ໄຟໄໝ້ເຮືອນປະຊາຊົນບ້ານບໍ່ເຕັນຫລາຍຫລັງ ຍ້ອນຂາດສະຕິໃນການນຳໃຊ້ຟືນໄຟແຕ່ງຢູ່ຄົວກິນ


ຄວາມສູນເສຍຈາກເຫດການໄຟໃໝ້ຄັ້ງນີ້, ເປັນອຸທາຫອນເຕືອນວ່າ: ອັກຄີໄພສາມາດເກີດຂຶ້ນໄດ້ທຸກເມື່ອຖ້າພວກເຮົາຂາດສະຕິລະມັດລະວັງໃນການຊົມໃຊ້ຟືນໄຟ, ທີ່ອາດສ້າງຄວາມຫາຍຍານະຕໍ່ຊັບສີນ ຫລື ຊີວິດຂອງຄົນກໍເປັນໄດ້, ຊຶ່ງບັນຫາດັ່ງກ່າວໄດ້ກາຍເປັນວາລະສໍາຄັນລະດັບຊາດທີ່ລັດຖະບານມີຄວາມເປັນຫວ່ງ ແລະ ເນັ້ນໃຫ້ທຸກພາກສ່ວນເພີ່ມທະວີວຽກງານປ້ອງກັນ ແລະ ສະກັດກັ້ນອັກຄີໄພໃຫ້ແຂງແຮງກວ່າເກົ່າ ແລະ ເມື່ອບໍ່ດົນມານີ້ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ກໍໄດ້ມີແຈ້ງການໃຫ້ສັງຄົມເປັນເຈົ້າການຕ້ານ ແລະ ສະກັດກັ້ນອັກຄີໄພໃຫ້ປະສິດທິຜົນຄື: (1) ການນຳໃຊ້ໄຟຟ້າເຂົ້າໃນການຜະລິດ, ການດຳລົງຊີວິດປະຈຳວັນ ຫລື ວຽກງານອື່ນໆ ຕ້ອງປະຕິບັດຂໍ້ກຳນົດ ແລະ ຫລັກການຂອງບໍລິສັດໄຟຟ້າວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ກວດກາສາຍໄຟ, ອຸປະກອນ-ເຄື່ອງໃຊ້ໄຟຟ້າຕ່າງໆຢູ່ໃນສະພາບສົມບູນ. ຖ້າເຫັນວ່າເກົ່າແກ່ເປ່ເພບໍ່ຮັບປະກັນຕ້ອງປ່ຽນໃໝ່, ທຸກໆຄັ້ງທີ່ໃຊ້ຟືນໄຟ ແລະ ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫລື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າຂາຍ ແລະ ພາລະກິດອື່ນໆ ຕ້ອງກວດກາ, ປິດເຕົາແກັດ, ເຄື່ອງໃຊ້ໄຟຟ້າ, ຖອດປັກສຽບ ແລະ ມອດຟືນໄຟໃຫ້ລະອຽດ. (2) ການໄຕ້ທູບທຽນບູຊາຕ້ອງຮັບປະກັນຄວາມປອດໄພ, ຮ້ານບູຊາຕ້ອງເຮັດດ້ວຍວັດຖຸທີ່ບໍ່ໄວໄຟ, ຫ່າງໄກຈາກບ່ອນທີ່ມີເຊື້ອໄຟ, ທຸກຄັ້ງທີ່ມີການໄຕ້ທູບທຽນບູຊາຕ້ອງເອົາໃຈໃສ່ຕິດຕາມຈົນໄຟມອດລະອຽດແລ້ວຈຶ່ງອອກໄປທາງອື່ນ. (3) ຫ້າມຈູດຂີ້ເຫຍື້ອ, ປ່າ, ຫຍ້າແບບຊະຊາຍ, ເຊິ່ງເປັນຕົ້ນເຫດຂອງການເກີດອັກຄີໄພ ເປັນຕົ້ນ: ໄຟລຸກລາມໃສ່ເຮືອນຊານທີ່ພັກອາໄສ, ຊັບສິນຂອງຜູ້ທີ່ຢູ່ໃກ້ຄຽງ, ຖ້າບຸກຄົນໃດລະເມີດຈະຖືກສຶກສາອົບຮົມ ແລະ ປັບໄໝ, ພ້ອມທັງດຳເນີນຄະດີຕາມລະບຽບກົດໝາຍຕາມກໍລະນີໜັກເບົາ. (4) ຫ້າມຈູດວັດຖຸທີ່ເປັນທາດແຕກ, ທາດລະເບີດ, ໝາກກະໂພກ, ບັ້ງໄຟດອກ, ບັ້ງພຸທີ່ກໍ່ໃຫ້ເກີດອັນຕະລາຍ ແລະ ກໍ່ໃຫ້ເກີດອັກຄີໄພ ແລະ (5) ຫ້າມເອົານ້ຳມັນເຊື້ອໄຟມາໄວ້ໃນເຮືອນ ຫລື ຕັ້ງຂາຍຕາມທາງ ແລະ ນຳມາເກັບໄວ້ສຳນັກງານ, ອົງການ, ໂຮງແຮມ, ເຮືອນພັກ, ຕະຫລາດ ແລະ ຫ້າງຮ້ານຕ່າງໆ.