ວຽກງານສື່ມວນຊົນແຂວງບໍລິຄຳໄຊໄດ້ເຕີບໃຫຍ່ເຂັ້ມແຂງ


ເນື່ອງໃນວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 67 ປີ (13 ສິງຫາ 1950 – 13 ສິງຫາ 2017) ທ່ານ ທອງເສີມ ບາວີຄຳ ອະດີດຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ສະແດງຄວາມຮູ້ສຶກ ແລະ ຕີລາຄາສູງເຖິງຄວາມກ້າວໜ້າຂະຫຍາຍຕົວຂອງວຽກງານສື່ມວນຊົນແຂວງບໍລິຄຳໄຊວ່າ: ກ່ອນການສ້າງຕັ້ງແຂວງບໍລິຄຳໄຊ ວຽກງານສື່ແມ່ນມີຄວາມທຸກຍາກລຳບາກ, ເສດຖະກິດຂາດເຂີນ ລວມທັງການພັດທະນາທາງດ້ານວັດທະນະທຳ-ສັງຄົມບໍ່ທັນຂະຫຍາຍຕົວ. ມາຮອດປີ 1986 ແຂວງບໍລິຄໍາໄຊໄດ້ຮັບການສ້າງຕັ້ງຂຶ້ນ ຕອນນັ້ນວຽກງານສື່ມວນຊົນກໍມີພຽງແຕ່ນັກຂ່າວ, ຂຽນຂ່າວສົ່ງໃຫ້ໜັງສືພິມສູນກາງ ແລະ ວິທະຍຸແຫ່ງຊາດເທົ່ານັ້ນ, ຢູ່ທ້ອງຖິ່ນຕອນນັ້ນກໍມີພຽງແຕ່ໂທລະໂຄ່ງຢູ່ໃນເທສະບານແຂວງ ສ່ວນວ່າເມືອງຕ່າງໆແມ່ນບໍ່ມີ, ຕອນນັ້ນວຽກງານສື່ມວນຊົນກໍຢູ່ໃນຂອບເຂດຈຳກັດ. ຈົນມາຮອດປີ 2000 ຈຶ່ງສາມາດສ້າງຕັ້ງສະຖານີວິທະຍຸ-ໂທລະພາບຂຶ້ນ ເວລານັ້ນວຽກງານສື່ມວນຊົນແຂວງບໍລິຄຳໄຊແມ່ນມີບາດກ້າວໃໝ່ ຂະຫຍາຍຕົວທີ່ແຂງແຮງ ເຮັດໃຫ້ມີວາລະສານລາຍເດືອນ ແລະ ໄດ້ຈັດສົ່ງຂ່າວ, ອອກຂ່າວເຫດການບ້ານເມືອງໃຫ້ປະຊາຊົນໄດ້ມີຄວາມກະຕືລືລົ້ນຕໍ່ການພັດທະນາສ້າງສາບ້ານເມືອງ ແລະ ປົວແປງຊີວິດການເປັນຢູ່ດີຂຶ້ນ. ມາຮອດປີ 2005-2010 ວຽກງານສື່ມວນຊົນແຂວງຍິ່ງໄດ້ຮັບການພັດທະນາຂຶ້ນຢ່າງກວ້າງຂວາງ ໂດຍສະເພາະໃນແຕ່ລະເມືອງກໍມີວິທະຍຸທ້ອງຖິ່ນລະບົບເອັບເອັມຢູ່ເມືອງຂອງຕົນ ເພື່ອຖ່າຍທອດສຽງຈາກວິທະຍຸແຫ່ງຊາດ ແລະ ຂອງແຂວງ. ນັກຂ່າວ, ນັກຂຽນກໍມີການຂະຫຍາຍຕົວ, ມີກອງໜັງສືພິມ, ວາລະສານ ແລະ ຂ່າວສານ, ກອງເວັບໄຊຂອງແຂວງ, ວິທະຍຸ-ໂທລະພາບ ຈົນມາຮອດປັດຈຸບັນສື່ມວນຊົນແຂວງບໍລິຄຳໄຊໄດ້ມີບາດກ້າວຂະຫຍາຍຕົວ ເຮັດໃຫ້ສື່ມວນຊົນຢູ່ຕາມບ້ານ ແລະ ເຂດຫ່າງໄກສອກຫລີກໄດ້ເຂົ້າເຖິງຂ່າວສານ ພ້ອມສົ່ງຂ່າວກ່ຽວກັບບັນຫາຕ່າງໆ ໂດຍສະເພາະວຽກດີຄົນເດັ່ນຂອງປະຊາຊົນບັນດາເຜົ່າໃນການສ້າງຊີວິດໃໝ່ຂອງຕົນ, ໃຜໆກໍມີຄວາມສົນໃຈຢາກອ່ານຂ່າວ, ຢາກເບິ່ງໂທລະພາບ ເພາະໄດ້ເຫັນຜົນສຳເລັດຕ່າງໆ ແລະ ອັນທີ່ພົ້ນເດັ່ນໃນປັດຈຸບັນກໍແມ່ນແຕ່ລະເມືອງແຕ່ລະບ້ານໃນທົ່ວແຂວງໄດ້ມີສະຖານີວິທະຍຸ ແລະ ໂທລະໂຄ່ງຂອງຕົນ ໄດ້ປະກອບສ່ວນສຳຄັນເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານບ້ານເມືອງ ແລະ ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ຕັ້ງໜ້າປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນໄດ້ເຕີບໃຫຍ່ຂະຫຍາຍຕົວ.
ທັງນີ້ກໍຍ້ອນການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກອຳນາດການປົກຄອງ ແລະ ມາຮອດປັດຈຸບັນວຽກງານສື່ມວນຊົນລາວໄດ້ມີກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ ແລະ ກົດໝາຍນີ້ກໍມີຄວາມຈຳເປັນທີ່ສຸດໃຫ້ແກ່ການເຄື່ອນໄຫວຂອງວຽກງານເຮົາໄດ້ມີປະສິດທິພາບ.