ກະຊວງສາທາລະນະສຸກ ຖະແຫລງ ພະຍາດ Monkeypox ຫຼື ໝາກສຸກລີງ ພົບໃນຫລາຍປະເທດ ແຕ່ລາວເຮົາຍັງບໍ່ພົບ
ວັນທີ 27 ພຶດສະພາ 2022 ນີ້ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫລງຂ່າວວ່າ: ສະຖານະການພະຍາດ Monkeypox ຫລື ໝາກສຸກລີງ ທີ່ໄດ້ກາຍເປັນບັນຫາທີ່ທົ່ວໂລກພວມກັງວົນ ຫລັງມີການຢັ້ງຢືນວ່າມີຜູ້ຕິດເຊື້ອແລ້ວ 92 ຄົນ ແລະ ກໍລະນີສົງໄສອີກ 28 ຄົນ. ຂະນະທີ່ໃນເຂດອາຊີ ລວມທັງ ສປປ ລາວ ຍັງບໍ່ທັນມີລາຍງານການຕິດເຊື້ອພະຍາດດັ່ງກ່າວເທື່ອ.
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ເປີດເຜີຍວ່າ: ພະຍາດ Monkeypox ຫລື ໝາກສຸກລີງ ເກີດຈາກເຊື້ອຈຸລະໂລກ (ໄວລັດ) ຕິດຕໍ່ຈາກສັດສູ່ຄົນ ໂດຍໄວລັດນີ້ຢູ່ໃນກຸ່ມຂອງ orthopoxvirus ແລະ ຄອບຄົວດຽວກັບ Poxviridae .ການເອີ້ນຊື່ monkeypox ເປັນຜົນມາຈາກການຄົ້ນພົບເບື້ອງຕົ້ນຂອງເຊື້ອໄວຣັສໃນລີງຢູ່ຫ້ອງທົດລອງຂອງເດນມາກໃນປີ 1958 ຊຶ່ງກໍລະນີທໍາອິດຂອງມະນຸດພົບເຫັນນໍາເດັກນ້ອຍຢູ່ສາທາລະນະລັດປະຊາທິປະໄຕຄອງໂກໃນປີ 1970 ແລະ ພະຍາດນີ້ບໍ່ແມ່ນເກີດຂຶ້ນໃໝ່ ແລະ ຜ່ານມາພົບຫລາຍຢູ່ເຂດອາຟຣິກກາກາງ ແລະ ອາຟຣິກກາຕາເວັນຕົກໂດຍສະເພາະເຂດອາກາດຮ້ອນຊຸ່ມທີ່ໃກ້ປ່າ. ທັງນີ້ມາຮອດວັນທີ 13 ພຶດ ສະພາ 2022, ອົງການອະນາໄມໂລກໄດ້ຮັບລາຍງານກໍລະນີຕິດເຊື້ອຢູ່ 12 ປະເທດທີ່ບໍ່ແມ່ນປະເທດທີ່ມີການບົ່ມຊ້ອນຂອງພະຍາດດັ່ງກ່າວມາກ່ອນ. ຂະນະດຽວກັນ ກໍຄາດຄະເນວ່າພະຍາດດັ່ງກ່າວອາດຈະລະບາດຢູ່ຫຼາຍຂົງເຂດ/ປະເທດກ ນັບແຕ່ວັນທີ 13-21 ພຶດສະພາ 2022, ມີກໍລະນີຢັ້ງຢືນຜູ້ຕິດເຊື້ອ 92 ຄົນ ແລະ ກໍລະນີສົງໄສ 28 ຄົນ ແລະ ຍັງບໍ່ທັນມີລາຍງານການຕິດເຊື້ອພະຍາດດັ່ງກ່າວໃນຂົງເຂດອາຊີ ລວມທັງ ສປປ ລາວ ລວມທັງພະຍາດນີ້ຍັງບໍ່ມີທ່າອ່ຽງຈະເປັນການລະບາດໃຫຍ່ເທື່ອ.
ສຳລັບເສັ້ນທາງການຕິດຕໍ່ນັ້ນ ມາຈາກການກິນຊີ້ນທີ່ປຸງແຕ່ງບໍ່ສຸກ ແລະ ຊີ້ນສັດປ່າ ທີ່ຕິດເຊື້ອແມ່ນເປັນປັດໄຈສ່ຽງທີ່ເປັນໄປໄດ້ພາໃຫ້ຕິດເຊື້ອ Monkeypox. ແນວໃດກໍດີເມື່ອຕິດເຊື້ອ ກໍຈະເຊົາເອງໂດຍບໍ່ໄດ້ປີ່ນປົວ, ແຕ່ອາການອາດຈະຮ້າຍແຮງສຳລັບບາງບຸກຄົນ ເຊັ່ນ: ເດັກນ້ອຍ, ແມ່ຍິງຖືພາ ຫລື ຜູ້ທີ່ມີພູມຕ້ານທານຕ່ຳຍ້ອນສະພາບສຸຂະພາບ, ອັດຕາການເສຍຊີວິດຢູ່ລະຫ່ວາງ 0-11%. ເຊື້ອໄວຣັສ Monkeypox ຕິດຕໍ່ຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງໂດຍການສຳຜັດໃກ້ຊິດກັບບາດແຜ, ນ້ໍາຢູ່ຮ່າງກາຍ, ຂີ້ກະເທີ່, ນ້ຳລາຍຂອງຄົນຕິດເຊື້ອລວມທັງທາງເພດສຳພັນ ແລະ ເຄື່ອງໃຊ້ເປື້ອນເຊັ່ນ ຜ້າປູບ່ອນນອນ, ຜ້າເຊັດໂຕ, ໃຊ້ເຄື່ອງ ຮ່ວມກັນ… ພະຍາດນີ້ມີໄລຍະເວລາບົ່ມເຊື້ອປົກກະຕິ 6-13 ມື້, ແຕ່ສາມາດບົ່ມເຊື້ອແຕ່ 5-21 ມື້ ກໍເປັນໄປໄດ້.
ພະຍາດນີ້ບໍ່ແມ່ນພະຍາດຕິດຕໍ່ງ່າຍໆຄືພະຍາດໂຄວິດ, ແຕ່ຈະຕິດສະເພາະຜູ້ທີ່ສຳຜັດຈັບບາຍກັບຜູ້ຕິດເຊື້ອພະຍາດເທົ່ານັ້ນ. ສຳລັບກໍລະນີສົງໄສ ຖ້າບຸກຄົນໃດໜຶ່ງ ທີ່ບໍ່ອາໄສຢູ່ເຂດທີ່ມີການລະບາດບົ່ມຊ້ອນຂອງພະຍາດ Monkeypox ທີ່ມີຕຸ່ມເກີດຂຶ້ນກະທັນຫັນ ໂດຍບໍ່ສາມາດອະທິບາຍສາເຫດໄດ້ ໂດຍມີໜຶ່ງ ຫລື ຫລາຍອາການດັ່ງນີ້: ເຈັບຫົວ, ໄຂ້ກະທັນຫັນ (>38.50 C), ກ້ອນກະດັນໃຄ່ບວມ, ປວດກ້າມຊີ້ນ/ປວດຕົນໂຕ, ເຈັບຫຼັງ, ກ້າມຊີ້ນອ່ອນແຮງ ແລະ ບໍ່ສາມາດອະທິບາຍ ສາ ເຫດຂອງຕຸ່ມທີ່ເກີດຂຶ້ນໄດ້ຈາກພະຍາດທີ່ພົບເຫັນໄດ້ເລື້ອຍໆ ເຊັ່ນ: ໝາກໃສ (varicella zoster), ຕານເຕັ້ນ (herpes zoster), ໝາກແດງໃຫຍ່ (measles), herpes simplex, ການຊຶມເຊື້ອຜິວໜັງຍ້ອນເຊື້ອຈຸລິນຊີ, ການຕິດເຊື້ອພະຍາດໜອງໃນແທ້, ພະຍາດ syphilis ຂັ້ນ 1 ແລະ 2, ແຜຮີມອ່ອນ (chancroid), lymphogranuloma venereum, ຝີໝາກມ່ວງ (granuloma inguinale), molluscum contagiosum, ປະຕິກິລິຍາຂອງອາການແພ້ ແລະ ອື່ນໆທົ່ວໄປທີ່ພົບຢູ່ທ້ອງຖິ່ນ ແລະ ເປັນສາເຫດຂອງຜື່ນແດງ ຫລື ຕຸ່ມໃສ.
ສຳລັບວິທີການປ້ອງກັນ, ໃຫ້ຫລີກເວັ້ນການສໍາພັດໂດຍກົງກັບຜູ້ຕິດເຊື້ອ ຫລື ຜູ້ທີ່ຢູ່ໃນກໍລະນີສົງໄສ, ຖ້າມີອາການຕຸ່ມຜື່ນແດງ ພ້ອມເປັນໄຂ້ ຫລື ຮູ້ສຶກບໍ່ສະບາຍ ຫລື ເຈັບປ່ວຍ ຫລື ເດີນທາງໄປບ່ອນທີ່ມີການລະບາດພະຍາດນີ້ ຄວນໄປພົບແພດເພື່ອກວດຫາ ເຊື້ອພະຍາດ Monkeypox. ຖ້າມີກໍລະນີສົງໄສ ຫລື ຢັ້ງຍືນການຕິດເຊື້ອແລ້ວ, ຄວນແຍກອອກຈາກຄົນອື່ນຈົນກວ່າຮອຍເກັດຈະຫລຸດອອກ ແລະ ງົດການມີເພດສຳພັນ. ທຸກຄົນທີ່ເບິ່ງແຍງຄົນເຈັບ ຄວນໃຊ້ມາດຕະການປ້ອງກັນຕົນເອງທີ່ເໝາະສົມ ລວມທັງການໃສ່ຜ້າອັດປາກ-ດັງ, ອະນາໄມສິ່ງຂອງ ແລະ ຜິວທີ່ຖືກສຳຜັດ.
ເຖິງວ່າຢູ່ບ້ານເຮົາຍັງບໍ່ທັນພົບຄົນຕິດເຊື້ອພະຍາດດັ່ງກ່າວ, ແຕ່ເນື່ອງຈາກພວກເຮົາໄດ້ເປີດປະເທດຢ່າງເຕັມຮູບແບບ ແລະ ມີການເດີນທາງໄປມາຫາສູ່ກັບຕ່າງປະເທດ, ຈຶ່ງຖືວ່າພວກເຮົາຍັງມີຄວາມສ່ຽງ ແລະ ຈະໄດ້ຕິດຕາມເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ. ບໍ່ໃຫ້ພໍ່ແມ່ປະຊາຊົນວິຕົກກັງວົນຈົນເກີນໄປເນື່ອງຈາກພະຍາດດັ່ງກ່າວບໍ່ສາມາດຕິດເຊື້ອໄດ້ຢ່າງໄວວາ, ທີມງານກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກໄດ້ຕິດຕາມເຝົ້າລະວັງ, ກະກຽມຄວາມພ້ອມ ແລະ ອຸປະກອນຕ່າງໆລວມທັງບັນດາຫ້ອງວິເຄາະເພື່ອກວດຫາເຊື້ອພະຍາດ, ກະກຽມຄວາມພ້ອມຂອງໂຮງໝໍເພື່ອຮອງຮັບຄົນເຈັບກໍລະນີມີການຕິດເຊື້ອ.