ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງລາວ-ຫວຽດນາມຢູ່ແຂວງ ອັດຕະປື ມີມູນຄ່າ 800 ກວ່າລ້ານໂດລາ


ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 2 ມິຖຸນາ 2022 ວ່າ: ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ລະຫວ່າງລາວ-ຫວຽດນາມ ຢູ່ແຂວງອັດຕະປື ມິຫລາຍດ້ານພົ້ນເດັ່ນ ແລະ ປະສົບຜົນສໍາເລັດ ເປັນຕົ້ນການລົງທຶນດ້ານພະລັງງານມີ ໂຄງການເຂື່ອນໄຟຟ້າ 4 ໂຄງການຄື ເຂື່ອນໄຟຟ້າເຊກະໝານ 1(COD), ເຂື່ອນໄຟຟ້າເຊກະໝານຊານໄຊ (COD), ເຂື່ອນໄຟຟ້າເຊກອງລຸ່ມ A (PDA-LA) ແລະ ເຂື່ອນໄຟຟ້າເຊກອງລຸ່ມ B (PDA) ເຊິ່ງ2 ໂຄງການນີ້ຈະສຳເລັດໃນປີ 2025.
ນອກນີ້ຍັງມີໂຄງການໄຟຟ້າຄວາມຮ້ອນຈາກເສດອ້ອຍ (COD) 1 ໂຄງການ, ໂຄງການໄຟຟ້າແສງຕາເວັນອ່າງນໍ້າເຊກະໝານ 1(MOU) 1 ໂຄງການ, ໂຄງການສາຍສົ່ງ ແລະ ການສະໜອງພະລັງງານ 3+1 ໂຄງການປະກອບມີໂຄງການສາຍສົ່ງ 230 ກິໂລໂວນ (ເຂື່ອນໄຟ ຟ້າເຊກະໝານ1) ສົ່ງໄຟຟ້າໄປຫວຽດນາມ(COD), ໂຄງການສາຍສົ່ງ 230 ກິໂລໂວນ (ເຂື່ອນໄຟຟ້ານໍ້າກົງ 2-3) ສົ່ງໄຟຟ້າໄປຫວຽດນາມ(COD), ໂຄງການສາຍສົ່ງ 35 ກິໂລໂວນ (ນຳເຂົ້າໄຟຟ້າຈາກຫວຽດນາມ ສະໜອງໄຟຟ້າໃຫ້ບໍລິສັດວັງຕັດ(COD), ໂຄງການສາຍສົ່ງ 500 ກິໂລໂວນພະລັງງານລົມ ສົ່ງໄປຫວຽດນາມ(PDA).
ຂະນະທີ່ການລົງທຶນດ້ານບໍ່ແຮ່ປະກອບມີ ໂຄງການສຶກສາຄວາມເປັນໄປໄດ້ດ້ານເສດ ຖະກິດ-ເຕັກນິກ ມີ 2 ບໍລິສັດ, 2 ກິດຈະການ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ 1 ບໍລິສັດ, 1ກິດຈະການ ເຊິ່ງມີມູນຄ່າການລົງທຶນທັງ 2 ກິດຈະການຫລັກ 815.133.145 ໂດລາສະຫະລັດ, ໃນນີ້; ມູນຄ່າການລົງທຶນກໍ່ສ້າງສະຖານີ, ສາຍສົ່ງ 30.800.000 ໂດລາສະຫະລັດ ມູນຄ່າການລົງທຶນດ້ານພະລັງານ 691.000.000 ໂດລາສະຫະ ແລະ ມູນຄ່າການລົງທຶນດ້ານແຮ່ທາດ 93.333.145 ໂດລາສະຫະ ລັດ.
ທ່ານ ວິທະຍາ ກ່າວຕື່ມວ່າ: ການຮ່ວມມື ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດ ນາມ ຜ່ານມາໃນຮູບແບບຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເຊິ່ງສະແດງອອກເຖິງດ້ານການເມືອງສາມາດຕອບສະໜອງໄດ້ຄາດໝາຍຍຸດທະສາດລວມຂອງສອງພັກ, ສອງລັດ, ຮັກສາໄດ້ມູນເຊື້ອການຮ່ວມມືກັນຕໍ່ສູ້ກູ້ຊາດ, ຮັກສາໄດ້ສາຍພົວພັນເພື່ອນມິດຍຸດທະສາດ ແລະ ຄວາມສະມັກຄີແບບພິເສດ ຮອບດ້ານແໜ້ນແຟ້ນຍິ່ງຂຶ້ນ, ປະກອບສ່ວນຊ່ວຍບັນລຸຄາດໝາຍຕາມແຜນແມ່ບົດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ປະກອບສ່ວນຊ່ວຍສະໜັນສະໜູນການປ້ອງກັນຊາດປ້ອງກັນຄວາມສະ ຫງົບຕາມຊາຍແດນສອງປະເທດ.