ອດັງອັກເສບເກີດຂຶ້ນໄດ້ກັບຜູ້ທີ່ຢູ່ໃນອຸນຫະພູມທັງແຫ້ງ ແລະ ເຢັນເປັນຕົ້ນແມ່ນຢູ່ໃນຫ້ອງແອເປັນເວລາຫລາຍຊົ່ວໂມງ ດ້ວຍສະພາບທີ່ຮ້ອນຊື້ນ

  • ສາເຫດຂອງເຍື່ອດັງອັກເສບ

ໃນຫ້ອງປັບອາກາດແອເຢັນໆ ຈະເຮັດໃຫ້ອາກາດຮອບຕົວເຢັນ ແລະ ແຫ້ງ ດັງສູບເອົາອາກາດເຂົ້າໄປ ພາຍໃນດັງຈະພະຍາຍາມປັບອາກາດໃຫ້ອຸ່ນ ເພື່ອໃຫ້ເໝາະສົມກັບຮ່າງກາຍ ກ່ອນຈະສົ່ງຕໍ່ໄປໃນລະບົບທາງເດີນຫາຍໃຈສ່ວນລຸ່ມ ຂະບວນນີ້ດັງຕ້ອງເພີ່ມພື້ນທີ່ຂອງເຍື່ອດັງ ຈຶ່ງເຮັດໃຫ້ດັງບວມຂຶ້ນ ອາດເຮັດໃຫ້ເຮົາຮູ້ສຶກຄັນດັງ ເຮັດໃຫ້ເຍື່ອດັງສູນເສຍຄວາມຊື້ນ ແລະ ຄວາມຮ້ອນ

  • ອາການເຍື່ອດັງອັກເສບ

ເມື່ອເຍື່ອດັງຖືກກະຕຸ້ນຈາກອາກາດທີ່ເຢັນ ແລະ ແຫ້ງ ໃຫ້ຫລັ່ງສານ ຮີຕາມິນອອກມາ ຈະເຮັດໃຫ້ເກີດອາການຜິດປົກກະຕິກັບດັງໄດ້ດັ່ງນີ້:

  • ດັງແຫ້ງ ແສບ ປວດ
  • ຫາຍໃຈຍາກ ຄັນດັງ
  • ຈາມ ມີນ້ຳມູກໄຫລ
  • ຫາກຈຳເປັນຕ້ອງຢູ່ໃນຫ້ອງແອດົນໆຄວນເຮັດແນວໃດ?
  • ພົ່ນ ແລະ ລ້າງດັງດ້ວຍນ້ຳເກືອ
  • ປັບອຸນຫະພູມໃຫ້ຢູ່ໃນລະດັບ 25 ອົງສາ ແລະ ບໍ່ໃຫ້ແອຖືກໂຕໂດຍກງ
  • ເອົານ້ຳມາໃສ່ພາຊະນະປາກກວ້າງ ເພື່ອເພີ່ມຄວາມຊື້ນໃນອາກາດ
  • ດື່ມນ້ຳຕະຫລອດ
ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - 3 - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ
ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - 4 - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ
ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ - 5 - ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ