ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ

- kitchen vibe - ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ

- 1490607172203 960x0 300x169 - ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ
     ປາກິດສະຖານເລີ່ມດຳເນີນການສ້າງຮົ້ວກັ້ນບໍລິເວນຊາຍແດນຕິດກັບອັບການິດສະຖານໄລຍະທາງຍາວ 2.500 ກິໂລແມັດ ເພື່ອປ້ອງກັນການກໍ່ເຫດໂຈມຕີຂອງກຸ່ມຕິດອາວຸດ, ແຕ່ອາດສົ່ງຜົນກະທົບຕໍ່ການພົວພັນລະຫວ່າງ 2 ປະເທດ.

ປາກິດສະຖານລະບຸວ່າ: ກຸ່ມຕາລີບັນຢູ່ອັບການິດສະຖານເປັນຜູ້ລົງມືກໍ່ເຫດໂຈມຕີຫລາຍເທື່ອໃນໄລຍະຫລາຍເດືອນຜ່ານມາ ສົ່ງຜົນໃຫ້ເກີດການຮຽກຮ້ອງໄປຫາທາງການອັບການິດສະຖານໃຫ້ຫາທາງກຳຈັດແຫລ່ງລີ້ຊ້ອນຂອງກຸ່ມຕິດອາວຸດດັ່ງກ່າວໃນປະເທດ. ຜູ້ບັນຊາການທະຫານບົກຂອງປາກິດສະຖານກ່າວວ່າ: ໃນເບື້ອງຕົ້ນຈະມີການສ້າງຮົ້ວໃນເຂດບາຈາອູ ເອເຈນຊີ ແລະ ໂມມານ ເອເຈນຊີ ໃນພື້ນທີ່ຊາວຊົນເຜົ່າທີ່ສ່ວນກາງບໍລິຫານ (FATA) ເຊິ່ງມີ ຄວາມສ່ຽງສູງກ່ອນ ໂດຍຈະມີການໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການເຝົ້າລະວັງນຳ, ສ່ວນອັບການິດສະຖານຍັງບໍ່ມີປະຕິກິລິຍາໂຕ້ຕອບຕໍ່ເລື່ອງດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ

ທັງນີ້, ການພົວພັນລະຫວ່າງປາກິດສະຖານ ແລະ ອັບການິດສະຖານຕ້ອງຕົກຢູ່ໃນສະພາບເຄັ່ງຕຶງຕະຫລອດຫລາຍປີຜ່ານມາ ໂດຍຕ່າງຝ່າຍຕ່າງກ່າວຫາວ່າ: ບໍ່ໃຫ້ຄວາມສຳຄັນໃນການແກ້ໄຂຕໍ່ກຸ່ມຕາລີບັນ ຫລື ມີການສະໜັບສະໜູນກຸ່ມຕິດອາວຸດໃນພື້ນທີ່.

- 5 - ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!