ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ -                                            - ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ
ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ - kitchen vibe - ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

ທົ່ວພັກ-ທົ່ວປວງຊົນລາວທັງຊາດ ຕ່າງກໍຮູ້ດີວ່າປະທານ ສຸພານຸວົງ ເປັນເຊື້ອເຈົ້າ ແລະ ແມ່ນປັນຍາຊົນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມທີ່ໄດ້ເອົາຊີວິດຕິດພັນກັບພາລະກິດຕໍ່ສູ້ປົດປ່ອຍຊາດແຕ່ຫົວທີ ແລະ ຕະ ຫລອດເຄິ່ງສະຕະວັດທີ່ຜ່ານມາ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິ ວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳເປັນຂໍ້ຄວາມຕອນໜຶ່ງໄວ້ວ່າ: “ສະເພາະຂ້າພະເຈົ້າແລ້ວຕັ້ງແຕ່ອາຍຸ 13 ປີ, ຂ້າພະເຈົ້າ ໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍຕາມ ຂ້າພະເຈົ້າກໍຈະຕ້ອງ ປະລະນິດໄສທີ່ປ່ອຍປະລະເລີຍໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມອັນຈະຕ້ອງກາຍເປັນເຫຍື່ອໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ”. ຄຳເວົ້າເຫລົ່ານີ້ຊ່ວຍຢືນຢັນໄດ້ວ່າປະທານ ສຸພານຸວົງ ໄດ້ເລືອກເສັ້ນທາງຊີວິດ ແລະ ພາລະ ກິດອັນຍິ່ງໃຫຍ່ຂອງເພິ່ນໄວ້ແຕ່ດົນ ແລ້ວ.

ຫລັງການປະຕິວັດຫວຽດນາມໄດ້ຮັບໄຊຊະນະ ແລະ ປະກາດຄວາມເປັນເອກະລາດໃນເດືອນສິງຫາປີ 1945 ຕໍ່ຊາວໂລກໄດ້ຮັບຮູ້, ປະທານ ໂຮ່ຈີ່ມິງ ໄດ້ເຊີນປະທານ ສຸພານຸວົງ ໄປນະຄອນຫລວງຮ່າໂນ້ຍເພື່ອພົບປະໂອ້ລົມກັນເປັນເທື່ອທຳອິດຂອງປະຫວັດສາດ ແລະ ສຳຄັນຍິ່ງກວ່ານັ້ນ, ຜູ້ນຳທັງສອງຝ່າຍໄດ້ຕົກລົງສ້າງກອງທະຫານປະສົມລາວ-ຫວຽດນາມຂຶ້ນຢູ່ລາວເພື່ອຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຍາດເອົາຄວາມເປັນເອກະລາດໃຫ້ແກ່ລາວເພາະປະເທດລາວເປັນເອກະລາດ, ຫວຽດນາມຈຶ່ງມີເອກະລາດ ທີ່ຖາວອນໄດ້. ພາຍຫລັງເດີນທາງກັບຄືນມາເຖິງປະເທດລາວ, ປະທານ ສຸພານຸວົງ ໄດ້ປາໄສຕໍ່ປະຊາ ຊົນທີ່ມາເຕົ້າໂຮມກັນເພື່ອຕ້ອນຮັບເພິ່ນ ຢູ່ເມືອງເຊໂປນ ໂດຍມີໃຈຄວາມວ່າ: “ແຜ່ນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນພວກເຮົາທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”.

ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ - Visit Laos Visit SALANA BOUTIQUE HOTEL - ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

ໃນເວລານັ້ນເອງ, ເພິ່ນໄດ້ສືບຕໍ່ເຄື່ອນໄຫວປຸກລະດົມ ແລະ ສ້າງກຳລັງຢູ່ສະ ຫວັນນະເຂດ ແລະ ທ່າແຂກເພື່ອກະກຽມໃຫ້ແກ່ການຢຶດອຳນາດ ແລະ ປະກາດເອກະລາດ. ມາຮອດວັນທີ 12 ຕຸລາ 1945 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດພິທີປະກາດເອກະລາດຢ່າງເປັນທາງການ, ລັດຖະ ບານ ລາວອິດສະລະ ໄດ້ສ້າງຕັ້ງຂຶ້ນ ໂດຍປະທານ ສຸພານຸວົງ ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະລະ.ແຕ່ມາເຖິງວັນທີ 24 ເມສາ 1946 ກອງທັບຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຢຶດເອົານະຄອນຫລວງວຽງຈັນ ເຮັດໃຫ້ປະທານ ສຸພານຸວົງ ພ້ອມດ້ວຍພະນັກງານລັດຖະບານອິດສະລະຈຳນວນໜຶ່ງ ຕ້ອງໄດ້ລີ້ໄພໄປປະເທດໄທຊົ່ວຄາວ ເຊິ່ງປະທານ ສຸພານຸວົງ ກ່າວຢ່າງເຄັ່ງຂຶມວ່າ: “ຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າເພື່ອປົດປ່ອຍຊາດຂອງປະຊາຊົນລາວຍັງຄົງດຳເນີນສືບຕໍ່ໄປຈົນເຖິງໄຊຊະນະສຸດທ້າຍ….”. ພ້ອມນັ້ນ, ປະທານ ສຸພານຸວົງ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວທັງຊາດຈົ່ງລຸກຂຶ້ນຕໍ່ສູ້ຢ່າງທໍລະຫົດອົດທົນຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫລ້ງຕີນມືຂອງພວກເຂົາເພື່ອຍາດເອົາເອກະລາດ.

ວັນທີ 13 ສິງຫາ 1950, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວໂຮມເອ ກະພາບແຫ່ງຊາດຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າ: ແນວລາວອິດສະລະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ. ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນປະທານກອງອຳນວຍການກາງຂອງແນວລາວອິດສະລະ ແລະ ເປັນນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ ຊຶ່ງເປັນການຍົກສູງບົດບາດຂອງເພິ່ນ ໃຫ້ສູງເດັ່ນຂຶ້ນພ້ອມກັບພາລະກິດອັນໜັກໜ່ວງ. ວັນທີ 28 ກໍລະກົດ 1959, ປະທານ ສຸພານຸວົງ ແລະບັນດາຜູ້ນຳ, ພະນັກງານແນວລາວຮັກຊາດຫລາຍທ່ານ ໄດ້ຖືກຂັງໄວ້ຢູ່ຄຸກໂພນເຄັງ, ແຕ່ມາຮອດວັນທີ 23 ພຶດສະພາ 1960, ປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງໝົດໄດ້ໂຕນອອກຈາກຄຸກກັບຄືນສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ ຊຶ່ງເປັນເຫດການອັນໜ້າອັດສະຈັນເປັນຢ່າງຍິ່ງໃນໝູ່ປະຊາຊົນລາວ ທົ່ວປະເທດ.

ວັນທີ 1 ແລະ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຜ່ານບັນດາມະຕິ ຕົກລົງທີ່ມີລັກສະນະປະຫວັດສາດ ແລະ ເປັນເອກະສັນກັນແຕ່ງຕັ້ງປະທານ ສຸພານຸວົງ ເປັນປະທານປະ ເທດ ຄົນທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ - 5 - ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!