ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ

- 273E225B308A49CBAC20FF4432898DE2 - ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ
- kitchen vibe - ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ

ໂດຍ: ທິດກໍ່າ

ເປັນເວລ 3 ປີທີ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ປະສົບບັນຫາວິກິດກັບໂຄວິດ-19 ມາຂັດຂວາງ, ກົດໜ່ວງ, ທຳລາຍຄວາມສະຫງົບປອດໄພ ແລະ ລະບົບເສດຖະກິດແຫ່ງຊາດ. ໃນໄລຍະດັ່ງກ່າວ ປະເທດຊາດຂອງພວກເຮົາໄດ້ຮັບຜົນກະທົບຢ່າງໃຫຍ່ຫລວງຕໍ່ລະບົບເສດຖະກິດ ມີຫລາຍຂະແໜງການ ເປັນຕົ້ນພາກການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການກິນດື່ມ ໄດ້ເສຍລາຍຮັບໄປຫລາຍພັນຕື້ກີບ. ດ້ານການສຶກສາກໍຕ້ອງໄດ້ປິດການຮຽນ-ການສອນຂອງລູກຫລານໄປເປັນເວລາຫລາຍເດືອນ.

- Visit Laos Visit SALANA BOUTIQUE HOTEL - ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ

ການຜະລິດທຸລະກິດໃນຫລາຍຂົງເຂດກໍໄດ້ຮັບຜົນກະທົບໄປຕາມໆກັນ ຫລື ຖ້າຈະສະຫລຸບເຖິງຜົນເສຍຫາຍຕົວຈິງຕໍ່ຜົນກະທົບຈາກໂຄວິດ-19 ແມ່ນຫລາຍຮ້ອຍຫລາຍພັນຕື້ກີບ. ຜົນກະທົບອັນໃຫຍ່ຫລວງສຳຄັນນັ້ນຄືລູກຫລານເຮົາບໍ່ໄດ້ສຶກສາຮໍ່າຮຽນເປັນປົກກະຕິໃນຫລາຍເດືອນ, ຊ້ຳບໍ່ໜຳ ກໍມີຄົນເຈັບຄົນເປັນຍ້ອນໂຄວິດ-19 ຫລາຍແສນຄົນ ແລະ ມີຜູ້ເສຍຊີວິດຫລາຍສິບຄົນ.

ແຕ່ແນວໃດກໍຕາມ, ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ ອັນສຳຄັນທີ່ສຸດແມ່ນພາຍໃຕ້ຄວາມສາມັກຄີຢູ່ອ້ອມຂ້າງພັກ ແລະ ລັດຖະບານ, ມາຮອດປັດຈຸບັນພວກເຮົາກໍສາມາດຜ່ານພົ້ນວິກິດດັ່ງກ່າວໄດ້ຢ່າງມີໄຊ, ສາມາດເປີດປະໄດ້ໃນວັນທີ 9 ພຶດສະພາ 2022 ຜ່ານມາ ໄດ້ໃນທົ່ວປະເທດ. ມາຮອດໄລຍະນີ້ ຖືວ່າເຊື້ອພະຍາດດັ່ງກ່າວນັບມື້ມະຫັບມະຫາຍໄປຈາກປະເທດລາວ ສັງຄົມລາວໂດຍປະລິຍາຍ.

ຢ່າງໃດກໍດີ, ພາຍຫລັງເຊື້ອພະຍາດໂຄວິດ-19 ໄດ້ຄ່ອຍໆໝົດໄປຈາກສັງຄົມລາວແລ້ວ ສິ່ງທີ່ຕາມມາກໍຄືເກີດບັນຫາວິກິດເງິນເຟີ້, ນ້ຳມັນຂາດປ້ຳ ທັງລາຄາຖີບຕົວສູງຂຶ້ນຢ່າງຜິດປົກກະຕິ. ຈາກປັດໄຈ ແລະ ເງື່ອນໄຂດັ່ງກ່າວມັນກໍເນື່ອງມາຈາກຫລາຍສາເຫດ ເປັນຕົ້ນບັນຫາຄວາມຂັດແຍ່ງລະຫວ່າງຣັດເຊຍກັບອູແກຣນ, ບັນຫາການຂວ້ຳບາດຂອງອາເມລິກາ ແລະ ນາໂຕຕໍ່ຣັດເຊຍ, ບັນຫາລາຄານ້ຳມັນໃນຕະຫລາດໂລກມີການຜັນຜວນ ສົມທົບກັບປະເທດເຮົາຂາດເງິນຕາໄປຊື້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການ. ນອກນັ້ນ ກໍແມ່ນເກີດຈາກບັນຫາພາຍໃນປະເທດມີການສໍ້ລາດບັງຫລວງ, ຄວາມບໍ່ສັດຊື່ຂອງພວກທຸລະກິດນ້ຳມັນ ຈຶ່ງເຮັດໃຫ້ເກີດວິກິດທີ່ໄດ້ກ່າວມາຂ້າງເທິງຢ່າງຫລີກລ່ຽງບໍ່ໄດ້.

ເພາະສະນັ້ນ, ເພື່ອຜ່ານພົ້ນວິກິດດັ່ງກ່າວໃຫ້ໄດ້ ໜຶ່ງໃນທາງອອກກໍຄືຄວາມສາມັກຄີຂອງປະຊາຊົນທົ່ວທັງປະເທດ ຄົນລາວທັງຊາດໃຫ້ກາຍເປັນພະລັງແຮງສັງລວມ ພ້ອມກັນຜ່ານຜ່າວິກິດຄັ້ງນີ້ໄປໂດຍດີ. ຄວາມສາມັກຄີທີ່ເປັນພະລັງແຮງສັງລວມນັ້ນ ຍ່ອມສະແດງອອກໃນຫລາຍດ້ານ ເປັນຕົ້ນໃຫ້ພ້ອມກັນຊື່ສັດ, ປະຢັດ, ອົດທົນ, ບໍ່ພາກັນສໍ້ລາດບັງຫລວງ ສໍ້ຫລວງບັງລາດ, ຜູ້ທຳທຸລະກິດດ້ານການເງິນ, ຄຸ້ມຄອງເງິນກໍຕ້ອງໂປ່ງໃສ, ຜູ້ຄ້າຂາຍສິນຄ້າກໍຢ່າເຫັນແຕ່ກຳໄລເອົາປຽບຜູ້ເຂົາຊື້ຈົນເກີນເຫດ, ຜູ້ເປັນພາສີ, ເປັນພະນັກງານອາກອນກໍຢ່າເຊື່ອງອຳເອົາເງິນຂອງລັດ, ຂອງຫລວງ, ອັນສຳຄັນທີ່ສຸດ ເຮົາເປັນຄົນລາວ ຢູ່ເມືອງລາວ ຕ້ອງຮັກເງິນກີບລາວ, ຊົມໃຊ້ເງິນກີບລາວ, ຊົມໃຊ້ສິນຄ້າລາວ, ດຸໝັ່ນໃນການຜະລິດສິນຄ້າ, ຜູ້ເປັນການນຳແຕ່ລະຂັ້ນ, ເປັນສະມາຊິກພັກກໍຕ້ອງເປັນແບບຢ່າງແກ່ມະຫາຊົນ, ເວລາມີອຳນາດຢ່າຫາແຕ່ສວຍໂອກາດສໍ້ລາດບັງຫລວງ ເພາະຜ່ານມາພາໝູ່ເພກໍຄືຜູ້ເປັນຫົວຈັກຫລັກແຫລ່ງໃນກົມກອງຂອງລັດທີ່ບໍ່ເປັນຕົວແບບໃຫ້ມະຫາຊົນ.

ຖ້າທຸກຄົນຕັ້ງຕົນຢູ່ໃນຄວາມດີ, ມີຄວາມສັດຊື່, ມີສິນທຳ, ພ້ອມກັນປຸ້ມລຸມສາມັກຄີເປັນປຶກແຜ່ນບຸກທະລຸແນ່ນອນຕ້ອງຜ່ານພົ້ນວິກິດເສດຖະກິດຄັ້ງນີ້ໄດ້ຢ່າງມີໄຊ.

- 4 - ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!