ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ

ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ - 031108 - ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ
ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ - kitchen vibe - ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ
  1. ກວດສຸຂະພາບຂອງໂຕເອງກ່ອນ : ຫາກຮູ້ສຶກເຫງົານອນໃນຕອນເຊົ້າອາດກ່ຽວຂ້ອງກັບບັນຫາສຸຂະພາບກໍເປັນໄດ້ ບາງ ເທື່ອທ່ານອາດຈະຕ້ອງກິນອາຫານທີ່ມີປະໂຫຍດໃຫ້ຄົບ 5 ໝວດ ຫລື ຮ່າງກາຍຕ້ອງການໆອອກກຳລັງກາຍທີ່ສະໝໍ່າສະເໝີ ແລະ ພຽງພໍ ຫລືນີ້ເປັນສັນຍານເຕືອນວ່າທ່ານນອນບໍ່ພໍ, ແຕ່ຖ້າເຮັດທຸກຢ່າງຄົບຖ້ວນ ບໍ່ມີຫຍັງຂາດຕົກບົກພ່ອງ ເຮົາຍັງຮູ້ສຶກວ່າເຫງົານອນຜິດປົກກະຕິໃນຕອນເຊົ້າ ໃຫ້ໄປໂຮງໝໍເພື່ອກວດຮ່າງກາຍ.
  2. ວາງນຳ້ດື່ມໄວ້ຂ້າງຕຽງ : ການດື່ມນຳ້ທັນທີໃນຕອນເຊົ້າສາມາດເຮັດໃຫ້ເຮົາຮູ້ສຶກສົດຊື່ນ ແລະ ຮູ້ສຶກຫ້າວຫັນໄດ້ ໃຫ້ລອງເອົາກະຕຸກນຳ້ປລາສະຕິກວາງໄວ້ຂ້າງໆຕຽງ ຫລື ໂຕະຂ້າງຕຽງ ເມື່ອໄດ້ຍິນສຽງໂມງປຸກດັງ, ແຕ່ຍັງຮູ້ສຶກເຫງົານອນຢູ່ ກໍໃຫ້ດື່ມນຳ້ ຮັບຮອງວ່າຊ່ວຍໃຫ້ຕື່ນໄດ້ໄວຂຶ້ນ.
  3. ວາງໂມງປຸກໄວ້ບ່ອນທີ່ປິດຍາກ : ຖ້າການປິດສຽງໂມງປຸກມັນງ່າຍເກີນໄປ ເຮົາກໍຈະຍື້ມືໄປປິດສຽງມັນຕະຫລອດ, ແຕ່ຖ້າເອົາໄປວາງໄວ້ໄກໂຕຈົນຕ້ອງລຸກຂຶ້ນໄປປິດສຽງ ຈະຊ່ວຍໃຫ້ທ່ານຕື່ນງ່າຍຂຶ້ນ.
  4. ດາວໂຫລດໂປຣແກຣມໂມງປຸກມາໄວ້ໃນມືຖື : ມີຫລາຍໂປຣແກຣມໂມງປຸກທ່ີມີຫລາຍຮູບແບບໃຫ້ທ່ານເລືອກປຸກໃນຕອນເຊົ້າ ບໍ່ວ່າຈະແມ່ນສຽງເພງທີ່ທ່ານມັກ, ເປັນຄລິບສຽງຂອງຄົນທີ່ຟັງແລ້ວຕ້ອງຕື່ນທັນທີ ແບບນີ້ກໍຊ່ວຍໃຫ້ຕື່ນງ່າຍຍິ່ງຂຶ້ນ.
  5. ຢ່າດື່ມກາເຟ, ຊາ ຫລື ເຄື່ອງດື່ມທີ່ມີອານກໍຮໍກ່ອນນອນ : ເພາະລິດຂອງກາເຟອີນ ແລະ ອານກໍຮໍ ຈະເຮັດໃຫ້ທ່ານຮູ້ສຶກ ຫ້າວຫັນໃນຕອນກາງຄືນ ເພາະຈະເຮັດໃຫ້ນອນບໍ່ຫລັບ, ແຕ່ເມື່ອຮອດຕອນເຊົ້າທີ່ລິດຂອງກາເຟອີນໝົດ ທ່ານກໍຈະຄືຄົນນອນບໍ່ພໍ.
  6. ດົມເກືອ ຫລື ນຳ້ມັນຫອມລະເຫີຍ : ເມື່ອໄດ້ຍິນຄຳວ່າດົມເກືອ ຫລາຍຄົນອາດບໍ່ເຂົ້າໃຈ ເຊິ່ງການດົມເກືອນີ້ເປັນສູດທີ່ຄົນບູຮານໃຊ້ກັນມາເປັນ 100 ປີແລ້ວ, ແຕ່ຖ້າໃຜບໍ່ມັກກໍອາດຈະຫານຳ້ມັນຫອມລະເຫີຍກິ່ນທີ່ມັກ ເຊັ່ນ : ກິ່ນໝາກກ້ຽງ ຫລື ກິ່ນມິ້ນ ມາວາງໄວ້ຂ້າງຫົວຕຽງ ແລ້ວຈັບຂຶ້ນມາດົມໃນຕອນເຊົ້າເວລາຕື່ນນອນ ກໍຈະເຮັດໃຫ້ຮູ້ສຶກສົດຊື່ນ ແລະ ຕື່ນງ່າຍຂຶ້ນ.
  7. ຝຶກໂຕເອງໃຫ້ເປັນຄົນຕື່ນເຊົ້າ : ສຸດທ້າຍແລ້ວຖ້າບໍ່ຢາກຕື່ນສວາຍ ທາງທີ່ດີສຸດກໍແມ່ນການຝຶກໂຕເອງ ບໍ່ໃຫ້ກຽດຄ້ານ ແລະ ພະຍາຍາມບໍ່ຂໍຕໍ່ເວລານອນຂອງໂຕເອງໃຫ້ຍາວຂຶ້ນ ເມື່ອໃດທີ່ໄດ້ຍິນສຽງໂມງປຸກກໍໃຫ້ລຸກຂຶ້ນທັນທີ ເຮັດແບບນີ້ທຸກມື້ ຮ່າງກາຍຂອງເຮົາກໍຈະລຶ້ງເຄີຍ ແລະ ສາມາດຕື່ນໄດ້ເອງໂດຍບໍ່ຕ້ອງຕັ້ງໂມງປຸກກໍໄດ້.
ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ - 5 - ເຄັດລັບເຮັດແນວໃດບໍ່ໃຫ້ນອນຕື່ນສວາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!