ຕວກກີເລີ່ມສ້າງກຳລັງຊາຍແດນອີຣານ
August 10, 2017 - 5:52 PM




ວັນທີ 8 ສິງຫານີ້, ອົງການປົກຄອງແຂວງອັກຣີ ປະເທດຕວກກີ ອອກມາປະກາດວ່າ: ໄດ້ເລີ່ມສ້າງກຳແພງເພື່ອຄວາມສະຫງົບ ຢູ່ຊາຍແດນລະຫວ່າງຕວກກີ-ອີຣານແລ້ວ.
ສື່ມວນຊົນທ້ອງຖິ່ນລາຍງານວ່າ: ກະຊວງປ້ອງກັນປະເທດຕວກກີເປັນເຈົ້າການນຳພາກໍ່ສ້າງກຳແພງທີ່ຍາວ 144 ກິໂລແມັດ ຕາມແຜນການຢູ່ຕາມເສັ້ນຊາຍແດນລະຫວ່າງສອງປະເທດໂດຍຜ່ານແຂວງອັກຣີທາງຕາເວັນອອກ ແລະ ແຂວງເລເຕີປະເທດ. ຂະນະທີ່ທົ່ວສັງຄົມໃນປະເທດເຫັນວ່າ: ການກໍ່ສ້າງກຳແພງດັ່ງກ່າວກໍເພື່ອປ້ອງກັນການໂຈມຕີຂ້າມຊາດຂອງກຳລັງປະກອບອາ ວຸດພັກກຳມະກອນຊາວເຄີດ ຫຼື PKK ຫຼັງໄດ້ກໍ່ເຫດການໂຈມຕີດ້ວຍລະເບີດມາແລ້ວຫຼາຍເທື່ອ ພາຍໃນ 2 ປີມານີ້ ແລະ ຈາກນີ້ ອາເມລິກາ ແລະ ສະຫະພາບເອີຣົບ ຈຶ່ງໄດ້ຈັດເປັນອົງການກໍ່ການຮ້າຍ.


ຂະນະດຽວກັນ, ຕວກກີ ແລະ ຊີຣີ ກໍພວມສ້າງກຳແພງຕາມຊາຍແດນ ເພື່ອເພີ່ມທະວີການຄຸ້ມຄອງຊາຍແດນ ເຊິ່ງມາຮອດ ປັດຈຸບັນການກໍ່ສ້າງໄດ້ສຳເລັດໄລຍະທຳແລ້ວອິດປະມານ 550 ກິໂລແມັດ