60 ປີ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈຳກັດເຕີບໃຫຍ່ເຂັ້ມແຂງ
ໃນລະຫວ່າງວັນທີ 23-26 ມີນານີ້, ຄະນະສື່ມວນຊົນລາວຊຶ່ງປະກອບມີ:


ປະທານບໍສັດດັ່ງກ່າວ ໃຫ້ຮູ້ວ່າ: 60 ປີຜ່ານມາ, ບໍລິສັດໄດ້ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຍີ່ຫໍ້ອີຊູຊຸ ຈົນກາຍເປັນໜຶ່ງໃນຍີ່ຫໍ້ລົດຍົນຊັ້ນນຳຂອງປະເທດໄທ ກໍຄືທົ່ວໂລກ ແລະ ໄດ້ຮັບຄວາມເຊື່ອໝັ້ນສູງຈາກຜູ້ຊົມໃຊ້ ແລະ ຍັງເປັນຜູ້ນຳດ້ານນະວັດຕະກຳສ້າງຄວາມແປກໃໝ່ໃຫ້ກັບຕະຫລາດລົດຍົນທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງສາມາດເວົ້າໄດ້ວ່າບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຈຳກັດ ເປັນຜູ້ສ້າງຄວາມສຳເລັດໃຫ້ກັບລົດອີຊູຊຸທຸກລຸ້ນ, ມັນສະແດງອອກໃນປີ 2002 ອີຊູຊຸ ໄດ້ເປີດໂຕລົດ ອີຊູຊຸ ດີແມັກ ແລະ ພຽງ 10 ມື້ທຳອິດຂອງການເປີດໂຕລົດລຸ້ນດັ່ງກ່າວກໍມີຍອດຈຳໜ່າຍເຖິງ 10 ພັນຄັນ ແລະ ມີຍອດຂາຍຫລາຍກວ່າ 1 ລ້ານຄັນໃນໄລຍະເວລາພຽງ 7 ປີ (2002-2010) ແລະ ບໍ່ສະເພາະແຕ່ເທົ່ານັ້ນ, ລົດທຸກລຸ້ນທີ່ ອີຊູຊຸ ຜະລິດອອກຈຳໜ່າຍລ້ວນແລ້ວແຕ່ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ເປັນຢ່າງດີ, ໂດຍສະເພາະໃນປະເທດໄທລົດ ຊີຊູຊຸ ມີຍອດຈຳໜ່າຍສູງເປັນອັນດັບຕົ້ນໆຂອງລົດກະບະທຸກຍີ່ຫໍ້ ແລະ ດ້ວຍຜົນງານອັນດີເດັ່ນດັ່ງກ່າວ, ມາຮອດປີ 2016 ບໍລິສັດ ອີຊູຊຸ ມໍເຕີ ປະເທດຍີ່ປຸ່ນໄດ້ມອບໝາຍໃຫ້ບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຈຳກັດ ໄດ້ສິດໃນການສ້າງຕະຫລາດສຳລັບລົດກະບະຂອງ ອີຊູຊຸ ລວມທັງການຂະຫຍາຍຕະຫລາດຂອງ ອີຊູຊຸ ໄປຍັງປະເທດກຳປູເຈຍ ແລະ ລາວ, ພ້ອມໄດ້ນຳສະເໜີຜະລິດຕະພັນອັນສຸດຍອດຂອງ ອີຊູຊຸ ໃຫ້ກັບຊາວລາວນັ້ນຄື: ລົດກະບະລຸ້ນໃໝ່ ອີຊູຊຸ ດີແມັກ ບລູພາວເວີ ແລະ ລົດອະເນກປະສົງ ອີຊູຊຸມິວ-ເອັກ ບລູພາວເວີ, ຊຶ່ງເປັນລົດທີ່ຜະລິດດ້ວຍນະວັດຕະກຳໃໝ່ ແລະ ເຕັມປ່ຽມໄປດ້ວຍຄວາມຄຸ້ມຄ່າ ແລະ ມາດຕະຖານທີ່ດີເລີດຂອງເຄື່ອງຈັກທີ່ໃຫ້ຄວາມແຮງສູງ, ປະຢັດນ້ຳມັນ ແລະ ຕອບໂຈດໃຫ້ກັບຜູ້ໃຊ້ລົດໄດ້ດີເລີດ ແລະ ໃນຕໍ່ໜ້າບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຍັງຈະສືບຕໍ່ພັດທະນານະວັດຕະກຳໃໝ່ຂອງລົດ ອີຊູຊຸອອກມາຮັບໃຊ້ສັງຄົມລາວ ກໍຄືສັງຄົມໄທ, ຕາມວິໄສທັດຂອງບໍລິສັດທີ່ວາງໄວ້ “ຜູ້ໃຊ້ມີຄວາມສຸກ, ເພີ່ມພູນລາຍຮັບ ແລະ ຊ່ວຍສັງຄົມພັດທະນາ” ໂອກາດນີ້ຄະນະສື່ມວນຊົນລາວຍັງໄດ້ໄປຢ້ຽມຊົມໂຮງງານຜະລິດລົດ ອີຊູຊຸ ທີ່ແຂວງ ສະມຸດປາການ ແລະ ສະໜາມທົດສອບຂອງ ອີຊູຊຸ ທີ່ແຂວງພັດທະຍາອີກດ້ວຍ.