ມຊ ມຸ່ງໝັ້ນຕໍ່ການເປັນຫົວໜ່ວຍງົບປະມານກຸ້ມຕົນເອງທາງດ້ານງົບປະມານແຕ່ຍັງມີຂໍ້ຫຍຸ້ງຍາກຫລາຍຢ່າງ


ວັນທີ 24 ພຶດສະພາ 2022 ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ກົມງົບປະມານແຫ່ງລັດ ກະຊວງ ການເງິນ ແລະ ຄະນະຮັບຜິດຊອບໄດ້ຈັດລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຂອງມະຫາວິທະຍາໄລແຫ່ງຊາດໃນການຫັນທົດລອງເປັນຫົວໜ່ວຍງົບປະມານກຸ້ມຕົນເອງທາງດ້ານງົບປະມານ; ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ແລະ ທ່ານ ຄໍາເຜີຍ ພົມມະຈັນ ຫົວໜ້າຫ້ອງການແຜນການ-ການເງິນ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ກະຊວງພາຍໃນ, ຄະນະວິຊາການຂອງມະຫາວິທະຍາໄລແຫ່ງຊາດ, ກະຊວງພາຍໃນ,ກະຊວງການເງິນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດເຮັດທົດລອງຫັນຫົວໜ່ວຍກຸ້ມຕົນເອງທາງດ້ານງົບປະມານ, ເປັນວຽກງານທີ່ມີຄວາມສໍາຄັນເພື່ອຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ເປັນການຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກ ສະບັບເລກທີ 593/ຫສນຍ, ລົງວັນທີ 04 ພຶດສະພາ 2022, ໄດ້ມີການສືບຕໍ່ຈັດຕັ້ງປະຕິບັດການເຮັດທົດລອງຕາມຄໍາແນະນໍາຂອງກະຊວງການເງິນ ແລະ ໃຫ້ມີການສືບຕໍ່ຜັນຂະ ຫຍາຍໄປຍັງຫົວໜ່ວຍອື່ນໆທີ່ມີເງື່ອນໄຂ, ເພື່ອໃຫ້ສາມາດຕີລາຄາ ແລະ ຖອດຖອນບົດຮຽນໄດ້ໂດຍພື້ນຖານ.
ສຳລັບການເຮັດທົດລອງຫັນຫົວໜ່ວຍກຸ້ມຕົນເອງໃນໄລຍະຜ່ານມາ ກະຊວງການເງິນໄດ້ສົມທົບພາກສ່ວນກ່ຽວຂ້ອງດໍາເນີນມາຕັ້ງແຕ່ປີ 2020 ຊຶ່ງໄລຍະນັ້ນແມ່ນການເກັບກໍາຂໍ້ມູນຫົວໜ່ວຍເປົ້າໝາຍ ແລະສ້າງນິຕິກໍາຕ່າງໆ ໃນການເຮັດທົດລອງປັດຈຸບັນໄດ້ສໍາເລັດໂດຍພື້ນຖານ, ການອອກຄໍາແນະນໍາ ສະບັບເລກທີ 2258/ກງ, ວັນທີ 21 /5/2021 ແລະ ສໍາເລັດການຄົ້ນຄ້ວາຕົກລົງເອົາ 05 ຫົວໜ່ວຍເປັນຫົວໜ່ວຍທົດລອງຫັນກຸ້ມຕົນເອງປະກອບມີໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ, ມະຫາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປ່າສັກ.
ສໍາລັບການເຮັດທົດລອງຫັນກຸ້ມຕົນເອງຂອງມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າເປັນຫົວໜ່ວຍຂັ້ນໜຶ່ງ ພຽງຫົວໜ່ວຍດຽວໃນ 5 ຫົວໜ່ວຍທົດລອງທີ່ໄດ້ຮັບການຕົກລົງ, ຊຶ່ງກ່ອນຈະມາເປັນຫົວໜ່ວຍທົດລອງກໍ່ໄດ້ມີການຈັດກອງປະຊຸມກັນຫຼາຍຄັ້ງເພື່ອແລກປ່ຽນ ແລະ ເອກະພາບກັນໂດຍສະເພາະແມ່ນການຈັດສັນແຜນຄືນໃໝ່ ຈາກໃນເມື່ອກ່ອນມີການໃຊ້ແຜນງົບປະມານທີ່ຊ້ອນກັນທັງລາຍຈ່າຍປົກກະຕິ ແລະ ວິຊາການແຕ່ພາຍຫຼັງທີ່ເຮັດທົດລອງຈະໄດ້ແຍກແຜນອອກ, ເພື່ອແບ່ງຄວາມຮັບຜິດຊອບເປັນອັນສະເພາະຄື: ລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍແມ່ນລັດຖະບານເປັນຜູ້ຮັບຜິດຊອບທັງໝົດ, ສ່ວນລາຍຈ່າຍເງິນບໍລິຫານ, ດັດສົມ-ສົ່ງເສີມ ແລະ ລາຍຈ່າຍຊື້ໃໝ່ (ພາກ 62-66) ແມ່ນມະຫາວິທະຍາໄລແຫ່ງຊາດ ຮັບຜິດຊອບເອງທັງໝົດໂດຍນໍາໃຊ້ລາຍຮັບພາຍໃນຂອງຕົນທີ່ເກັບໄດ້ຕາມລັດຖະບັນຍັດຂອງປະທານປະເທດ ເພື່ອມາປະຕິບັດລາຍຈ່າຍຂອງຕົນຕາມລະບຽບການ ແລະ ດ້ວຍຄວາມຮັບຜິດຊອບສູງ.
ການລົງເຮັດວຽກໃນຄັ້ງນີ້ກໍ່ແມ່ນເພື່ອເປັນການລົງຊຸກຍູ້, ຕິດຕາມ ແລະ ຮ່ວມກັນຕີລາຄາ, ແລກປ່ຽນບົດຮຽນ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆຂອງການເຮັດທົດລອງເພື່ອຜັນຂະຫຍາຍໄປສູ່ຫົວໜ່ວຍອື່ນ ແລະ ຍົກລະດັບຂອງການເຮັດທົດລອງໃຫ້ກວ້າງຂວາງ, ເລິກເຊິ່ງຂື້ນຕາມທິດຊີ້ນໍາຂອງລັດຖະບານ; ພ້ອມທັງໄດ້ຮັບ ຟັງການປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນໃນບາງເນື້ອໃນທີ່ຕິດພັນກັບພາລະບົດບາດຂອງຕົນເອງ.