ເຈົ້າໜ້າທີ່ຢືນຢັນສົບຍິງສາວຖືກຄາດຕະກຳໃນສວນຢາພາລາບໍ່ແມ່ນຄົນຕ່າງປະເທດ


ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ເປີດເຜີຍວ່າ: ພາຍຫລັງໜ່ວຍງານກ່ຽວຂ້ອງຈາກສະຖານທູດ ສ.ເກົາຫລີ ປະຈໍາລາວ, ໄດ້ນໍາເອົາເນື້ອເຍື່ອບາງສ່ວນຂອງຍິງສາວທີ່ຖືກຄາດຕະກໍາຢູ່ສວນຢາງພາລາບ້ານຫລັກ 18 ເມືອງໄຊແຂວງອຸດົມໄຊ, ຊຶ່ງສົງໃສວ່າອາດຈະເປັນຍິງຄົນ ສ.ເກົາຫລີ ທີ່ຫາຍສາບສູນຢູ່ແຂວງຫລວງພະບາງເມື່ອເດືອນມິຖຸນາ 2017 ເພື່ອໄປພິສູດທາງດ້ານນິຕິວິທະຍາ ແລະ ຜ່ານການພິສູດ ດີເອັນເອ (DNA) ພົບວ່າຍິງຜູ້ເສຍຊີວິດບໍ່ແມ່ນຄົນສັນຊາດ ສ.ເກົາຫລີ ຕາມທີ່ມີການສົງໄສ.
ທ່ານຮ້ອຍເອກ ບຸນເມກ ສຸດາຈັນ ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເຫດຄາດຕະກໍາດັ່ງກ່າວເຈົ້າໜ້າທີ່ໄດ້ຊີ້ເປົ້າໝາຍສືບສວນ-ສອບສວນໃນ 2 ປະເດັນຄື: ການຂ້າຂົ່ມຂືນ ແລະ ບັນຫາຊູ້ສາວ, ຊຶ່ງໃນຈຸດເກີດເຫດພົບເຫັນສະພາບສົບດ້ານນອກມີຖົງຢາງດຳສຸບຫົວແລ້ວພັນຄໍ ແລະ ມີທັງເອົາກະເປົາສີແດງສຸບຫົວ, ສຸບຕີນ ແລ້ວເອົາເຊືອກຟາງມັດຢ່າງແໜ້ນໜາ, ຜູ້ຕາຍເປັນເພດຍິງສູງປະມານ 150 ຊັງຕິແມັດ, ເປັນຄົນຜິວຂາວ, ໃສ່ເສື້ອສີຂຽວຄໍມົນແຂນສັ້ນ, ໂສ້ງຍຶດຂາຍາວສີຂາວ-ດຳ, ເອີກເບື້ອງຂວາມີຮອຍຊ້ຳດຳ, ແຕ່ບໍ່ສາມາດລະບຸສົບຍິງນັ້ນແມ່ນໃຜ, ເນື່ອງຈາກມີສະພາບເນົ່າເປື່ອຍ, ແຕ່ແນວໃດກໍຕາມເຈົ້າໜ້າທີ່ກຳລັງເລັ່ງເກັບກຳຂໍ້ມູນຫລັກຖານພິສູດຮ່ອງຮອຍຕ່າງໆ ເພື່ອສືບໃຫ້ຮູ້ວ່າຜູ້ເສຍຊີວິດແມ່ນໃຜ ແລະ ເລັ່ງຕິດຕາມຄົນຮ້າຍທີ່ກໍ່ເຫດມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ. ແນວໃດກໍດີ ການສືບສວນ-ສອບສວນຄະດີມີຄວາມຄືບໜ້າສູງ ຊຶ່ງຄາດວ່າອີກບໍ່ດົນຈະສາມາດຕິດຕາມ ຄົນຮ້າຍມາດຳເນີນຄະດີໄດ້.