ຣັດເຊຍ-ອິນໂດເນເຊຍ ເພີ່ມ ການຮ່ວມມືຕໍ່ຕ້ານກໍ່ການຮ້າຍ




ຣັດເຊຍ ແລະ ອິນໂດເນເຊຍ ເຫັນພ້ອມຍົກລະດັບການຮ່ວມມືໃນການຮັບມືໄພຄຸກຄາມຈາກກຸ່ມກໍ່ການຮ້າຍ ເຊິ່ງກຳລັງຫາທາງຂະຫຍາຍອິດທິພົນໃນອາຊີຕາເວັນອອກສຽງໃຕ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 10 ສິງຫາວ່າ: ທ່ານ ເຊີເກ ລາບຣອບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກ່າວພາຍຫລັງພົບປະຫາລືກັບທ່ານນາງ ເຣດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ໃນວັນທີ 9 ສິງຫາວ່າ: ທັງສອງປະເທດເຫັນພ້ອມຍົກລະດັບການຮ່ວມມືດ້ານການປ້ອງກັນ ແລະ ຕໍ່ຕ້ານໄພຄຸກຄາມຈາກການກໍ່ການຮ້າຍ ໂດຍມຸ່ງເນັ້ນການສົ່ງເສີມການຮ່ວມມືດ້ານຄວາມປອດໄພທາງໄຊເບີ ແລະ ການຈັດຫາມາດຕະການຮັບມືໄພຄຸກຄາມຈາກກຸ່ມກໍ່ການຮ້າຍ ໂດຍສະເພາະກຸ່ມ IS.


ທ່ານນາງ ມາຊູດີ ກ່າວວ່າ: ການເພີ່ມຄວາມພະຍາຍາມໃນລະດັບທະວິພາຄີເພື່ອຈັດແກ້ໄຂບັນຫາດັ່ງກ່າວຈະຍິ່ງເປັນການສົ່ງເສີມປະສິດທິພາບຂອງປະຕິບັດການໃນອະນາຄົດ ທ່າມກາງຄວາມກັງວົນຂອງທຸກຝ່າຍໃນພາກພື້ນ ກ່ຽວກັບການສູ້ຮົບຢູ່ເມືອງມາລາວີ ເກາະມິນດາເນົາ ຂອງຟີລິບປິນ ທີ່ເປັນສັນຍານເຕືອນຄັ້ງສຳຄັນວ່າກຸ່ມ IS ຕ້ອງການຍ້າຍຖານທີ່ໝັ້ນຈາກຕາເວັນອອກກາງມາອາຊີຕາເວັນອອກສຽງໃຕ້. ນອກຈາກນີ້ ອິນໂດເນເຊຍຕ້ອງການຍົກລະດັບການຮ່ວມມືກັບຣັດເຊຍໃນອີກຫລາຍດ້ານ ລວມທັງການຄ້າ ແລະ ການລົງທຶນ ນອກຈາກການຮ່ວມມືດ້ານການເມືອງ ແລະ ປ້ອງກັນປະເທດທີ່ມີຄວາມແຂງແກ່ນເປັນພື້ນຖານແລ້ວ.