ບຸນວິສາຂະບູຊາ ບັງເກີດ 3 ເຫດການສຳຄັນ ຄືວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິບພານຂອງພະພຸດທະເຈົ້າ


ຮີດຄອງປະເພນີລາວ ກຳເນີດມາແຕ່ສະໄໝບູຮານນະການ ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະ ເພາະສະໄໝ ເຈົ້າຟ້າງຸ່ມມະຫາລາດ ເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ, ເມື່ອສາສະໜາຈະເລີນຮຸ່ງເຮືອງ, ສາສະນະສະຖານໄດ້ກາຍເປັນສູນກາງວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິທະພັນ ທັງເປັນບ່ອນເຮັດບຸນສິນກິນທານ. ພະສົງ ສາມະເນນ ແລະ ປະຊາຊົນ ໄດ້ປະຕິບັດບົດບາດ ແລະ ໜ້າທີ່ສຳຄັນໃນການອະນຸລັກ, ເຜີຍແຜ່ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຢ່າງຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາສືບທອດມາເຖິງປັດຈຸບັນ.
ນອກຈາກບຸນບັ້ງໄຟແລ້ວ, ໃນເດືອນຫົກ ຍັງມີບຸນສຳຄັນທາງພຸດທະສາສະໜາຄືວັນວິສາຂະບູຊາ, ຄຳວ່າ “ວິສາຂະ “ແປວ່າ ເດືອນຫົກເພັງ. ດັ່ງນັ້ນ, ການເຮັດບຸນວິສາຂະບູຊາເປັນການລະນຶກເຖິງວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິບພານຂອງພະພຸດທະເຈົ້າໂຄຕະມະນັ້ນເອງ.
ພະອົງໄດ້ປະສູດມື້ເພັງເດືອນຫົກ ປີຈໍ ກ່ອນ ພ.ສ 80 ປີ,
ຕັດສະຮູ້ ເປັນພະພຸດທະເຈົ້າ ປີວອກ ກ່ອນ ພ.ສ 45 ປີ ແລະ ປະລິນິບພານ ປີມະເສັງ ພ.ສ ພຸດທະສັກກະລາດກໍ່ຕັ້ງປີທີ 1 ເຊິ່ງເປັນມື້ເພັງເດືອນຫົກນັ້ນເອງ.
ສະນັ້ນ ພຸດທະ ສາສະນິກະຊົນລາວຈຶ່ງເຮັດບຸນຕັກບາດຖວາຍທານ ແລະ ຟັງເທສະໜາເພື່ອລະລຶກເຖິງຄຸນພະພຸດທະ ເຈົ້າຕາມຮີດຄອງປະເພນີອັນດີງາມ.
ວັນວິສາຂະບູຊາປີນີ້ກົງກັບມື້ຂຶ້ນ 15 ຄໍ່າເດືອນ 6 ຫລື ກົງກົງກັບ ວັນທີ 15 ພຶດສະພາ 2022 ເຊິ່ງໃນການເຮັດບຸນ, ຊາວພຸດລາວພວກເຮົາ ຄວນປະຕິບັດຫລັກທຳສຳຄັນ ໄດ້ແກ່ ຄວາມກະຕັກຍູ ຄືຄວາມຮູ້ອຸປະການຄຸນທີ່ມີຜູ້ເຮັດໄວ້ກ່ອນ ເປັນຄຸນນະທຳ ຄູ່ກັບຄວາມກະຕະເວທີ ຄືການຕອບແທນບຸນຄຸນທີ່ຜູ້ອື່ນເຮັດໄວ້ ບໍ່ວ່າຈະເປັນພໍ່ແມ່ ທີ່ເປັນຜູ້ໃຫ້ກຳເນີດ ແລະ ລ້້ຽງດູຈົນໃຫຍ່ກ້າໜ້າບານ ສັ່ງສອນໃຫ້ຫລີກເວັ້ນຄວາມຊົ່ວ… ຄູບາອາຈານ ໃນຖານະເປັນຜູ້ຖ່າຍທອດຄວາມຮູ້ປບບບໍ່ປິດບັງ ແນະນຳຕັກເຕືອນໃຫ້ເປັນຄົນດີ…ໃນພຸດທະສາສະໜາ, ພະພຸດທະເຈົ້າ ເປັນບຸບພະກາລີ ໃນຖານະເປັນຜູ້ສະຖາປະນາພຸດທະສາສະໜາ ແລະ ສອນທາງໃຫ້ພົ້ນທຸກ…ເມື່ອພຸດທະສາສະນິກກະຊົນຮູ້ພະຄຸນນີ້ໂດຍການຈັດກິດຈະກຳໃນວັນວິສາຂະ ບູຊາ ເພື່ອສະແດງໃຫ້ເຫັນເຖິງຄວາມກະຕັນຍູກະຕະເວທີຕໍ່ພະອົງ.
ສຳລັບກິດຈະກຳໃນບຸນນີ້ນອກຈາກພຸດທະສາສະນິກະຊົນ ເຂົ້າວັດບຳເພັນກຸສົນໄຫວ້ພະຮັບສິນແລ້ວ ຍັງນິຍົມການປ່ອຍນົກ, ປາ, ອ່ຽນ… ແລະ ວຽນທຽນອ້ອມສີມຕອນຄໍ່າ ຕຶື່ມອີກ.