ນາຍົກລັດຖະມົນຕີແນະນໍາໃຫ້ສືບຕໍ່ກົນໄກປະສານງານກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ


ໃນໂອກາດໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂຶ້ນເພື່ອໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວແຕ່ນີ້ເຖິງປີ 2030 ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ສະພາບການພັດທະນາຕົວຈິງຂອງປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 10 ສິງຫານີຢູ່ນະຄອນຫລວງວຽງຈັນ, ຊຶ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸດທະສາດດັ່ງກ່າວ ແລະ ຂະບວນການເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຕົ້ນແມ່ນໃຫ້ສືບຕໍ່ກົນໄກການປະສານງານໃນການຈັດຕັ້ງປະຕິບັດ, ໂດຍມອບໝາຍໃຫ້ ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆຢູ່ ສູນກາງ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເປັນເຈົ້າການໃນການເຜີຍແຜ່, ແນະນຳ, ຄົ້ນຄວ້າ, ສ້າງແຜນ ແລະ ໂຄງການ ໃນການຈັດຕັ້ງປະຕິບັດວຽກງານໃນລະດັບກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃຫ້ສອດຄ່ອງ ແລະ ກົມກຽວກັນ, ພ້ອມໃຫ້ສືບຕໍ່ເພີ່ມທະວີຊຸກຍູ້ວຽກງານໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນມີຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອສົ່ງເສີມບົດບາດການມີສ່ວນຮ່ວມຂອງພາກສ່ວນຕ່າງໆໃນສັງຄົມ ແລະ ການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ສາກົນໃຫ້ຫລາຍຂຶ້ນ ທັງເອົາໃຈໃສ່ສືບຕໍ່ຂົນຂວາຍທຶນຮອນທັງພາຍໃນ ແລະ ພາຍນອກ, ເອົາໃຈໃສ່ຕິດຕາມ-ກວດກາການນຳໃຊ້ທຶນໃຫ້ມີຄວາມສອດຄ່ອງ, ໂປ່ງໃສ, ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການສືບຕໍ່ຄົ້ນຄວ້າບັນດາເປົ້າໝາຍ, ຄາດໝາຍ, ຕົວຊີ້ວັດຕ່າງໆໃຫ້ລະອຽດເລິກເຊິ່ງເພື່ອສ້າງນະໂຍບາຍ, ລະບຽບການທີ່ສົ່ງເສີມ ແລະ ເອື້ອອຳນວຍ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄດ້ຮັບໝາກຜົນສູງສຸດ ແລະ ໃຫ້ເອົາໃຈໃສ່ຕິດຕາມປະເມີນຜົນ ໂດຍຖືເອົາວຽກງານເກັບກຳຂໍ້ມູນສະຖິຕິ ເປັນວຽກງານໜຶ່ງທີ່ສຳຄັນ ຮັບປະກັນໄດ້ດ້ານມາດຖານ ແລະ ຄຸນນະພາບ ເພື່ອກະກຽມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ກໍຄືການເຮັດລາຍງານແຫ່ງຊາດແບບສະໝັກໃຈກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວໃນປີ 2018 ເພື່ອສະເໜີຕໍ່ອົງການ ສປຊ ແລະ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງເປົ້າໝາຍແຫ່ງຊາດ ທີ 18 ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ໃນນີ້ແມ່ນມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດເປັນເຈົ້າການປັບປຸງກົນໄກຕ່າງໆ ແລະ ແບບແຜນວິທີເຮັດວຽກ, ພ້ອມທັງສ້າງແຜນໂຄສະນາລະດົມທຶນຕາມຄວາມເໝາະສົມ.