ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກຳຄົນໃໝ່ຢືນຢັນຈະສືບຕໍ່ສະໜັບສະໜູນການຮ່ວມມືສອງຝ່າຍໃຫ້ຫລາຍຂຶ້ນ


ໃນໂອກາດເຂົ້າພົບປະທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໃນວັນທີ 27 ມີນານີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຕນ ອາ ແຮນເຊັນ (Stein R. HANSEN) ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາອຸດສາຫະກຳຄົນໃໝ່ປະຈຳພາກພື້ນ ໄດ້ຢືນຢັນ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະເພີ່ມທະວີສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາອຸດສາຫະກຳ ກໍຄືການສະໜັບສະໜູນລາວໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ່ຕິດພັນກັບວຽກງານຂອງອົງການດັ່ງກ່າວໃຫ້ມີປະສິດທິຜົນດີຂຶ້ນ.
ໃນຜ່ານມາ, ອົງການ ສປຊ ເພື່ອການພັດທະນາອຸດສາຫະກຳ ໄດ້ໃຫ້ການຮ່ວມມືຊ່ວຍເຫລືອລາວຫລາຍດ້ານ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນການຍົກລະດັບພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ ເພື່ອໃຫ້ອຸດສາຫະກຳການຜະລິດພາຍໃນປະເທດອອກສູ່ຕະຫລາດສາກົນໄດ້ງ່າຍຂຶ້ນ ແລະ ການຫລຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມ ໂດຍການໃຊ້ພະລັງງານທີ່ພຽງພໍ ແລະ ບໍ່ເປັນພິດອັນຕະລາຍຕໍ່ສະພາບແວດລ້ອມໃນຮູບແບບພະລັງງານທົດແທນ, ໃນນັ້ນມີ 5 ໂຄງການທີ່ກຳລັງດຳເນີນຢູ່ ແລະ 4 ໂຄງການທີ່ໄດ້ປະຕິບັດສຳເລັດຢ່າງມີໝາກຜົນອັນດີ ໃນປີ 2015 ແລະ 2016 ທີ່ຜ່ານມາ.