ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ

ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ - 283151328 523378676113546 5117695232768879345 n - ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ
ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ - kitchen vibe - ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ

ວັນທີ 20 ພຶດສະພາ 2022, ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ບັນດາຄະນະພັກ-ຄະນະບັນຊາທີ່ເຮັດວຽກງານ-ຊີ້ນຳວິຊາສະເພາະຈະລາຈອນ ກ່ຽວກັບວຽກງານວິຊາສະເພາະຂອງກຳລັງຕຳຫຼວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ.

ການໂອ້ລົມຄັ້ງນີ້, ແມ່ນໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ໂດຍອີງໃສ່ບັນດານິຕິກຳ, ລະບຽບ, ກົດໝາຍ, ຄຳສັ່ງ ແລະ ແຈ້ງການຕ່າງໆທີ່ພົວພັນເຖິງວຽກງານວິຊາສະເພາະຈະລາຈອນ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດເນື້ອໃນລະບຽບຂອງກໍາລັງ ປກສ ສະບັບເລກທີ 360/ປກສ ວ່າດ້ວຍການນຸ່ງຖື, ການນໍາໃຊ້ອາວຸດ, ຄຸນສົມບັດສິນທໍາປະຕິວັດ, ຂໍ້ຫ້າມຂອງກໍາລັງ ປກສ, 3 ທາດແທ້ 7 ມູນເຊື້ອ, ວຽກງານການດໍາເນີນການແກ້ໄຂຄະດີອຸບັດຕິເຫດ, ວຽກງານການດໍາເນີນກວດກາພາຫະນະ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບວິຊາສະເພາະຂອງກຳລັງຕໍາຫຼວດຈະລາຈອນ.

ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ

ທັງນີ້ ກໍເພືອເປັນການຍົກສູງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຂັ້ມແຂງທາງການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄຽງຄູ່ກັບການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ ມີຄວາມເປັນກາງ ແລະ ສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮ້ອຍຂອງສັງຄົມ ໃນການໃຊ້ລົດໃຊ້ຖະໜົນຂອງຜູ້ຂັບຂີ່ຢູ່ຕາມທ້ອງຖະໜົນທາງບົກ ແລະ ຮັບປະກັນໄດ້ບໍ່ໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ກັບການປະຕິບັດໜ້າທີ່ຂອງກຳລັງຕຳຫຼວດຈະລາຈອນໃນນະຄອນຫຼວງວຽງຈັນ ກໍຄືໃນກຳລັງປ້ອງກັນຄວາມສະຫງົບ.

ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ - 5 - ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!