ສປ ຈີນ ຊ່ວຍປັບປຸງຄວາມຄົມຊັດຂອງໂທລະພາບຊ່ອງ 3 ລາວ


ພິທີລົງນາມມອບ-ຮັບໂຄງການຮ່ວມມືຊ່ວຍເຫລືອທາງດ້ານເຕັກນິກລະຫວ່າງລັດຖະບານ ສປຈີນ ໃຫ້ແກ່ໂທລະພາບແຫ່ງຊາດຊ່ອງ 3 ລວມມີມູນຄ່າ 12 ລ້ານຢວນ (ສະກຸນເງິນຈີນ) ຫລື ປະມານ 2 ລ້ານໂດລາສະຫະລັດ, ໄດ້ມີຂຶ້ນໃນວັນທີ 9 ສິງຫານີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານທີ່ປຶກສາທາງດ້ານເສດຖະກິດການຄ້າສະຖານທູດຈີນປະຈຳລາວ ຫວັງ ສີຮຸຍ ແລະ ທ່ານ ບຸນເຈົ້າ ພິຈິດ ອໍານວຍການໂທລະພາບແຫ່ງຊາດລາວ.
ອໍານວຍການໂທລະພາບແຫ່ງຊາດ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວໄດ້ເລີ່ມດໍາເນີນມາແຕ່ເດືອນມັງກອນ 2015 ແລະ ໄດ້ສໍາເລັດລົງເມື່ອຕົ້ນເດືອນມັງກອນ 2017 ນີ້, ໂດຍໄດ້ມີການປ່ຽນຖ່າຍເຄື່ອງສົ່ງສັນຍານຈາກລະບົບອານາລົກມາເປັນລະບົບດີຈີຕອນທີ່ທັນສະໄໝ ແລະ ມີຄຸນນະພາບຂອງພາບ ເພື່ອຊ່ວຍປັບປຸງຄວາມຊັດແຈ້ງສູງ (HD), ນອກນີ້ຍັງໄດ້ປັບປຸງລະບົບເຕັກນິກກ່ຽວຂ້ອງອື່ນໆ ເພື່ອຮັບປະກັນໃຫ້ການກະຈາຍພາບ, ແສງ, ສີ, ສຽງຂອງຊ່ອງໂທລະພາບດັ່ງກ່າວດີຂຶ້ນ, ທັງເປັນການປະກອບສ່ວນສ້າງໂຄງລ່າງພື້ນຖານໃຫ້ແກ່ວຽກງານສື່ມວນຊົນລາວມີຄຸນນະພາບ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.