ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ

- f china nkrel a 20170228 - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ
- kitchen vibe - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ

- Untitled 1 3 - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ

ລັດຖະບານ​ປັກ​ກິ່ງປະກາດ​ຢຸດ​ການ​ນຳ​ເຂົ້າ​ເຫລັກ, ​ແຮ່​ເຫລັກ ​ແລະ ອາຫານ​ທະຫານ​ຈາກ ສປປ ​ເກົາຫລີ ນັບ​ແຕ່​ວັນ​ທີ 15 ສິງຫາ​ນີ້​ເປັນຕົ້ນ​ໄປ ​ເພື່ອ​​ໃຫ້​ເປັນ​ໄປ​ຕາມ​ມະຕິ​ຂວ້ຳບາດ​ຂອງ​ສະຫະ​ປະຊາ​ຊາດ.

- Visit Laos Visit SALANA BOUTIQUE HOTEL - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ

 

+ ສະພາຄວາມໝັ້ນຄົງ ສປຊ ລົງມະຕິເປັນເອກະພາບ ຂວ້ຳບາດ ສປປ ເກົາຫລີ ໜັກຂຶ້ນ

+ ສປປ ເກົາຫລີ ຂູ່ຍິງລູກສອນໄຟຖະຫລົ່ມ ພື້ນທີ່ໃກ້ເກາະກວມຂອງອາເມລິກາ

+ ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ

 

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ປັກ​ກິ່ງ ປະ​ເທດ​ຈີນ ​ໃນ​ວັນ​ທີ 14 ສິງຫາ​ນີ້​ວ່າ: ກະຊວງ​ການ​ຄ້າ​ຂອງ​ຈີນ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 14 ສິງຫາ​ນີ້ ຢຸດ​ການ​ນຳ​ເຂົ້າ​ເຫລັກ, ​ແຮ່​ເຫລັກ ​ແລະ ອາຫານ​ທະ​ເລ​ຈາກ ສປປ ​ເກົາຫລີ ​ແບບ​ບໍ່​ມີ​ກຳນົດ ​ໂດຍ​ເລີ່​ມ​ແຕ່​ວັນ​ທີ 15 ສິງຫາ​ນີ້​ເປັນຕົ້ນ​ໄປ ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ມະຕິ​ຂວ້ຳບາດ​ຄັ້ງຫລ້າ​ສຸດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (UNSC) ທີ່​ປະກາດ​ໃນຕົ້ນ​ເດືອນ​ນີ້ ຫ້າມ​ການ​ນຳ​ເຂົ້າສິນຄ້າ​ດັ່ງກ່າວ ລວມທັງ​ຖ່ານ​ຫີນ, ຊືນ ​ແລະ ​ແຮ່​ຊືນ ຈາກ ສປປ ​ເກົາຫລີ, ​ແຕ່​ລັດຖະບານ​ປັກ​ກິ່ງຢຸດ​ນຳ​ເຂົ້າຖ່ານ​ຫີນ​ຈາກ ສປປ ​ເກົາຫລີ ນັບ​ແຕ່​ເດືອນ​ກຸ​ມພາ​ຜ່ານ​ມ​າ​ແລ້ວ.

- 19coal1 master768 - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ລັດຖະບານ​ປັກ​ກິ່ງ​ມີ​ຂຶ້ນທ່າມກາງ​ບັນຍາກາດ​ເຄັ່ງ​ຕຶງ​ຮອບ​ຫລ້າ​ສຸດ​ຢູ່​ແຫລມ​ເກົາຫລີ ທີ່​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ຖົກ​ຖຽງ​ກັນ ​ເຖິງ​ຂັ້ນລັດຖະບານ​ພຽງ​ຢາງ​ຂົ່ມຂູ່​ຈະ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ເກາະ​ກວມ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ແຜນການ​ຈະ​ພ້ອມ​ພາຍ​ໃນ​ກາງ​ເດືອນ​ສິງຫາ​ນີ້ ​ແລະ ປະທານາທິບໍດີ ​ໂດນ​ັນ ທຣຳ ຕອບ​ໂຕ້​ວ່າ ສປປ ​ເກົາຫລີ ຕ້ອງ​ພົບ​ກັບ​ມະ​ຫັນ​ຕະ​ໄພ​ໃນ​ແບບ​ທີ່​ໂລກ​ບໍ່​ເຄີຍ​ພົບ​ມາ​ກ່ອນ.

- 3 - ຈີນຫ້າມນຳເຂົ້າແຮ່ທາດ-ອາຫານທະເລ ຈາກ ສປປ ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!