ບາເຊໂລນາ ສົມຫວັງຊະນະ ເຊລຊີ ໃກ້ຈະໄດ້ ຣາຟິນຢາ
July 11, 2022 - 11:19 AM




‘‘ Daily mail ’’ ລາຍງານວ່າ ບາເຊໂລນາ ຄວ້າໄຊຊະນະເຫນືອ ເຊລຊີ ໃນການເຊັນສັນຍາ ຣາຟິນຢາ ກອງຫນ້າທີມຊາດບຣາຊິລ ມາຈາກ ລີດ ຢູໄນເຕັດ ດ້ວຍຄ່າຕົວລວມ 63 ລ້ານປອນ.
ຣາຟິນຢາ ຢາກໄປບາເຊໂລນາ ໂດຍຕະຫລອດ ແຕ່ມີອຸປະສັກຄ່າຕົວ ຂະນະທີ່ ເຊລຊີ ພ້ອມຈ່າຍທັນທີ 55 ລ້ານປອນ ບວກຈ່າຍເພີ່ມອີກ 8 ລ້ານປອນ ແນວໃດກໍຕາມ ຫລ້າສຸດ ບາເຊໂລນາ ສາມາດຫາທາງອອກໄດ້ແລ້ວຈາກການຂາຍລິຂະສິດໂທລະພາບ ແລະ ພວມຈະໄດ້ ຣາຟິນຢາ ມາເສີມຄົມ.