ດ່ານສາກົນ ພູດູ່ເມືອງປາກລາຍ ພ້ອມເປີດບໍລິການເຂົ້າ-ອອກເມືອງ


ທ່ານ ທອງຈັນ ສຸພົນສັກ ຮອງຫົວໜ້າດ່ານສາກົນພູດູ່ ລາຍງານໃນກອງປະຊຸມປະຈຳເດືອນເມສາ 2022 ໃນວັນທີ 10 ພຶດສະພາ 2022 ວ່າ:
ປັດຈຸບັນ, ມີຄວາມພ້ອມແລ້ວ ທີ່ຈະເປີດບໍລິການຢ່າງເປັນທາງການ ໂດຍໄດ້ປະສານກັບດ່ານເຊິ່ງໜ້າ ເພື່ອຄວາມເປັນເອກະພາບໃນການປະກອບເອກະສານເຂົ້າ-ອອກຂອງຄົນ, ຍານພາຫະນະ ແລະ ສິນຄ້າ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 627/ຫສນຍ, ລົງວັນທີ 7 ພຶດ ສະພາ 2022 ເລື່ອງທິດຊີ້ນໍາກ່ຽວກັບມາດຕະການເຂົ້າ-ອອກ ສປປລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19.
ພັນໂທ ຊ້າງ ສຸລິກັນ ຫົວໜ້າ ຕມ ດ່ານສາກົນພູດູ່ ກ່າວວ່າ: ພວກເຮົາໄດ້ຊີ້ນໍາບັນດາຂະແໜງການໃນດ່ານໃຫ້ກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ບຸກຄະລາກອນ, ສະຖານທີ່, ອຸປະກອນເຕັກນິກຮັບໃຊ້ຕ່າງໆ ເພື່ອຮອງຮັບການບໍລິການຜູ້ໂດຍສານ, ຍານພາຫະນະ, ສິນຄ້າປະເພດຕ່າງໆທີ່ຈະເຂົ້າ-ອອກ ສະດວກວ່ອງໄວ ຖືກຕ້ອງຕາມລະບຽບຫລັກການ.
ເດືອນເມສາຜ່ານມາ ມີຄົນເຂົ້າ-ອອກຜ່ານດ່ານ 2.220 ຄົນ, ຍິງ 43 ຄົນ, ອອກປື້ມຜ່ານແດນໄດ້ 12 ຫົວ, ແຈ້ງຄົນເຂົ້າເມືອງ 675 ຄົນ, ຍິງ 27 ຄົນ( ຄົນລາວ 496 ຄົນ, ຍິງ 27 ຄົນ, ສັນຊາດໄທ 179 ຄົນ), ແຈ້ງຄົນອອກເມືອງ 681 ຄົນ, ຍິງ 28 ຄົນ(ຄົນລາວ 496 ຄົນ, ຍິງ 27 ຄົນ, ຄົນໄທ 185 ຄົນ, ຍິງ 1 ຄົນ), ພາຫະນະເຂົ້າ 648 ຖ້ຽວ/ຄັນ, ມີ 2 ປະເທດ, ພາຫະນະອອກ 648 ຖ້ຽວ/ຄັນ,