ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022

ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022 - 282110273 408433844466432 4232702525367023430 n - ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022
ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022 - kitchen vibe - ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022

ທັບນັກກີລາຢູໂດທີມຊາດລາວ ລົງສະໜາມແຂ່ງຂັນ 2 ລາຍການປະເພດຟ້ອນກາຕາຄູ່ຍິງ ລາຍການ Katame no kata ແລະ ຄູ່ຊາຍ ລາຍການ Kodokan Goshin ສ້າງຜົນງານຢ່າງໂດດເດັ່ນໂດຍຄູ່ຍິງໄດ້ 1 ຫລຽນເງິນ ແລະ ຄູ່ຊາຍ ໄດ້ 1 ຫລຽນທອງ.

ກີລາຢູໂດ ໃນຮ່າໂນ້ຍເກມ 2022 ມີຊີງໄຊ 13 ຫລຽນຄຳ, ປະເພດຟ້ອນກາຕາຊາຍ (Kodokan Goshin) 1 ລາຍການ ແລະ ຟ້ອນກາຕາຍິງ ຫລື Katame no kata 1 ລາຍການ, ສ່ວນອີກ 11 ລາຍການແມ່ນປະເພດຕໍ່ສູ້ຊາຍ 5 ລາຍການ, ຍິງ 5 ລາຍການ ແລະ ປະເພດຕີທີມປະສົມ 1 ລາຍ ການ ແຂ່ງຂັນແຕ່ວັນທີ 18-22 ພຶດສະພາ 2022 ໃນນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ. ສຳລັບ ວັນທີ 18 ພຶດສະພາ ຊຶ່ງເປັນມື້ທຳອິດ ຊີງໄຊ 2 ລາຍການປະເພດຟ້ອນກາຕາຄູ່ຍິງ-ຊາຍ ໂດຍທັບນັກ ກີລາລາວ ຮ່ວມຊີງໄຊ 2 ລາຍການ. ຜົນການແຂ່ງຂັນປາກົດວ່າ: ທ້າວ ວຽງວີໄລ ຈັນສີ ແລະ ຮ້ອຍໂທ ຈິນດາວອນ ສີວັນວິໄລ ຮອບຄັດເລືອກ ໄດ້ 526,5 ຄະແນນເປັນອັນດັບທີ 2 ຂອງກຸ່ມ 2 ແລະ ໃນຮອບຊະນະເລີດ ໄດ້ 524 ຄະແນນ ເປັນອັນດັບທີ 3 ໄດ້ຫລຽນທອງຮ່ວມ ກັບ ສິງກະໂປ, ສ່ວນຫລຽນຄຳ ແລະ ຫລຽນເງິນ ຕົກເປັນຂອງເຈົ້າພາບ. ຂະນະທີ່ ຄູ່ຍິງ ຮອບຄັດເລືອກ, ນາງ ວຽງໄຊ ວິໄລພອນ ແລະ ນາງ ພອນວັນ ສີອຳພອນ ໄດ້ 408,5 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ເຂົ້າຮອບຊີງຊະນະເລີດ, ແຕ່ໜ້າເສຍດາຍໄດ້ພຽງຫລຽນເງິນຫລັງເສຍເຈົ້າພາບ ຫວຽດນາມ ທີມ 2 ພຽງ 1 ຄະແນນ ໂດຍໄດ້ 401,5 ຄະແນນ ແລະ ເຈົ້າພາບໄດ້ 402,5 ຄະແນນ ໄດ້ຫລຽນຄຳ, ສ່ວນຫລຽນທອງຮ່ວມ ແມ່ນຫວຽດນາມ ແລະ ໄທ.

ກີລາຢູໂດ ໃນຮ່າໂນ້ຍ ເກມ ປະເພດຟ້ອນກາຕາຄູ່ຊາຍ ມີ 9 ທີມ ຈາກ 8 ປະເທດແບ່ງອອກເປັນ 2 ກຸ່ມ ຄື ກຸ່ມ 1 ມີ ຟີລິບປິນ, ມາເລເຊຍ, ຫວຽດນາມ (1), ອິນໂດເນເຊຍ ແລະ ໄທ ແລະ ກຸ່ມ 2 ມີ ລາວ, ຫວຽດນາມ (2), ກຳປູເຈຍ, ສິງກະໂປ ແຂ່ງຂັນຄັດເອົາ 3 ທີມທີ່ມີຄະແນນດີທີ່ສຸດຂອງແຕ່ລະກຸ່ມ ລວມ 6 ທີມ ເຂົ້າຮອບຊີງຊະນະເລີດ. ສ່ວນປະເພດຟ້ອນກາຕາຍິງ ມີ 7 ທີມ ຈາກ 5 ປະເທດສົ່ງເຂົ້າຮ່ວມ, ໃນນັ້ນ ລາວ ສົ່ງ 1 ທີມ, ກຳປູເຈຍ 1 ທີມ, ໄທ 1 ທີມ, ຟີລິບປິນ ແລະ ຫວຽດນາມ ພາກສ່ວນລະ 2 ທີມ ແບ່ງອອກເປັນ 2 ກຸ່ມ ແຂ່ງຂັນຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດອັນດັບທີ 1-2 ຂອງກຸ່ມ ເຂົ້າຮອບຊີງຊະນະເລີດ ລວມ 4 ທີມ.

ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022 - 4 - ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022
ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022 - 5 - ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022
ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022 - 3 - ຢູໂດລາວ ໄດ້ຫລຽນເງິນ ແລະ ຫລຽນທອງ ໃນຮ່າໂນ້ຍ ເກມ 2022