ຕຳຫລວດຈຳປາສັກຈັບຜົວເມຍຄ້າຢາເສບຕິດມາດຳເນີນຄະດີ


ເຈົ້າໜ້າທີ່ ປກສ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ນີ້, ກຳລັງເຈົ້າໜ້າທີ່ຂອງຕົນສາ ມາດຈັບຕົວຜູ້ຄ້າຂາຍຢາເສບຕິດ ຢູ່ບ້ານໜອງນ້ຳຂາວເມືອງບາ ຈຽງສອງຄົນຄື: ທ້າວ ພຸດທະພັນ ອາຍຸ 26 ປີ ແລະ ນາງ ຄຳແພງ ອາຍຸ 25 ປີ ທັງສອງເປັນຜົວ ເມຍກັນຢູ່ບ້ານພົມມະລື້ເມືອງ ປະທຸມພອນແຂວງຈຳປາສັກ, ພ້ອມຂອງກາງຢາບ້າ 1.623 ເມັດທີ່ຊຸກເຊື່ອງ ໄວ້ໃນລົດກະບະສີຂາວບໍ່ມີປ້າຍທະບຽນ.
+ ປກສ ເມືອງສີສັດຕະນາກສາມາດຈັບຜູ້ຕ້ອງຫາປຸ້ນຈີ້-ຊີງຊັບຕົວອັນຕະລາຍມາດຳເນີນຄະດີ
+ ປກສ ເມືອງໄຊທານີຈັບຜູ້ລັກລອບຕັດໄມ້
+ ປກສ ແຂວງອຸດົມໄຊເລັ່ງສືບສວນຄະດີຄາດຕະກໍາຍິງສາວ
ຜ່ານການສືບ ສວນ- ສອບ ສວນຂອງເຈົ້າໜ້າທີ່ພວກເຂົາ ຮັບສາລະພາບວ່າ: ຢາເສບຕິດ ດັ່ງກ່າວໄດ້ຊື້ມາຈາກຂະບວນ ການຄ້າຢາເສບຕິດຢູ່ເມືອງປະທຸມພອນ ແຂວງຈຳປາສັກ ແລະ ຢູ່ເຂດເມືອງໝື່ນແຂວງ ວຽງ ຈັນເພື່ອຈະໄປສົ່ງໃຫ້ລູກຄ້າຢູ່ ແຂວງຈຳປາສັກ ແລະ ປັດຈຸ ບັນ, ຄະດີຢາເສບຕິດລາຍ ນີ້ເຈົ້າ ໜ້າທີ່ກໍາລັງຂະຫຍາຍຜົນຫາ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ ດົນມານີ້, ສານປະຊາຊົນນະ ຄອນຫລວງວຽງຈັນກໍໄດ້ຕັດ ສີນລົງໂທດທ້າວ ທົງໄຊ ອາຍຸ 25 ປີຢູ່ບ້ານດອນ ໄຮເມືອງ ປາກງື່ມນະຄອນຫລວງວຽງ ຈັນໃຫ້ຈໍາຄຸກເປັນເວລາ 5 ປີ, ພ້ອມປັບໄໝ 10 ລ້ານກີບ ໃນຂໍ້ ຫາຄ້າຂາຍຢາເສບຕິດ, ໂດຍ ຜູ້ ກ່ຽວຖືກເຈົ້າໜ້າທີ່ຈັບຕົວ ໄດ້ ຢູ່ເຂດບ້ານດອນໄຮເມື່ອທ້າຍ ປີ 2016 ຜ່ານມາ, ພ້ອມຂອງ ກາງຢາບ້າຈໍານວນໜຶ່ງ.