ຈີນເຕືອນສົງຄາມການຄ້າຫລັງທ່ານ ທຣຳ ກຽມສອບສວນນະໂຍບາຍປັກກິ່ງ


ສື່ຈີນເຕືອນການທີ່ອາເມລິກາກຽມດຳເນີນການສອບສວນນະໂຍບາຍການຄ້າຂອງລັດຖະບານປັກກິ່ງ ອາດກາຍເປັນການຈູດສະນວນສົງຄາມການຄ້າລະຫວ່າງສອງປະເທດ.
+ ທ່ານ ດູເຕີເຕ ວິຈານນະໂຍບາຍ ການຄ້າອາເມລິກາໃນເວທີອາຊຽນ
+ ຣັດເຊຍເບິ່ງວ່າການຂວ້ຳບາດ ຈາກອາເມລິກາເປັນສົງຄາມ ການຄ້າເຕັມຮູບແບບ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ປະເທດຈີນ ໃນວັນທີ 14 ສິງຫາວ່າ: ບົດບັນນາທິການໃນສະບັບວັນທີ 14 ສິງຫາຂອງໄຊນາ ເດລີ ເຊິ່ງເປັນໜຶ່ງໃນສື່ກະບອກສຽງຂອງລັດຖະບານປັກກິ່ງ ລະບຸເຖິງການທີ່ປະທານາທິບໍດີ ໂດນັນ ທຣຳ ຕ້ອງການກວດສອບນະໂຍບາຍການຄ້າທີ່ບໍ່ເປັນທຳຂອງຈີນ ໂດຍການໃຫ້ສຳນັກງານຜູ້ແທນການຄ້າປະຈຳທຳນຽບຂາວຮວບຮວມຂໍ້ມູນກ່ຽວກັບສິນຄ້າຂອງຈີນທີ່ອາດລະເມີດຊັບສິນທາງປັນຍາ ແລະ ການທີ່ຈີນໃຊ້ອິດທິພົນບີບບັງຄັບໃຫ້ບໍລິສັດຂອງອາເມລິກາສົ່ງຜ່ານເຕັກໂນໂລຊີແບບບໍ່ເປັນທຳວ່າ: ອາດເປັນການຈູດສະນວນສົງຄາມການຄ້າລະຫວ່າງສອງປະເທດຢ່າງເປັນທາງການ ໂດຍສະເພາະໃນບັນຫາການຄຸ້ມຄອງຊັບສິນທາງປັນຍາ.


ຂະນະດຽວກັນ, ລາຍງານຂອງໄຊນາ ເດລີ ລະບຸອີກວ່າ: ການທີ່ລັດຖະບານ ທຣຳ ຕ້ອງການໃຫ້ຈີນຮັບຜິດຊອບທີ່ບໍ່ອາດຊັກຊວນ ສປປ ເກົາຫລີ ຈາກການຢຸດໂຄງການນິວເຄຼຍ ໂດຍການໃຊ້ວິທີແບບນີ້ເປັນເລື່ອງທີ່ບໍ່ຍຸຕິທຳ ແລະ ຫວັງວ່າອາເມລິກາຈະເລືອກໃຊ້ຫົນທາງອື່ນທີ່ເໝາະສົມກວ່າ.
ທັງນີ້, ມີລາຍງານວ່າ: ຜູ້ນຳອາເມລິກາກຽມໃຊ້ອຳນາດຝ່າຍບໍລິຫານ ໂດຍອ້າງຕາມມາດຕາ 301 ຂອງກົດໝາຍການຄ້າສະບັບປີ 1974 ໃຫ້ໜ່ວຍງານທີ່ກ່ຽວຂ້ອງກວດສອບຄວາມເປັນໄປໄດ້ທີ່ຈີນອາດຈາລະກຳຂໍ້ມູນດ້ານເຕັກໂນໂລຊີການຄ້າ ແລະ ຊັບສິນທາງປັນຍາຂອງອາເມລິກາ.