ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - kitchen vibe - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 2 1 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

ໂດຣນທາງການທະຫານເກີດຂຶ້ນແລ້ວ  TIKAD ເປັນໂດຣນລໍາໃຫຍ່ຂອງບໍລິສັດ Duke Robotics ແຫ່ງ  Florida ຖືກສ້າງເພື່ອເປັນທະຫານແຫ່ງໂລກຍຸກອະນາຄົດ ຫຼື Future Soldier.

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - Visit Laos Visit SALANA BOUTIQUE HOTEL - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

ດ້ວຍຄວາມມຸ່ງໝັ່ນທີ່ຈະສ້າງໂດຣນທາງການທະຫານ TIKAD ເປັນອາກາດສະຍານໄຮ້ຄົນຂັບທີ່ຈະເຂົ້າມາແທນທີ່ພົນທະຫານໃນສະໜາມຮົບທີ່ມີການສ້າງກັນຢ່າງດຸເດືອດ. ໂດຣນລໍານີ້ມີນໍ້າໜັກເຖິງ 50 ກິໂລກຣາມ ແລະ ສາມາດບິນໄດ້ໃນລະດັບຄວາມສູງ 9-457 ແມັດ ແລະ ສາມາດຕິດຕັ້ງອາວຸດປືນ​ກົນອັດຕະໂນມັດ ລວມເຖິງເຄື່ອງຍິງລະເບີດຂະໜາດ 40 ມມ ເພື່ອຈັດການກັບຂ້າເລິກ.

Raziel Atuar  ດໍາລົງຕຳແໜ່ງຜູ້​ບໍລິຫານຂອງ Duke Robotics ກ່າວວ່າ: ໃນຖານະຂອງຜູ້ບັນຊາການໜ່ວຍຮົບໃນພາລະກິດພິເສດ ຂ້າພະ​ເຈົ້າເຄີຍມີປະສົບໃນສະໜາມຮົບມາຫຼາຍປີ ແລະ ໃນຫຼາຍໆ ສະຖານະການຂ້າພະ​ເຈົ້າຢາກຫາທາງອອກໃນການແກ້​ໄຂບັນຫາທີ່ບໍ່ແມ່ນການສົ່ງກໍາລັງທະຫານເຂົ້າໄປ ແລະ ທີ່   Duke Robotics ເຮົາຕ້ອງການສ້າງສິ່ງທີ່ຈະປ່ຽນແປງສະໜາມຮົບໃນຍຸກອະນາຄົດ ແລະ ແນ່ນອນວ່າມັນຕ້ອງຊ່ວຍຮັກສາຊີວິດຂອງທະຫານ ແລະ ຕ້ອງບໍ່ທໍາອັນຕະລາຍເຮືອນຊານພົນລະເຮືອນທີ່ຢູ່ໃນພື້ນທີ່ສະໜາມຮົບ.

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 7 1 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

 

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 6 1 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 4 1 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

            Raziel ກ່າວຕໍ່ວ່າ: ການຜະເຊີນລະຫວ່າງກອງກໍາລັງທະຫານໃນສະໜາມຮົບເປັນສະຖານະການທີ່ເກີດຂຶ້ນໄດ້ຍາກໃນຍຸກປັດຈຸບັນ ແລະ ສົງຄາມການຮົບແບບກອງໂຈນ ເປັນສິ່ງທີ່ໂລກຕ້ອງຜະເຊີນ ແລະ ເພື່ອຮັບມືກັບສະຖານະການການຮົບທີ່ປ່ຽນໄປ ເຄື່ອງບິນໂດຣນທີ່ສາມາດຍິງອາວຸດປືນຂະໜາດນ້ອຍໄດ້ຈຶ່ງເຂົ້າມາມີບົດບາດສໍາຄັນ ໂດຍໂດຣນ TIKAD ມີເຕັກໂນໂລຊີອັດສະລິຍະຫຼວງຫຼາຍ ແຕ່ເໜືອສິ່ງອື່ນໃດຄືມັນຍິງປືນແມ້ນຫຼາຍ ແລະ ມີລະບົບ  Stabilization ທີ່ດູດຊັບແຮງຖີບທີ່ເກີດຈາກການຍິງປືນດ້ວຍ.

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 3 1 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້

            ແລະ ໃນຕອນນີ້ TIKAD ກໍພ້ອມແລ້ວສໍາລັບການເປີດຂາຍ ແລະ ໃນຕອນນີ້ທາງ Duke Robotics ກໍໄດ້ຮັບຄໍາສັ່ງຊື້ຈາກກະຊວງປ້ອງ​ກັນ​ປະ​ເທດຂອງປະເທດອິດສະລາ​ແອ​ນເປັນທີ່ຮຽບຮ້ອຍແລ້ວ ແລະ ເຮົາຍັງໄດ້ຕິດຕໍ່ກັບລັດຖະບານຂອງບາງປະເທດທີ່ມີທ່າ​ອ່ຽງສົນໃຈເຕັກໂນໂລຊີຂອງເຮົາ ຫຼືວ່ານີ້ໃກ້ຈະເຖິງຍຸກທີ່ເຮົາຮົບກັນດ້ວຍຫຸ່ນຍົນແລ້ວ.

ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້ - 5 - ໂດຣນທາງການທະຫານລຸ້ນໃຫມ່ ຍິງປືນໄດ້ ແລະ ຍິງລູກລະເບີດກໍໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!