ວິທະຍາ ຊະນະ ສະຖາພອນ 2-0 ເຊັດ ເຕັນນິສທົດສອບຄວາມພ້ອມກ່ອນລຸຍຊີເກມ ທີ່ມາເລເຊຍ

- kitchen vibe - ວິທະຍາ ຊະນະ ສະຖາພອນ 2-0 ເຊັດ ເຕັນນິສທົດສອບຄວາມພ້ອມກ່ອນລຸຍຊີເກມ ທີ່ມາເລເຊຍ

- Untitled 2 copy 2 300x201 - ວິທະຍາ ຊະນະ ສະຖາພອນ 2-0 ເຊັດ ເຕັນນິສທົດສອບຄວາມພ້ອມກ່ອນລຸຍຊີເກມ ທີ່ມາເລເຊຍ
ທ້າວ ວິທະຍາ ຣາຊາວະ ດີ (ເສື້ອຂາວ) ນັກເຕັນນິສມື 1 ລາວ ຊຸດຕິດທີມຊາດລາວ ເຂົ້າຮ່ວມການແຂ່ງຂັນກິລາ ເຕັນນິສ ງານມະຫະກຳກິລາ ຊີເກມ ຄັ້ງທີ 29 ຫຼື ກົວລາລຳ ເປີ ເກມ ທີ່ມາເລເຊຍ ຮັບກຽດ ເປັນເຈົ້າພາບ ລະຫວ່າງວັນທີ 19-31 ສິງຫາ ຮັກສາຜົນ ງານໄດ້ດີ ຫຼັງເອົາຊະນະ ນັກກິ ລາຮ່ວມທີມຊາດດ້ວຍການ ເອົາຊະນະ ທ້າວ ສະຖາພອນ ສິມມາລາ ວົງ ນັກເຕັນນິສມື 2 ລາວ ໄປແບບຂາດລອຍ 2-0 ເຊັດ.
ການແຂ່ງຂັນນັດທົດ ສອບຄວາມພ້ອມ ແລະ ຄວາມສາມາດຂອງທັບນັກກິລາເຕັນນິສທີມຊາດລາວ ປະ ເພດຊາຍດ່ຽວລະຫວ່າງ ທ້າວ ວິທະຍາ ຣາຊາວະດີ ພົບກັບ ທ້າວ ສະຖາພອນ ສິມມາລາ ວົງ ໄດ້ມີຂຶ້ນໃນວັນທີ 12 ສິງ ຫາຜ່ານມາ ທີ່ສະໜາມກິລາ ເຕັນນິສເຈົ້າອານຸວົງ ເມືອງຈັນ ທະບູລີ ນະຄອນຫຼວງວຽງຈັນ ຂອງສະຫະພັນເຕັນນິສແຫ່ງ ຊາດລາວ ໂດຍມີ ຄະນະບໍລິ ຫານງານສະຫະພັນ, ຄູເຝິກ ແລະ ນັກກິລາຕະຫຼອດກອງ ເຊຍເຂົ້າຮ່ວມຕິດຕາມຊົມ ແລະ ເຊຍຢ່າງຫຼວງຫຼາຍ.
ຜ່ານການແຂ່ງຂັນຜົນປາກົດວ່າ: ວິທະຍາ ຣາຊາວະດີ ຍັງຄົງສາຮັກຜົນງານຂອງໂຕໄວ້ໄດ້ຢ່າງສະໝ່ຳສະເໝີສົມ ລາຄາມື 1 ຊອງລາວ ຫຼັງໄປ ສຶກສາຕໍ່ທີ່ ສປ ຈີນ ເປັນເວລາ 2 ປີ ບໍ່ເປັນອຸປະສັກ ສາມາດ ເອົາຊະນະ ທ້າວ ສະຖາພອນ ສິມມາລາວົງ ໝູ່ຮ່ວມດ້ວຍກັນ ຊຸດລຸຍລ່າຫຼຽນ ກົວລາລຳເປີ ເກມ 2017 ໄປໄດ້ 2-0 ເຊັດ 6-3 ແລະ 6-2. ຂະນະທີ່ໃນ ວັນພຸດທີ 16 ສິງຫານີ້ຍັງຈະມີ ການສືບຕໍ່ແຂງຂັນປະເພດຄູ່ ຊາຍ ລະຫວ່າງ ວິທະຍາ ຣາ ຊາວະດີ + ດອນດີ້ ແກ້ວດາລາ ຄູ່ມື 1 ລາວ ພົບກັບ ສະຖາ ພອນ ສິມມາລາວົງ+ກິດຕະ ກອນ ໄຊຍະລິນ ຄູມື 2 ລາວ ການແຂ່ງຂັນຈະເລີ່ມເວລາ 17:00 ໂມງເປັນຕົ້ນໄປ ທີ່ສະ ໜາມກກິລາເຕັນນິສເຈົ້າອານຸວົງ.
ການແຂ່ງຂັນກິລາເຕັນ ນິສ ກົວລາລຳເປີ ເກມ ຄັ້ງນີ້ ຈະມີິການຊີງໄຊກັນທັງໝົດ 5 ລາຍການ ປະກອບມີ ປະເພດ ດ່ຽວຍິງ-ຊາຍ, ທີມຄູ່ຍິງ-ຊາຍ ແລະ ທີມຄູ່ປະສົມ, ໃນນັ້ນ ສະ ຫະພັນເຕັນນິສແຫ່ງຊາດລາວ ໄດ້ສົ່ງນັກກິລາເຕັນນິສທີມ ຊາດລາວ ເຂົ້າຮ່ວມ 4 ຄົນ ຊາຍໝົດ ຄື: ວິທະຍາ ຣາຊາ ວະດີ,ດອນດີ້ ແກ້ວດາລາສຸກ, ສະຖາພອນ ສິມມາລາວົງ ແລະ ກິດຕະກອນ ໄຊຍະລິນ ລົງແຂ່ງຂັນ 2 ລາຍການ ຈາກປະເພດດ່ຽວຊາຍ ແລະ ທີມຄູ່ຊາຍ ສ່ວນມື້ອອກເດີນ ທາງໄປ ປະເທດມາເລເຊຍ ເລີ່ມເວລາ 7:00 ໂມງເຊົ້າ ໃນ ວັນທີ 19 ສິງຫາ 2017 ທີ່ສະ ໜາມບີນສາກົນວັດໄຕ.
ຂ່າວຈາກ:laosportnews.com.

- 5 - ວິທະຍາ ຊະນະ ສະຖາພອນ 2-0 ເຊັດ ເຕັນນິສທົດສອບຄວາມພ້ອມກ່ອນລຸຍຊີເກມ ທີ່ມາເລເຊຍ
- Visit Laos Visit SALANA BOUTIQUE HOTEL - ວິທະຍາ ຊະນະ ສະຖາພອນ 2-0 ເຊັດ ເຕັນນິສທົດສອບຄວາມພ້ອມກ່ອນລຸຍຊີເກມ ທີ່ມາເລເຊຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!