ດອນຊີງຊູ້ ບ່ອນດຳເນີນກອງປະຊຸມໃຫຍ່ຄະນະພັກແຄວ້ນລາວ


ພວມໂດ່ງດັງ ຫລື ພວມກາຍເປັນຄວາມນິຍົມໃນເວລານີ້ບໍ່ວ່າຈະເປັນຄົນນະຄອນຫລວງເອງ ຫລື ຄົນທ້ອງຖິ່ນຕ່າງໆໃນທົ່ວປະເທດກໍຄືຊາວຕ່າງຊາດ ຕ່າງກໍຫັນໜ້າໄປທ່ຽວ ຫລື ໄປສຶກສາຮຽນຮູ້ສະຖານທີ່ແຫ່ງໜຶ່ງຢູ່ເມືອງສີໂຄດຕະບອງ ເຊິ່ງນັ້ນກໍຄື ດອນຊີງຊູ້ ທີ່ເປັນດອນຢູ່ກາງນ້ຳຂອງກົງກັນຂ້າມກັບບ້ານເກົ້າລ້ຽວ ແລະ ບ້ານໜອງດາ. ດອນນີ້ມີຫຍັງທີ່ດຶງດູດຄວາມສົນໃຈຄົນໄດ້ຫລາຍປານນີ້ ມາຮູ້ຈັກພ້ອມກັນເລີຍ!
ກ່ອນຈະໄປຮູ້ຈຸດເດັ່ນພາຍໃນດອນນີ້ ຍັງອີກເລື່ອງໜຶ່ງທີ່ຍັງເປັນປິດສະໜາຫາຜູ້ຮູ້ທັງຫລາຍມາເບີກໄຂໃຫ້ກະຈ່າງແຈ້ງ. ແນວໃດກໍດີ ຊາວບ້ານດອນຊີງຊູ້ທ່ານໜຶ່ງບອກວ່າ: ຄວາມຈິງແລ້ວບໍ່ແມ່ນ ຊີງຊູ້, ແຕ່ແມ່ນ ເຊື່ອງຊູ້ ໂດຍເປັນຜົນມາຈາກການຍາດຊີງກັນມາແລ້ວ ກ່ອນຈະມາເຊື່ອງໄວ້ຢູ່ດອນນີ້ເຊິ່ງເມື່ອກ່ອນມີປ່າດົງພົງໄພຕຶບໜາ… ເອົາເປັນວ່າຕຳນານທີ່ລະອຽດ ພວກເຮົາຈະໄດ້ສຶກສາຄົນຄວ້ານຳຜູ້ຮູ້ກ່ອນຈະສະເໜີຕື່ມໃນພາຍຫລັງ.
ຕຳນານທີ່ຍັງຊ້ອນຍັງເຊື່ອງ ຫລື ຍັງເປັນປິດສະໜານີ້ຍັງຄົງມີກ່ອນຈະໄປທ່ຽວຂໍພາທ່ານໄປຮູ້ຈັກຈຸດເດັ່ນຂອງດອນນີ້ ເຊິ່ງເທົ່າທີ່ສອບຖາມຫລາຍທ່ານທີ່ໄປມາແລ້ວບອກວ່າ: ຢູ່ດອນຊີງຊູ້ ມີວັດແຫ່ງດຽວ ຄືວັດນາກ ໄຊຍະຣາມ ແລະ ມີປະຊາຊົນອາໄສຢູ່ກວ່າ 50 ຫລັງຄາເຮືອນ, ການໄປມາກໍ ມີບັກຂ້າມຢູ່ທ່າເຮືອເກົ້າລ້ຽວ.
ວັດນີ້ເປັນວັດເກົ່າແກ່ ເຊິ່ງຕາມສັນນິຖານ ຫລື ການຄົ້ນຄວ້າພະພຸດທະຮູບຫີນນັ້ນແມ່ນຢູ່ໃນຍຸກຊາຍຟອງ, ມີສີມໃໝ່ຫລັງໜຶ່ງທີ່ກໍ່ສ້າງໄດ້ກວ່າ 20 ປີແລ້ວ. ເຖິງວ່າມີສີມໃໝ່, ແຕ່ເພິ່ນຍັງອະນຸລັກສີມເກົ່າທີ່ປັດຈຸບັນເຫັນແຕ່ເສົາ 1 ຕົ້ນຢູ່ຂ້າງສີມໃໝ່, ມີສາລາໃໝ່ 1 ຫລັງ ແລະ ມີພະພຸດທະຮູບຫ່ນອ່ອນ ໜັກປະມານ 6 ໂຕນທີ່ເປັນສັດທານຳຖວາຍແຕ່ຈຳປາສັກ ແລະ ເພິ່ນໄດ້ເອົາມາໄວ້ຢູ່ສາລານີ້.
ຈາກການທີ່ວັດນີ້ມີພະພຸທທະຮູບເກົ່າແກ່ທີ່ເຮັດດ້ວຍຫີນ, ນັກບູຮານວິທະຍາບອກວ່າ: ໜ້າຈະຢູ່ໃນຍຸກຊາຍຟອງ ພ້ອມກັນກັບພະພຸທທະຮູບທີ່ຢູ່ວັດອິນແປງ (ພະພຸດທະຮູບຫີນ 2 ອົງ) ແລະ ກ່ອນໜ້ານີ້ 20-30 ປີກ່ອນຢູ່ບໍລິເວນວັດນີ້ຍັງຄົ້ນພົບພະພຸທທະຮູບຄຳ, ຄຳຂາວ, ເງິນ, ນາກ ແລະ ຫີນ ເປັນຈຳ ນວນຫລາຍ ໂດຍປັດຈຸບັນໄດ້ນຳໄປສະຖິດໄວ້ທີ່ພິພິທະພັນຫໍພະແກ້ວ.
ນອກຈາກຈຸດເດັ່ນທາງສາສະໜາແລ້ວ, ດອນຊີງຊູ້ ຍັງມີປະຫວັດສາດໂດຍຕິດພັນກັບການປະຕິວັດລາວຄືເປັນບ່ອນດຳເນີນກອງປະຊຸມໃຫຍ່ຄະນະພັກແຄວ້ນລາວທີ່ໄຂຂຶ້ນໃນວັນທີ 7 ກັນຍາ 1934 ເຊິ່ງຕາມການບັນທຶກໃນປະຫວັດສາດພັກປະຊາຊົນປະຕິວັດລາວປີ 2005 ລະບຸໄວ້ວ່າ ມີຄົນລາວຜູ້ທໍາອິດໃນບັນດາຄົນລາວທີ່ເຂົ້າຮ່ວມພັກກອມມູນິດອິນດູຈີນ(1913-1962)ຄືສະຫາຍຄໍາແສງ ສີວິໄລ ທີ່ພໍ່ແມ່ເປັນຄົນລາວໂດຍອົບພະຍົບຈາກເມືອງມະຫາໄຊ(ເມືອງພູວາດົນສະອາງ)ແຂວງຄໍາມ່ວນ ສປປ ລາວ ໄປຢູ່ເມືອງ ແລະ ແຂວງສະກົນນະຄອນປະເທດໄທ.
ສະຫາຍ ກຳເນີດຍູ່ເມືອງສະກົນນະຄອນ ເຖິງວ່າເກີດຢູ່ດິນແດນທີ່ສະຫຍາມປົກຄອງ ແລະ ມີສິດເປັນພົນລະເມືອງສະຫຍາມ, ແຕ່ສະຫາຍ ຄໍາແສງ ຍັງມີຈິດໃຈຜູກພັນກັບຄວາມເປັນຊາດລາວຢ່າງເລິກເຊິ່ງທັງໄດ້ເຫັນຄົນລາວຖືກເຈົ້າໜ້າທີ່ສະຫຍາມກົດຂີ່ຂູດຮີດ ແລະ ຢູ່ໃນສະພາບເປັນພົນລະເມືອງຊັ້ນສອງ, ສະຫາຍ ຈຶ່ງຕັດສິນໃຈເຂົ້າຮ່ວມເຄື່ອນໄຫວກັບຂະບວນກູ້ຊາດຂອງພັກກອມມູນິດອິນດູຈີນ ແລະ ຈາກການທີ່ສະຫາຍຄໍາແສງ ມີຜົນງານດີເດັ່ນຈຶ່ງໄດ້ຮັບເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນນອກປະເທດໃນວັນທີ 5 ພຶດສະພາ 1930 ແລະ ເດືອນກັນຍາ 1945.