ເງິນກີບອ່ອນຄ່າ ຕ້ອງເບິ່ງທີ່ມາທາງປະຫວັດສາດຕື່ມ
ໂດຍ: ທິດກໍ່າ
ເວົ້າເຖິງເງິນກີບອ່ອນຄ່າແມ່ນເລີ່ມມີມາຢ່າງຍາວນານສົມຄວນແລ້ວ. ອັນສາເຫດກໍຍ້ອນວ່າລາວເຮົາເປັນປະເທດດ້ອຍພັດທະນາມາແຕ່ຍຸກເປັນຫົວເມືອງຂຶ້ນຂອງຕ່າງຊາດມາເປັນເວລາສອງສະຕະວັດ. ຕົວຢ່າງໃນເວລາທີ່ເປັນຫົວເມືອງຂຶ້ນຂອງສະຫຍາມພວກເຂົາໄດ້ກີດກັ້ນ, ຜູກຂາດບໍ່ໃຫ້ຄົນລາວຄ້າຂາຍໂດຍກົງກັບນານາປະເທດ. ເຂົາຖືວ່າລາວເປັນຫົວເມືອງຂຶ້ນ, ຄົນລາວເປັນຂ້າທາດ, ບໍ່ມີສິດມີສຽງ ຖ້າຈະທຳການຄ້າຂາຍຕ້ອງຄ້າຂາຍກັບພໍ່ຄ້າຄົນກາງທີ່ເປັນຄົນສະຫຍາມ, ຜູ້ໃດຝ່າຝືນບໍ່ປະຕິບັດຖືວ່າຜິດກົດໝາຍ ຫລື ຖືກປັບໃໝໃສ່ໂທດ. ສະແດງວ່າໃນຍຸກນັ້ນບໍ່ມີການຜະລິດສິນຄ້າເພື່ອສົ່ງອອກ, ຖ້າຕ້ອງການຊື້ ຫລື ຊົມໃຊ້ຕ້ອງບໍລິໂພກແຕ່ຂອງໄທ ຈົນມາຮອດຍຸກນີ້ ຄົນລາວເຮົາກໍຍັງຕິດນິດໄສບໍລິໂພກສິນຄ້າໄທມາຫລາຍຍຸກຫລາຍສະໄໝ ເພາະພາຍໃນຕົນເອງບໍ່ມີການຜະລິດສິນຄ້າຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ. ສຸດທ້າຍມາເງິນບາດຂຶ້ນຕິກໆກໍບໍ່ມີຫຍັງໄປຄ້ຳປະກັນ.
ພໍຕົກມາໃນຍຸກເປັນຫົວເມືອງຂຶ້ນຂອງຈັກກະພັດຝຣັ່ງ ແລະ ອາເມລິກາ ປະຊາຊົນເຮົາຕ້ອງໄດ້ຜະເຊີນກັບໄພສົງຄາມຮຸກຮານ, ບໍ່ມີໂອກາດໄດ້ສ້າງສາພັດທະນາປະເທດຊາດ, ຂາດການພົວພັນຄ້າຂາຍກັບໂລກພາຍນອກ ເບິ່ງຢ່າງໜຶ່ງຄືປະເທດຖືກປິດປະຕູ, ປິດຫູປິດຕາ, ຊີວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ພຽງແຕ່ເຮັດໄຮ່ໄຖນາ, ຫາລ້ຽງຊີບຕາມທຳມະຊາດເປັນສ່ວນຫລາຍ. ເວົ້າເຖິງການຜະລິດໃນຍຸກນັ້ນກໍພໍແຕ່ກຸ້ມຢູ່ກຸ້ມກິນ, ບໍ່ມີໂຮງຈັກໂຮງງານ, ບໍ່ມີການຜະລິດສິນຄ້າເພື່ອສົ່ງອອກໄປຂາຍຕ່າງປະເທດ. ສ່ວນລະບົບການສຶກສາກໍຍິ່ງຫລ້າຫລັງ, ໃນຍຸກຝຣັ່ງປົກຄອງບໍ່ມີໂຮງຮຽນມັດທະຍົມຈັກແຫ່ງ, ຖ້າເປັນເຊື້ອເຈົ້າ ແລະ ລູກເຈົ້າຫລານນາຍຮຽນຈົບປະຖົມແລ້ວຕ້ອງໄປຮຽນຕໍ່ມັດທະຍົມຢູ່ຫວຽດນາມ ຫລື ປະເທດຂະເໝນ. ໃນຍຸກອາເມລິກາມາຮຸກຮານມີວິທະຍາໄລພຽງ 2 ແຫ່ງ ຄືອຸດົມວຽງຈັນ ແລະ ວິທະຍາໄລຄູດົງໂດກ ຈົນມາຮອດຊຸມປີ 1970 ຈຶ່ງມີໃນບັນດາແຂວງໃຫຍ່ໆ ຄືຫລວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
ສະຫລຸບແລ້ວ, ໃນເງື່ອນໄຂປະເທດເຮົາເປັນຫົວເມືອງຂຶ້ນຂອງສັກດິນາ ແລະ ຈັກກະພັດຜູ້ຮຸກຮານ, ປະເທດລາວບໍ່ມີການຂະຫຍາຍຕົວທາງດ້ານເສດຖະກິດ, ບໍ່ມີການຜະລິດທີ່ເຂັ້ມແຂງເໝືອນດັ່ງປະເທດອ້ອມຂ້າງ ຄືຫວຽດນາມ, ຂະເໝນ ແລະ ປະເທດໄທ. ຈາກປັດໄຈທີ່ກ່າວມານີ້ ຈຶ່ງເປັນເງື່ອນໄຂໜຶ່ງທີ່ແກ່ດຶງຄົນລາວໃຫ້ຢູ່ແບບພໍພຽງ ແລະ ຂຶ້ນກັບທຳມະຊາດ, ຂາດການຜະລິດທີ່ເຕີບໃຫຍ່ເຂັ້ມແຂງ, ກາຍເປັນຄົນມັກງ່າຍ, ມີນິດໄສມັກຊື້ບໍ່ມັກເຮັດການຜະລິດ ເຊິ່ງເບິ່ງຢ່າງໜຶ່ງຄືຫາຍໃຈຮ່ວມຮູດັງໝູ່, ຢູ່ແບບບໍ່ຫ່ວງເກົ້າຫ່ວງສິບ.
ພາຍຫລັງປະເທດຊາດເຮົາພົ້ນຈາກສົງຄາມ ແລະ ໄດ້ຮັບການປົດປ່ອຍ ປະກາດເປັນປະເທດ ສປປ ລາວ, ພັກ ແລະ ລັດຖະບານເຮົາໄດ້ວາງນະໂຍບາຍປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ ເຊິ່ງໃນເບື້ອງຕົ້ນແມ່ນເລັ່ງໃສ່ການຮຳບາດແຜສົງຄາມ ໄປຄຽງຄູ່ກັບການຜະລິດ, ສູ້ຊົນເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ພ້ອມວາງແນວທາງການປະຕິວັດສາມປະການຄື: ການປະຕິວັດພົວພັນການຜະລິດ, ການປະຕິວັດເຕັກນິກວິທະຍາສາດ ແລະ ການປະຕິວັດແນວຄິດວັດທະນະທຳ.
ໃນໄລຍະນີ້ ປະເທດເຮົາຍັງຖືກຂວ້ຳບາດຈາກປະເທດໄທມາຫລາຍປີ, ແຕ່ກໍເຫັນວ່າໄດ້ຜ່ານພົ້ນ, ນຳພາປະເທດຊາດກ້າວສູ່ຍຸກໃໝ່ຕາມເສັ້ນທາງສັງຄົມນິຍົມທີ່ໜັກແໜ້ນ, ໝັ້ນຄົງ ຈົນມາຮອດປີ 1986 ຈຶ່ງໄດ້ກ້າວສູ່ຍຸກປ່ຽນແປງໃໝ່ ສ້າງເງື່ອນໄຂໃຫ້ລະບົບເສດຖະກິດ-ສັງຄົມຂອງປະເທດເລີ່ມມີການພັດທະນາຈົນມາຮອດປັດຈຸບັນ.
ແນວໃດກໍຕາມ, ຖ້າຫວນຄືນເບິ່ງປະຫວັດສາດເຮົາມາຮອດຂັ້ນນີ້ແລ້ວຖືວ່າບ້ານເມືອງເຮົາມີການສ້າງສາພັດທະນາຕ່າງກວ່າຍຸກເກົ່າຕັ້ງຫລາຍເທົ່າ ແຕ່ກໍຍັງເຫັນວ່າມີຫລາຍອັນຫລາຍຂອດຕ້ອງໄດ້ພ້ອມກັນແກ້. ຖ້າພວກເຮົາຫາກຍັງປະປ່ອຍແກ່ຍາວໄປດົນເທົ່າໃດ ມະຫາໄພກໍນັບມື້ຈະມາຂົ່ມຂູ່ ເພາະຍຸກນີ້ເປັນຍຸກໂລກາພິວັດ, ມີຫລາຍວິກິດອາດມາຂົ່ມຂູ່, ບໍ່ຈັກວ່າພະຍາດລະບາດ, ໄພສົງຄາມ, ການແກ້ງແຍ່ງແຂ່ງຂັນ ແລະ ອື່ນໆ. ບັນຫາວິກິດທີ່ ສປປ ລາວ ເຮົາພວມຜະເຊີນໃນປັດຈຸບັນ ກໍຄືວິກິດຈາກໂຄວິດ-19, ເງິນກີບອ່ອນຄ່າສູ້ເງິນບາດເງິນໂດລາບໍ່ໄດ້.
ບັນຫານ້ຳມັນແພງຍ້ອນຂາດເງິນຕາໄປຊື້ເຂົາຢ່າງພຽງພໍ ນັບທັງສິນຄ້າອື່ນໆກໍຂຶ້ນລາຄາໄປຕາມໆກັນ, ຖ້າບໍ່ຂ້ຽວແກ້ບັນຫາຫຍຸ້ງເຫຍີງໃນສັງຄົມໂດຍໄວ ກໍຍິ່ງຈະມີຫລາຍສິ່ງຫລາຍຢ່າງຕາມມາ. ການສ້າງສາປະເທດຊາດ ຖ້າເຮົາອາໄສແຕ່ການຂຸດຄົ້ນບໍ່ໃນດິນສິນໃນນ້ຳ ມັນມີໂອກາດບົກແຫ້ງ ຫາກບໍ່ຕັ້ງໜ້າເລັ່ງໃສ່ການຜະລິດສິນຄ້າທີ່ຫລາກຫລາຍ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງຂາຍໄປຕ່າງປະເທດ.
ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ ພັກ ແລະ ລັດຖະບານເຮົາໄດ້ເປີດປະເທດຢ່າງເຕັມຮູບແບບແລ້ວ. ບົດຮຽນອັນໃຫຍ່ໆຕ້ອງເອົາປະເທດຣັດເຊຍມາເປັນຕົວແບບ ໃນເມື່ອອຸດົມສົມບູນຢ່າງຄົບເຄື່ອງພຽງພໍ ໃຜຈະມາຂວ້ຳບາດກໍເຊີນໂລດ ເພາະເຮົາຍັງມີຫລາຍອັນຫລາຍຢ່າງທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື.