ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້

ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້ - c8c270a8 ba86 4794 8fd0 e622deb2d652 -  ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້
ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້ - kitchen vibe -  ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້

ຂ່າວມະຕິຊົນ (ໄທ) ລາຍງານຂ່າວວັນທີ 31 ພຶດສາ 2022 ນີ້ວ່າ: ແຫລ່ງຂ່າວຈາກຮ້ານຂາຍຍ່ອຍ ແລະ ຮ້ານຂາຍສົ່ງ ເປີດເຜີຍວ່າ ຕັ້ງແຕ່ວັນທີ 1 ມິຖຸນາ 2022 ມີສິນຄ້າອຸປະໂພກ ແລະ ບໍລິໂພກ ຈະຂຶ້ນລາຄາຕາມຕົ້ນທຶນການຜະລິດທີ່ປັບຕົວສູງຂຶ້ນ ເຊິ່ງປະກອບມີ: ຄຣີມທຽມແບບຖົງ ແລະ ກ່ອງ ຂຶ້ນ 2-5 ບາດ, ກາເຟສຳເລັດຮູບທຸກຂະໜາດຂຶ້ນ 4-5 ບາດ ທັງແບບຖົງ ແລະ ປອງ, ກາເຟປອງ  ຂຶ້ນ 2 ບາດ ຈາກ 15 ບາດ ເປັນ 17 ບາດ, ສະບູ ແລະ ຄຣີມອາບນ້ຳຂຶ້ນ 10%, ປອງປາ ຂຶ້ນ 4 ບາດ ຈາກ 10 ບາດ ເປັນ 14 ບາດ, ນົມຖົ່ວເຫລືອງຕຸກ ຂຶ້ນ 3 ບາດ ຈາກ 10 ບາດ ເປັນ 15 ບາດ, ນ້ຳຈີ້ມໄກ່ ຂຶ້ນ 10% ຂະນະທີ່ໃນເດືອນ ກໍລະກົດ ໄດ້ຮັບແຈ້ງຈະມີການປັບລາຄາຂຶ້ນ ເປັນຕົ້ນແມ່ນ ນໍ້າຢາຊັກຜ້າຂາວ ແລະ ນ້ຳໝາກໄມ້ຍີ່ຫໍ້ໜຶ່ງ.

ທ່ານ ສົມຊາຍ ພອນຣັດຈະເລີນ ນາຍົກສະມາຄົມຂາຍສົ່ງ ແລະ ຂາຍຍ່ອຍ (ໄທ) ເປີດເຜີຍວ່າ : ຕັ້ງແຕ່ເດືອນ ມິຖຸນາ ນີ້ ເປັນຊ່ວງເວລາທີ່ລາຄາສິນຄ້າປັບລາຄາຂຶ້ນຕາມຕົ້ນທຶນການຜະລິດແທ້ ຫລັງນ້ຳມັນກາຊວນ ແລະ ຄ່າຂົນສົ່ງປັບຕົວສູງຂຶ້ນ ໂດຍຜູ້ຜະລິດເລີ່ມແຈ້ງຮ້ານຂາຍເຄື່ອງຕັ້ງແຕ່ຕົ້ນເດືອນ ພຶດສະພາ ທີ່ຜ່ານມາ ລ່າສຸດໄດ້ຮັບແຈ້ງຈາກຜູ້ຜະລິດ ແລະ ຈຳໜ່າຍເຂົ້າຫອມມະລິແທ້ ບັນຈຸເປັນຖົງ ນຳ້ໜັກຂະໜາດ 5 ກິໂລກຣາມ ຈະຂຶ້ນລາຄາຂາຍຍ່ອຍທຸກຍີ່ຫໍ້ອີກ 5-10% /ຖົງ ແລະ ນ້ຳອັດລົມຍີ່ຫໍ້ແປັບຊີ ຈະຂຶ້ນອີກ 1-2 ບາດ/ຕຸກ ເຊິ່ງມີຜົນໃຊ້ໃນວັນທີ 1 ມິຖຸນາ 2022ນີ້

ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້ - Visit Laos Visit SALANA BOUTIQUE HOTEL -  ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້

ທ່ານ ສົມຊາຍ ກ່າວວ່າ “ ຕອນນີ້ບໍ່ແມ່ນແຕ່ສິນຄ້າແພງຢ່າງດຽວ ຕ້ອງເບິ່ງວ່າວັດຖຸດິບອີກວ່າຈະຂາດແຄນນຳ ຫລື ບໍ່? ຫລັງ 30 ປະເທດທົ່ວໂລກຈຳກັດການສົ່ງອອກອາຫານ, ພະລັງງານ ແລະ ສິນຄ້າອຸປະໂພກ ທີ່ເຮັດໃຫ້ຫລາຍປະເທດມາຊື້ວັດຖຸດິບຈາກໄທຫລາຍຂຶ້ນ ແລະ ອາດຈະເຮັດໃຫ້ຂາດແຄນໄດ້”

ທ່ານ ອາພິຊາດ ໄພຮຸ່ງເຮືອງ ປະທານສະຫະພັນການຂົນສົ່ງທາງບົກ ແຫ່ງປະເທດໄທ ເປີດເຜີຍວ່າ: ຫລັງຈາກ ຄະນະກຳມະການບໍລິຫານກອງທຶນນ້ຳມັນເຊື້ອໄຟ ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ອີກ 1 ບາດ ເປັນ 33 ບາດ ມີຜົນໃນວັນທີ 31 ພຶດສະພາ 2022ນີ້ ໃນສ່ວນຂອງສະຫະພັນຈະແຈ້ງທາງບໍລິສັດຜູ້ຜະລິດສິນຄ້າທີ່ເປັນລູກຄ້າຂໍປັບຄ່າລາຄາຂົນສົ່ງຂຶ້ນອີກ 3% ຈາກປັດຈຸບັນ 10-12% ເປັນ 15% ເພື່ອໃຫ້ສອດຄ່ອງກັບຕົ້ນທຶນພະລັງງານທີ່ເພີ່ມຂຶ້ນ ຄາດວ່າຈະມີຜົນປະມານວັນທີ 4-5 ມິຖຸນາ 2022.

ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້ - 4 -  ສິນຄ້າຫລາຍລາຍການ ໃນປະເທດໄທ ກຽມປັບຂຶ້ນລາຄາ ເດືອນ ມິຖຸນາ 2022 ນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!