ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ

ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ -           9 - ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ
ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ - kitchen vibe - ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ

ວັນທີ 17 ພຶດສະພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານອິນໂດເນເຊຍປະກາດຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຈຳນວນຜູ້ຕິດເຊື້ອໂຄວິດມີທ່າອ່ຽງຫລຸດລົງໃນຫລາຍອາທິດຜ່ານມາ.

“ລັດຖະບານຕັດສິນໃຈຍົກເລີກນະໂຍບາຍຄວບຄຸມພະຍາດໂຄວິດເພີ່ມຕື່ມ ເຊິ່ງລວມທັງການຍົກເລີກບັງຄັບໃສ່ຜ້າປິດປາກໃນເວລາເຮັດກິດຈະກຳກາງແຈ້ງ ຫລື ຊຸມນຸມລວມຕົວໃນພື້ນທີ່ກາງແຈ້ງ, ແຕ່ວ່າທຸກຄົນຍັງຕ້ອງໃສ່ຜ້າປິດປາກໃນພື້ນທີ່ໃນຮົ່ມ ແລະ ໃນລະບົບຂົນສົ່ງສາທາລະນະ” ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ຖະແຫລງຜ່ານທາງອອນລາຍ.

ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ

ທ່ານ ວິໂດໂດ ກ່າວວ່າ: ລັດຖະບານບໍ່ໄດ້ຍົກເລີກການບັງຄັບໃສ່ຜ້າປິດປາກຢ່າງສົມບູນ, ແຕ່ຄາດວ່າຈະຍົກເລີກແບບແບ່ງອອກເປັນໄລຍະ ໂດຍພິຈາລະນາຈາກການປະເມີນຢ່າງຄ່ອຍເປັນຄ່ອຍໄປ. ພ້ອມກ່າວວ່າ: ເຮົາຍັງຢູ່ໃນໄລຍະປ່ຽນຜ່ານ ແລະ ຈະຖ້າເບິ່ງວ່າສະຖານະການຈະດຳເນີນໄປແນວໃດໃນອີກ 6 ເດືອນຕໍ່ໜ້າ, ເຮົາຕ້ອງບໍ່ຮີບຮ້ອນ ແລະ ດຳເນີນມາດຕະການຕ່າງໆຢ່າງລະມັດລະວັງ.

ທັງນີ້, ອິນໂດເນເຊຍເຜີຍວ່າ: ສາມາດຄວບຄຸມຈຳນວນຜູ້ຕິດເຊື້ອໂຄວິດໄດ້ແລ້ວ ໂດຍກະຊວງສາທາລະນະສຸກກວດພົບຜູ້ຕິດເຊື້ອເພີ່ມ 182 ຄົນ ແລະ ເສຍຊີວິດ 6 ຄົນ ໃນໄລຍະ 24 ຊົ່ວໂມງຜ່ານມາ.

ອ້າງອີງ:

อินโดฯ เลิกบังคับ ‘สวมหน้ากาก’ กลางแจ้ง หลังป่วยโควิด-19 ลดลง

ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ - 5 - ອິນໂດເນເຊຍຍົກເລີກບັງຄັບໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລັງຜູ້ຕິດເຊື້ອໂຄວິດຫລຸດລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!