ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ

ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ - 1423207729 47611 o - ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ
ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ - kitchen vibe - ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ

ໂດຍ: ລູກເມືອງພວນ

ສິ່ງແວດລ້ອມໄດ້ກາຍເປັນບັນຫາກວມລວມຂອງທົ່ວໂລກ, ບໍ່ສະເພາະແຕ່ແມ່ນຂອງຊາດໃດຊາດໜຶ່ງເທົ່ານັ້ນ. ຍ້ອນແນວນັ້ນ, ອົງການສະຫະປະຊາຊາດ ຈຶ່ງໄດ້ສ້າງຕັ້ງຄະນະກຳມະການສິ່ງແວດລ້ອມໂລກຂຶ້ນມາ ເພື່ອເຮັດໜ້າທີ່ປຸກລະດົມ, ຂົນຂວາຍ, ປູກຈິດສຳນຶກ, ໂຄສະນາ ແລະ ປົກປັກຮັກສາສິ່ງແວດລ້ອມຂອງໂລກ. ທຸກໆຊາດໃນໂລກຕ້ອງມີພັນທະໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ.

ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ - Visit Laos Visit SALANA BOUTIQUE HOTEL - ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ

ບັນດາປະເທດ ອຸດສາຫະກຳຍັກໃຫ່ຍ ຂະຫຍາຍຕົວ ແລະ ພັດທະນາແລ້ວ, ໜ້າທີ່ຕົ້ນຕໍໃນການປົກປັກຮັກສາສິ່ງແວດລ້ອມກໍ່ຄືການລົດພາວະເຮືອນແກ້ວ, ໝອກຄວັນຈາກໂຮງຈັກໂຮງງານ, ຍວດຍານພາຫະນະ, ການເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອ ເອເລັກໂຕຣນິກ ແລະ ຂີ້ເຫຍື້ອເສດເຫຼືອທົ່ວໄປຢ່າງຖືກວິທີ.

ເມື່ອກອງຂີ້ເຫຍື້ອ ເອເລັກໂຕຣນິກ ແລະ ເສດເຫຼືອຕ່າງໆ ຂອງບັນດາປະເທດອຸດສາຫະກຳຂະຫຍາຍຕົວນັບມື້ຫຼາຍຂຶ້ນ, ບັນດາປະເທດເຫຼົ່ານັ້ນກໍ່ຫາວິທີຈັດສົ່ງອອກເຄື່ອງເອເລັກໂຕຣນິກທີ່ເກົ່າແກ່ ບໍ່ໃຊ້ງານແລ້ວໄປຍັງບັນດາປະເທດດ້ອຍພັດທະນາເພື່ອນຳໃຊ້ຕໍ່ ແຕ່ໃຊ້ງານບໍ່ໄດ້ພຽງເທົ່າໃດກໍ່ເປັນເສດຂີ້ເຫຍື້ອໄປ. ອັນນັ້ນແມ່ນຮູບການລະບາຍຂີ້ເຫຍື້ອອອກຈາກປະເທດຕົນຂອງບັນດາປະເທດອຸດສາຫະກຳຍັກໃຫ່ຍ, ໂດຍປະເທດດ້ອຍພັດທະນາບໍ່ຮູ້ໄດ້ເຈດຕະນາລົມດັ່ງກ່າວ. ໃນທີ່ສຸດ, ສິ່ງເຫຼົ່ານັ້ນໄດ້ກາຍເປັນພິດເປັນໄພໃຫ້ແກ່ບັນດາປະເທດດ້ອຍພັດທະນາ. ມີຫຼາຍປະເທດໄດ້ເຮັດສັນຍາຊື້ຂາຍຂີ້ເຫຍື້ອນຳກັນ ເພື່ອເອົາໄປຜະລິດຄືນໃໝ່. ໃນນັ້ນ, ປະເທດລາວກໍແມ່ນປະເທດໜຶ່ງທີ່ນຳເຂົ້າຂີ້ເຫຍື້ອເອເລັກໂຕຣນິກຈາກປະເທດຕ່າງໆຫຼາຍພໍສົມຄວນ. ເປັນຕົ້ນແມ່ນຄອມພິວເຕີລຸ່ນເກົ່າ, ລົດ ແລະ ເຄື່ອງອຸປະກອນເອເລັກໂຕຣນິກເກົ່າ ຫຼື ອັນທີ່ເອີ້ນກັນວ່າເຄື່ອງ “ມືສອງ”ຢ່າງຫຼວງຫຼາຍ.

ເມື່ອເປັນເຊັ່ນນັ້ນ, ບັນດາປະເທດດ້ອຍພັດທະນາຕ້ອງເຮັດໜ້າທີ່ປົກປັກຮັກສາສິ່ງແວດລ້ອມຂອງຕົນ ຊຶ່ງມີຢູ່ 4 ໜ້າທີ່ຫຼັກ:
1) ເຂັ້ມງວດການນຳເຂົ້າເຄື່ອງເອເລັກໂຕຣນິກມືສອງ ແລະ ຜະລິດຕະພັນອື່ນໆທີ່ເປັນພິດໄພຕໍ່ສິ່ງແວດລ້ອມ.
2) ບໍ່ຕັດໄມ້ທຳລາຍປ່າຊະຊາຍ, ເພີ່ມທະວີການປູກໄມ້ໃຫ້ເປັນປ່າ.
3) ບໍ່ຖິ້ມສິ່ງເສດເຫຼືອຊະຊາຍ, ເກັບມ້ຽນໃຫ້ເປັນລະບຽບ ແລະ ແຍກເສດຂີ້ເຫຍື້ອ ພ້ອມທັງກຳຈັດເສດຂີ້ເຫຍືອໃຫ້ຖືກວິທີ.
4) ຈຳກັດໝອກຄວັນຈາກການຈູດປ່າ, ຄວັນຈາກໂຮງຈັກໂຮງງານ ແລະ ຍວດຍານພາຫະນະເພື່ອຫຼີກລ່ຽງພາວະເຮືອນແກ້ວເກີດຂຶ້ນ.

ປັດຈຸບັນ ສິ່ງແວດລ້ອມກຳລັງຖືກຄຸກຄາມຈາກການຕັດໄມ້ທຳລາຍປ່າ, ຈາກການນຳເຂົ້າເຄື່ອງມືສອງຈາກຕ່າງປະເທດ, ຈາກການນຳໃຊ້ສານເຄມີເຂົ້າໃນການຜະລິດ, ຈາກການຕັ້ງໂຮງຈັກໂຮງງານຊະຊາຍ, ຍວດຍານພາຫະນະມືສອງ, ການຖິ້ມຂີ້ເຫຍື້ອຊະຊາຍ. ທັງໝົດທັງປວງເຫຼົ່ານັ້ນລ້ວນແຕ່ເປັນການທຳລາຍສິ່ງແວດລ້ອມຢູ່ບ້ານເຮົາ.

ເມື່ອສິ່ງແວດລ້ອມຖືກທຳລາຍ ຈຶ່ງເຮັດໃຫ້ຂາດຄວາມສົມດູນທາງທຳມະຊາດ. ອາກາດຮ້ອນຂຶ້ນ, ລະດູຕ່າງໆກໍ່ປ່ຽນແປງຜິດຜ້ຽນອອກຈາກກົດເກນຂອງມັນ. ໝາຍຄວາມວ່າດິນຟ້າອາກາດບໍ່ໄປຕາມລະດູການຄືເກົ່າ.

ວັນໜຶ່ງ ມະນຸດພວກເຮົາຈະປະສົບໄພພິນາດຢ່າງຫຼີກລ່ຽງບໍ່ໄດ້, ຖ້າມະນຸດພວກເຮົາຫາກບໍ່ພ້ອມໃຈກັນປົກປັກຮັກສາສິ່ງແວດລ້ອມແຕ່ດຽວນີ້ທີ່ບໍ່ທັນສວາຍເກີນໄປ. ໃນນັ້ນ ມີຄວາມຮັບຜິດຊອບຂອງຊາດລາວເຮົາດ້ວຍ. ກ່ອນອື່ນໝົດເຮົາຕ້ອງປົກປັກຮັກສາສິ່ງແວດລ້ອມຢູ່ປະເທດເຮົາໃຫ້ດີ, ຊຶ່ງໃນຕົວຂອງມັນກໍ່ແມ່ນການປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຂອງໂລກນັ້ນເອງ.

ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ - 3 - ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!