ນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຕໍ່ຫົວໜ່ວຍວິສາຫະກິດບໍ່ເສຍອາກອນຖືກຕ້ອງ.

ນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຕໍ່ຫົວໜ່ວຍວິສາຫະກິດບໍ່ເສຍອາກອນຖືກຕ້ອງ. - kitchen vibe - ນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຕໍ່ຫົວໜ່ວຍວິສາຫະກິດບໍ່ເສຍອາກອນຖືກຕ້ອງ.

ເພື່ອເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນຖືກຈັດຕັ້ງປະຕິບັດຕາມກົດໜາຍ, ທັງສາມາດເກັບອາກອນໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ, ພະແນກສ່ວຍສາອາກອນນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຄື: ແຈ້ງໂຈະ ຫລື ຢຸດການເຄື່ອນໄຫວກິດຈະການຢ່າງຖາວອນ ບັນດາຫົວໜ້າທຸລະກິດທີ່ບໍ່ເຂົ້າມາພົວພັນ, ບໍ່ມີການຢືນສະເໜີ ລວມທັງບໍ່ມີໃບຢັ້ງຢືນການມອບພັນທະປະຈໍາປີຕໍ່ຂະແໝງອາກອນຕາມແຈ້ງການສະບັບເລກທີ 0526/ພສອ.ນວ ລົງວັນທີ 1 ສິງຫາ 2017.

ຜູ້ລາຍງານຂ່າວແຈ້ງວ່າ: ໄລຍະຜ່ານມານີ້, ຜູ້ປະກອບການຈໍານວນຫລາຍທີ່ຂຶ້ນກັບການຄຸ້ມຄອງຂອງພະແນກສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ບັນດາໜ່ວຍງານສ່ວຍສາອາກອນປະຈໍາເມືອງ ກໍໄດ້ມີການປະຕິບັດການແຈ້ງເສຍພັນທະອາກອນປະເພດຕ່າງໆໄດ້ດີສົມຄວນ, ແຕ່ກໍມີບາງຫົວໜ່ວຍແຈ້ງເສຍບໍ່ຖືກຕາມກໍານົດເວລາທີ່ກໍານົດໄວ້ໃນກົດໜາຍສ່ວຍສາອາກອນ ແລະ ບໍ່ໄດ້ມີການແຈ້ງເສຍພັນທະອາກອນ ເຊັ່ນ: ອາກອນເງິນເດືອນ, ອາກອນມູນຄ່າເພີ່ມ, ອາກອນກໍາໄລເປັນຕົ້ນ ແລະ ມີຫົວໜ່ວຍທຸລະກິດຈໍານວນໜື່ງມີການເຄື່ອນໄຫວແຕ່ບໍ່ມີການແຈ້ງລາຍຮັບ ແກ່ຍາວເກີນ 1 ປີຂຶ້ນໄປ, ຊຶ່ງຈະຕ້ອງໄດ້ມີມາດຕະການເດັດຂາດ.

ດ້ວຍເຫດນີ້, ພະແນກສ່ວຍສາອາກອນນະຄອນຫລວງ, ຈຶ່ງແຈ້ງມາຍັງບັນດາບໍລິສັດຜູ້ປະກອບການທີ່ຢູ່ໃນນະຄອນຫລວງວຽງຈັນ ທີ່ບໍ່ທັນໄດ້ແຈ້ງເສຍ ແລະ ມອບພັນທະອາກອນຂອງຕົນ ນັບແຕ່ເດືອນກໍລະກົດ 2017 ຄືນຫລັງ, ໃຫ້ຮີບຮ້ອນໄປປະສານແຈ້ງເສຍອາກອນທີ່ຕົນຂຶ້ນກັບກ່ອນວັນທີ 15 ສິງຫາ 2017 ຖ້າມີຄວາມຈໍາເປັນ ຫລື ຕ້ອງການການຊ່ວຍເຫລືອໃນການແຈ້ງຂະແໝງສ່ວຍສາອາກອນຍີນດີໃຫ້ການຊ່ວຍເຫລືອ, ແຕ່ກົງກັນຂ້າມ, ຖ້າຫາກວິສາຫະກິດບໍ່ເຂົ້າມາພົວພັນກັບຂະແໝງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ແລະ ບໍ່ມີການຢືນບົດສະຫລຸບບັນຊີປະຈໍາປີ 2016 ຂະແໝງສ່ວຍສາອາກອນຈະນໍາໃຊ້ມາດຕະການທີ່ໄດ້ກໍານົດໄວ້ໃນມາດຕາ 97 ຂໍ້ 2 ຂອງກົດໜາຍວ່າດ້ວຍສ່ວຍສາອາກອນໂດຍເດັດຂາດ, ພ້ອມ ສະເໜີຫາພະແນກອຸດສະຫະກໍາ ແລະ ການຄ້າ ແລະ ພະແນກການກ່ຽວຂ້ອງອື່ນໆ ເພື່ອໂຈະກິດຈະການເອົາອອກຈາກບັນຊີທະບຽນວິສາຫະກິດ ​ເພື່ອຢຸດຕິສະຖານະພາບຂອງການດໍາເນີນທຸລະກິດຕາມສົມຄວນ.

ນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຕໍ່ຫົວໜ່ວຍວິສາຫະກິດບໍ່ເສຍອາກອນຖືກຕ້ອງ. - 3 - ນະຄອນຫລວງວຽງຈັນກຽມໃຊ້ມາດຕະການເດັດຂາດຕໍ່ຫົວໜ່ວຍວິສາຫະກິດບໍ່ເສຍອາກອນຖືກຕ້ອງ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!